site_cover (20)
ທຣັມປ໌ເປີດຕົວແຜນຕິດຕັ້ງ "ໂດມຄຳ" ປ້ອງກັນຂີປະນາວຸດທາງບົກ, ທະເລ, ແລະ ອາວະກາດ ພ້ອມທຸ່ມງົບ 1750 ລ້ານໂດລາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 May, 2025
ໝວດ: ຂ່າວ

ໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ ເປີດຕົວແຜນຕິດຕັ້ງ “ໂດມຄຳ” ລະບົບປ້ອງກັນຂີປະນາວຸດແບບໃໝ່ ມູນຄ່າປະມານ 1750 ລ້ານໂດລາ ຄ້າຍຄືກັບໄອຣອນ ໂດມຂອງອິສຣາເອນ ເພື່ອປົກປ້ອງດິນແດນສະຫະລັດ ຈາກການໂຈມຕີດ້ວຍຂີປະນາວຸດ ທັງທາງບົກ, ທະເລ ແລະ ອາວະກາດ

 

ວັນທີ 20 ພຶດສະພາ 2025 ທ່ານໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ ປະກາດເປີດຕົວໂຄງການ “ໂກລເດນ ໂດມ” (Golden Dome) ລະບົບປ້ອງກັນຂີປະນາວຸດແຫ່ງອະນາຄົດ ໂດຍລະບຸວ່າ ໂຄງການນີ້ໄດ້ຮັບແຮງບັນດານໃຈຈາກລະບົບ “ໂດມເຫຼັກ” (Iron Dome) ຂອງອິສຣາເອນ

 

ແຕ່ຈະມີຂະໜາດໃຫຍ່ກວ່າ ແລະ ສາມາດປ້ອງກັນໄພຂົ່ມຂູ່ທາງອາກາດໄດ້ຮອບດ້ານ ທັງຂີປະນາວຸດແບບຄວາມໄວເໜືອສຽງ, ຂີປະນາວຸດພິໄສໄກ ຕະຫຼອດຈົນລະບົບໂຈມຕີຈາກວົງໂຄຈອນອາວະກາດ (Fractional Orbital Bombardment Systems)

 

ຜູ້ນຳສະຫະລັດລະບຸວ່າໄດ້ມອບໝາຍໃຫ້ ພົນເອກໄມເຄິລ ເກັດໄລນ໌ ຮອງຜູ້ບັນຊາການກອງທັບອາວະກາດເປັນຜູ້ດູແລໂຄງການ ຫຼັງຈາກກອງທັບເຫັນດີກັບໂຄງການນີ້

 

ຊຶ່ງນອກຈາກຈະເປັນລະບົບປ້ອງກັນພາຍໃນປະເທດແລ້ວ, ປະເທດການາດາກໍ່ໄດ້ສະແດງຄວາມສົນໃຈເຂົ້າຮ່ວມໂຄງການ ໂດຍທ່ານບິລ ແບລ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຂອງການາດາ ລະບຸວ່າ

 

ຖືເປັນຜົນປະໂຫຍດລະດັບຊາດຂອງການາດາທີ່ຈະມີສ່ວນຮ່ວມໃນໂຄງການໂດມຄຳຂອງສະຫະລັດ ໂດຍສະເພາະໃນພື້ນທີ່ອາກຕິກ ຊຶ່ງຖືເປັນຈຸດຍຸດທະສາດສຳຄັນໃນການເຝົ້າລະວັງໄພຂົ່ມຂູ່ຈາກພາກພື້ນອື່ນ

 

ທຣັມປ໌ລະບຸວ່າ ເບື້ອງຕົ້ນໂຄງການນີ້ຈະໃຊ້ເງິນປະມານ 25,000 ລ້ານໂດລາສະຫະລັດ  ຊຶ່ງຖືກບັນຈຸຢູ່ໃນຮ່າງງົບປະມານຊຸດໃໝ່ ເຖິງຢ່າງໃດກໍ່ຕາມ, ສຳນັກງານງົບປະມານລັດຖະສະພາສະຫະລັດ ປະເມີນວ່າ ເມື່ອລວມຄ່າໃຊ້ຈ່າຍດ້ານເຕັກໂນໂລຢີອາວະກາດ ແລະ ການດຳເນີນການໄລຍະຍາວ ອາດຕ້ອງໃຊ້ງົບສູງເຖິງ 542,000 ລ້ານໂດລາ ພາຍໃນໄລຍະເວລາ 20 ປີ

 

ກ່ອນໜ້ານີ້, ໜ່ວຍຂ່າວກອງດ້ານປ້ອງກັນປະເທດຂອງສະຫະລັດເປີດເຜີຍເອກະສານເຕືອນວ່າ ລັດເຊຍ ແລະ ຈີນ ກຳລັງພັດທະນາອາວຸດພິໄສໄກແບບໃໝ່ເພື່ອເຈາະຈຸດອ່ອນຂອງລະບົບປ້ອງກັນສະຫະລັດ

 

ເຮັດໃຫ້ຕ້ອງເລັ່ງສ້າງລະບົບທີ່ຕອບສະໜອງໄພຂົ່ມຂູ່ທີ່ຊັບຊ້ອນ ແລະ ວ່ອງໄວຂຶ້ນ ເຮັດໃຫ້ໂຄງການໂດມຄຳ ຖືກວາງໃຫ້ເປັນໜຶ່ງໃນໂຄງການຍຸດທະສາດສຳຄັນທີ່ສຸດຂອງລັດຖະບານທຣັມປ໌ໃນວາລະທີ 2

 

ໂດຍຕັ້ງເປົ້າໃຫ້ລະບົບນີ້ພ້ອມປະຕິບັດການພາຍໃນໄລຍະເວລາ 4 ປີທີ່ທຣັມປ໌ຍັງດຳລົງຕຳແໜ່ງປະທານາທິບໍດີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ