
ບໍ່ຢາກຈ່າຍແພງ? ຜູ້ຊ່ຽວຊານເຕືອນ 3 ພຶດຕິກຳ “ແອຕິດໄຟ” ເງິນໄຫຼໂດຍບໍ່ຈຳເປັນ!
ນັກວິໄຈ ມ.ຊິດນີ ເປີດເຜີຍເຄັດລັບ ໃຊ້ເຄື່ອງປັບອາກາດແນວໃດ ໃຫ້ເຢັນໄວແຕ່ປະຫຍັດໄຟ ປະຫຍັດໄດ້ເຖິງ 1/3 ຂອງຄ່າໄຟຟ້າ
ໃນຊ່ວງໜ້າຮ້ອນທີ່ຫຼາຍຄອບຄົວຕ້ອງປະເຊີນກັບຄ່າໄຟຟ້າທີ່ສູງຂຶ້ນ ການເປີດເຄື່ອງປັບອາກາດເລື້ອຍໆ ກາຍເປັນພາລະສຳຄັນຕໍ່ຄ່າໃຊ້ຈ່າຍພາຍໃນເຮືອນ. ເຖິງຢ່າງໃດກໍຕາມ, ງານຄົ້ນຄວ້າຫຼ້າສຸດຈາກ ສູນສຸຂະພາບແລະຄວາມຮ້ອນ ມະຫາວິທະຍາໄລຊິດນີ ປະເທດອອສເຕຣເລຍ ໄດ້ເປີດເຜີຍວິທີທີ່ສາມາດຊ່ວຍໃຫ້ການໃຊ້ແອເຢັນໄວຂຶ້ນແຕ່ໃຊ້ພະລັງງານໜ້ອຍລົງຢ່າງເຫັນໄດ້ຊັດ.
ງານຄົ້ນຄວ້າລະບຸວ່າ ເປີດພັດລົມກ່ອນເປີດແອ ຊ່ວຍປະຫຍັດໄຟໄດ້ຈິງ ບໍ່ວ່າຈະເປັນການເປີດພັດລົມຕັ້ງ ຫຼື ພັດລົມເພດານ ກ່ອນທີ່ຈະເປີດເຄື່ອງປັບອາກາດ ກໍສາມາດຊ່ວຍໃຫ້ຮ່າງກາຍຮູ້ສຶກເຢັນສະບາຍໄດ້ໄວຂຶ້ນ ໂດຍບໍ່ຈຳເປັນຕ້ອງປັບອຸນຫະພູມແອໃຫ້ຢູ່ໃນລະດັບຕ່ຳເກີນໄປ ເນື່ອງຈາກລົມຈາກພັດລົມຊ່ວຍເລັ່ງການລະເຫີຍເຫື່ອ ເຮັດໃຫ້ຜິວໜັງເຢັນລົງແລະຮ່າງກາຍຮູ້ສຶກສະບາຍຫຼາຍຂຶ້ນ ເຖິງແມ່ນວ່າອຸນຫະພູມໃນຫ້ອງຈະຍັງບໍ່ຫຼຸດລົງຫຼາຍກໍຕາມ.
ແທນທີ່ຈະຕັ້ງແອໄວ້ທີ່ 23-24 ອົງສາເຊລເຊຍສ ຄືທີ່ຫຼາຍຄົນເຮັດຢູ່, ຜູ້ຊ່ຽວຊານແນະນຳໃຫ້ປັບຂຶ້ນເປັນ 27-28 ອົງສາເຊລເຊຍສ ແລ້ວໃຊ້ພັດລົມຮ່ວມດ້ວຍ ວິທີນີ້ບໍ່ພຽງແຕ່ຊ່ວຍເພີ່ມປະສິດທິພາບການເຮັດຄວາມເຢັນ ແຕ່ຍັງປະຫຍັດພະລັງງານໄດ້ສູງເຖິງ 1 ໃນ 3 ຂອງການໃຊ້ແອພຽງຢ່າງດຽວ ເນື່ອງຈາກພັດລົມໃຊ້ພະລັງງານພຽງປະມານ 3% ເມື່ອທຽບກັບແອ. ນັ້ນໝາຍຄວາມວ່າຫາກໃຊ້ຢ່າງຖືກວິທີ ພັດລົມສາມາດຊ່ວຍຫຼຸດພາລະຄ່າໄຟໄດ້ຢ່າງຊັດເຈນ.
ທັງນີ້, ຜູ້ຊ່ຽວຊານຍັງຊີ້ໃຫ້ເຫັນເຖິງ 3 ພຶດຕິກຳຫຼັກໆ ທີ່ເຮັດໃຫ້ແອຕິດໄຟໂດຍບໍ່ຈຳເປັນ ເຊິ່ງຫຼາຍຄົນຍັງເຮັດຢູ່ໂດຍບໍ່ຮູ້ຕົວ ແລະ ສົ່ງຜົນໃຫ້ແອໃຊ້ພະລັງງານຫຼາຍຂຶ້ນໂດຍບໍ່ຈຳເປັນ.
- ຕັ້ງອຸນຫະພູມແອຕ່ຳເກີນໄປ ໂດຍຫຼາຍຄົນຕັ້ງອຸນຫະພູມໄວ້ທີ່ 19-21 ອົງສາເຊລເຊຍສ ໂດຍຫວັງວ່າຈະເຮັດໃຫ້ຫ້ອງເຢັນໄວຂຶ້ນ ແຕ່ຄວາມຈິງແລ້ວພຶດຕິກຳນີ້ກັບເຮັດໃຫ້ແອຕ້ອງເຮັດວຽກໜັກແລະສິ້ນເປືອງພະລັງງານໂດຍບໍ່ຈຳເປັນ. Alan Langworthy ຜູ້ຊ່ຽວຊານດ້ານພະລັງງານແນະນຳວ່າ ຄວນຕັ້ງອຸນຫະພູມແອໄວ້ທີ່ປະມານ 27 ອົງສາເຊລເຊຍສ ແລະ ໃຊ້ພັດລົມຊ່ວຍໝູນວຽນອາກາດ ເພື່ອໃຫ້ໄດ້ຄວາມເຢັນທີ່ພຽງພໍແລະປະຫຍັດໄຟຫຼາຍຍິ່ງຂຶ້ນ.
- ປິດແອທັນທີເມື່ອອອກຈາກເຮືອນໃນໄລຍະເວລາສັ້ນ ຫາກອອກຈາກເຮືອນພຽງຊ່ວງເວລາສັ້ນໆ (ບໍ່ເກີນ 1 ຊົ່ວໂມງ) ການປິດແອແລ້ວເປີດໃໝ່ຊ້ຳໆ ກັບເຮັດໃຫ້ແອຕິດໄຟຫຼາຍຂຶ້ນ ເນື່ອງຈາກເມື່ອກັບມາເປີດໃໝ່ ແອຕ້ອງເຮັດວຽກໜັກຂຶ້ນເພື່ອດຶງອຸນຫະພູມກັບສູ່ລະດັບເດີມ. ໂດຍ Dr. Xiaolin Wang ຈາກມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ລະບຸວ່າ ຄວນປ່ອຍໃຫ້ແອເຮັດວຽກຕໍ່ເນື່ອງດີກວ່າການເປີດ-ປິດເລື້ອຍໆ ໃນຊ່ວງເວລາສັ້ນໆ.
- ໃຊ້ໂໝດ “Dry” ໂດຍບໍ່ເຂົ້າໃຈ ໂໝດ “Dry” ຫຼື ໂໝດຫຼຸດຄວາມຊຸ່ມ ອາດຊ່ວຍໃຫ້ຮູ້ສຶກເຢັນສະບາຍໃນວັນອາກາດຊຸ່ມ ແຕ່ບໍ່ໄດ້ໝາຍຄວາມວ່າຈະທົດແທນການຄວບຄຸມອຸນຫະພູມໄດ້ທັງໝົດ ອີກທັງຍັງບໍ່ສາມາດຄວບຄຸມລະດັບຄວາມຊຸ່ມໄດ້ຢ່າງແມ່ນຢຳ.
ໃນທາງກົງກັນຂ້າມ, ຜູ້ຊ່ຽວຊານຍັງໄດ້ສະເໜີແນວທາງການໃຊ້ແອຢ່າງສະຫຼາດ ເພື່ອຄວາມເຢັນແລະປະຫຍັດ ພຽງແຄ່ປັບພຶດຕິກຳເລັກໆ ນ້ອຍໆ ທີ່ສາມາດຊ່ວຍໃຫ້ໃຊ້ແອຢ່າງມີປະສິດທິພາບຫຼາຍຂຶ້ນ ດັ່ງນີ້:
- ເປີດພັດລົມກ່ອນແອ: ໃຫ້ຮ່າງກາຍໄດ້ປັບຕົວກ່ອນ ຫຼຸດຄວາມຈຳເປັນໃນການໃຊ້ແອທັນທີ
- ເປີດແອເມື່ອຈຳເປັນຈິງໆ: ຫາກອຸນຫະພູມໃນຫ້ອງຍັງບໍ່ເກີນ 27 ອົງສາເຊລເຊຍສ ອາດຍັງບໍ່ຈຳເປັນຕ້ອງເປີດແອ
- ໃຊ້ແອຄູ່ກັບພັດລົມ: ຊ່ວຍກະຈາຍລົມເຢັນໃຫ້ທົ່ວເຖິງ ປະຫຍັດໄຟຫຼາຍຂຶ້ນ
- ຕັ້ງອຸນຫະພູມແອໄວ້ທີ່ 27-28°C: ເປັນຊ່ວງອຸນຫະພູມທີ່ເຢັນສະບາຍແລະປະຫຍັດໄຟທີ່ສຸດ
- ປິດແອເມື່ອເຢັນພຽງພໍ ແລ້ວໃຊ້ພັດລົມຕໍ່: ຮັກສາຄວາມເຢັນຕໍ່ໄດ້ອີກ 1-2 ຊົ່ວໂມງ ຊ່ວຍຫຼຸດຄ່າໄຟໄດ້ຫຼາຍ
ການໃຊ້ແອໃຫ້ຄຸ້ມຄ່າ ບໍ່ໄດ້ຂຶ້ນຢູ່ກັບການຕັ້ງອຸນຫະພູມຕ່ຳສຸດ ແຕ່ຂຶ້ນຢູ່ກັບ ວິທີໃຊ້ຢ່າງສະຫຼາດ ດ້ວຍການເປີດພັດລົມຮ່ວມ ໃຊ້ໃນເວລາທີ່ຈຳເປັນ ແລະ ຕັ້ງອຸນຫະພູມຢ່າງເໝາະສົມ ກໍສາມາດຊ່ວຍໃຫ້ທ່ານປະຫຍັດພະລັງງານ ຫຼຸດຄ່າໄຟ ແລະ ຍັງຮັກສາສຸຂະພາບໄດ້ໃນຊ່ວງລະດູຮ້ອນທີ່ອາກາດຮ້ອນຈັດ. ພຽງແຄ່ປັບພຶດຕິກຳເລັກນ້ອຍ ທ່ານກໍສາມາດມີເຮືອນທີ່ເຢັນສະບາຍ ໂດຍບໍ່ຕ້ອງແລກມາດ້ວຍຄ່າໄຟຟ້າທີ່ສູງລິ່ວ.
- ຕ່າງຊາດແຊຣ໌ເຄັດລັບ “ໃສ່ເກືອໃນຕູ້ເຢັນ” ບໍ່ໄດ້ຊ່ວຍແຄ່ເລື່ອງກິ່ນ ແຕ່ມີປະໂຫຍດຫຼາຍກວ່ານັ້ນ!
- ຮູ້ໄວ້ດີກວ່າ! ເຂົ້າສຸກແລ້ວຕ້ອງ “ຖອດປັກ” ໝໍ້ຫຸງເຂົ້າຫຼືບໍ່ ປະກົດວ່າຫຼາຍຄົນເຮັດຜິດມາຕະຫຼອດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,920,000 | 48,450,000 |
![]() | 47,296,000 | 48,559,000 |