site_cover (22)
ພົບພຣະປາງຊະນະມານ 1 ອົງ ຈາກການສືບຕໍ່ຄົ້ນວັດຖຸບູຮານຢູ່ດອນເຜິ້ງຄຳ ໄລຍະທີ 3
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 May, 2025
ໝວດ: ຂ່າວ

ທີມງານຂຸດຄົ້ນວັດຖຸບູຮານຢູ່ເມືອງຕົ້ນເຜິ້ງ ພົບພະພຸດທະຮູບ 1 ອົງ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ 2025 ທີມງານຂຸດຄົ້ນກອບກູ້ພະພຸດທະຮູບ ແລະ ວັດຖຸບູຮານໄລຍະທີ 3 ທີ່ແຄມຂອງດອນເຜິ້ງຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ພົບພະພຸດທະຮູບ 1 ອົງ

 

ເປັນພະປາງຊະນະມານ ລວງສູງ 32 ຊັງຕີແມັດ, ບ່າໄຫລ່ກວ້າງ 18 ຊັງຕີແມັດ, ຮູບປະພັນບໍ່ສົມບູນ.

 

ນອກຈາກນີ້, ຍັງພົບວັດຖຸຮູບປະພັນຄາຍຄືເງິນ ຈໍານວນ 4 ອັນ, ຮູບປະພັນຄ້າຍຄືໜ້າຖັ່ງເຫລັກ 1 ອັນ ແລະ ຊິ້ນສ່ວນຂອງພະຈໍານວນໜຶ່ງ.

ການຂຸດຄົ້ນກອບກູ້ພະພຸດທະຮູບ ແລະ ວັດຖຸບູຮານທີ່ແຄມຂອງ ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ໄລຍະ 3 ພາຍຫລັງເລີ່ມຂຸດຄົ້ນມາ ເປັນເວລາ 10 ກວ່າວັນແລ້ວ

 

ການຂຸດຄົ້ນແມ່ນດຳເນີນໄປຕາມແຜ່ນຜັງການສຳຫລວດ ຂອງບໍລິສັດອາກົວ ທີ່ໄດ້ມາຊ່ວຍເຫລືອລ້າໃນ ແຕ່ເດືອນມີນາທີ່ຜ່ານມາ.

 

ປັດຈຸບັນການກອບກູ້ແມ່ນຈະສືບຕໍ່ໄປເລື້ອຍໆ ຖ້າພົບເຫັນພະພຸດທະຮູບ ຫລື ວັດຖຸຕ່າງໆຫລາຍຂຶ້ນແມ່ນຈະແຈ້ງໃຫ້ຫລາຍພາກສ່ວນ ຫລາຍບ້ານເຂົ້າມາມີສ່ວນຮ່ວມ ຕາມຂັ້ນຕອນ.

 

 

 

 

 

 

ທີ່ມາ: Lao National Radio

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
ຢ່າລື່ມກົດຕິດຕາມ