“ເວສຕິ້ງເຮົາສ໌” (Westinghouse) ບໍລິສັດສ້າງໂຮງໄຟຟ້ານິວເຄລຍໃນສະຫະລັດ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັບ “ເປໂຕຣຫວຽດນາມ” (PetroVietnam) ບໍລິສັດພະລັງງານລາຍໃຫຍ່ທີ່ສຸດຂອງຫວຽດນາມ
ເພື່ອພັດທະນາ “ໂຮງໄຟຟ້ານິວເຄລຍ” ຕາມລາຍງານຂອງທາງການຮ່າໂນ້ຍເມື່ອວັນອັງຄານ (20 ພຶດສະພາ) ຂະນະທີ່ຫວຽດນາມພະຍາຍາມຫຼີກລ່ຽງການຖືກເກັບພາສີໃນອັດຕາສູງຈາກລັດຖະບານທຣັມປ໌
ຂໍ້ຕົກລົງດັ່ງກ່າວມຸ່ງເນັ້ນທີ່ຮູບແບບການລົງທຶນໃນໂຄງສ້າງພື້ນຖານດ້ານພະລັງງານ, ການຖ່າຍທອດເຕັກໂນໂລຢີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ ຕາມທີ່ລະບຸໄວ້ໃນຂໍ້ຕົກລົງ
ທັງນີ້, ຮ່າໂນ້ຍ ແລະ ວໍຊິງຕັນກຳລັງຢູ່ໃນ “ຊ່ວງເຈລະຈາການຄ້າຮອບທີສອງ” ຫຼັງຈາກປະທານາທິບໍດີໂດນັລ ທຣັມປ໌ ຂອງສະຫະລັດຂູ່ຈະຮຽກເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມໃນອັດຕາ 46%
ຫວຽດນາມມີດຸນການຄ້າເກີນດຸນກັບສະຫະລັດ ຫຼາຍເປັນ “ອັນດັບສາມ” ຂອງໂລກ ຮອງຈາກຈີນ ແລະ ເມັກຊິໂກ ແລະ ກຳລັງເລັ່ງຫາທາງແກ້ໄຂຄວາມບໍ່ສົມດຸນທາງການຄ້າ ເພື່ອຫຼີກລ່ຽງການຖືກເກັບພາສີຕາມທີ່ຖືກຂູ່
ເໜືອງ ຮ່ອງ ດຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງຫວຽດນາມກ່າວລະຫວ່າງການປະຊຸມກັບຜູ້ບໍລິຫານຂອງເວສຕິ້ງເຮົາສ໌ວ່າ ຄວາມຮ່ວມມືດ້ານການພັດທະນາພະລັງງານຈະເປັນພະລັງຂັບເຄື່ອນທີ່ສຳຄັນ ຊຶ່ງມີສ່ວນຊ່ວຍ ‘ປັບສົມດຸນການຄ້າ’ ລະຫວ່າງຫວຽດນາມ ແລະ ສະຫະລັດ”
ກະຊວງອ້າງຄຳກ່າວຂອງມາກາເຣັດ ໂຄເຊັນຕິໂນ ຮອງປະທານບໍລິຫານຝ່າຍກິດຈະການອົງກອນຂອງບໍລິສັດເວສຕິ້ງເຮົາສ໌ວ່າ ບໍລິສັດໃຫ້ການສະໜັບສະໜູນຢ່າງແຂງຂັນຕໍ່ແຜນຂອງຫວຽດນາມ ພ້ອມທັງເນັ້ນຍ້ຳເຖິງຄວາມສຳຄັນຂອງຄວາມຮ່ວມມືດ້ານພະລັງງານໃນໄລຍະຍາວ
ຄະນະຜູ້ແທນຂອງຫວຽດນາມຍັງໄດ້ເຂົ້າສູ່ການເຈລະຈາການຄ້າຮອບທີສອງເມື່ອວັນອັງຄານດ້ວຍ ຕາມລາຍງານຂອງກະຊວງ ໂດຍທັງສອງຝ່າຍໃຊ້ເວລາໃນການຫາລືເຖິງແນວທາງໂດຍລວມ ໃນການແກ້ໄຂປະເດັນພື້ນຖານທີ່ທັງສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ
ທັງນີ້ ຫວຽດນາມຕ້ອງການຟື້ນຟູແຜນພັດທະນາໂຮງໄຟຟ້ານິວເຄລຍຂຶ້ນໃໝ່ ເພື່ອຮອງຮັບຄວາມຕ້ອງການພະລັງງານທີ່ເຕີບໂຕຢ່າງວ່ອງໄວ ແລະ ໄດ້ລົງນາມໃນຂໍ້ຕົກລົງກັບລັດເຊຍເມື່ອເດືອນມັງກອນ ຊຶ່ງກ່ຽວຂ້ອງກັບໂຄງການໂຮງໄຟຟ້ານິວເຄລຍ Ninh Thuan
ໂຄງການດັ່ງກ່າວຊຶ່ງປະກອບດ້ວຍໂຮງໄຟຟ້າ 2 ແຫ່ງໃນແຂວງ Ninh Thuan ຕອນກາງ ມີກຳລັງການຜະລິດລວມ 4,000 ເມກະວັດ ເດີມທີມີແຜນຈະພັດທະນາດ້ວຍຄວາມຮ່ວມມືຈາກບໍລິສັດ Rosatom ຂອງລັດເຊຍ ແລະ ກຸ່ມບໍລິສັດຍີ່ປຸ່ນ JINED ແຕ່ແຜນການຖືກຍົກເລີກໄປເມື່ອປີ 2016
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |