ເອເອຟພີລາຍງານວ່າ ເກີດເຫດລະເບີດພຼີຊີບໃນປາກີສຖານໃນວັນພຸດ (21 ພຶດສະພາ) ມຸ່ງເປົ້າໄປທີ່ລົດເມຮັບສົ່ງນັກຮຽນຂອງໂຮງຮຽນສັງກັດໜ່ວຍງານທະຫານທາງຕາເວັນຕົກສ່ຽງໃຕ້ຂອງປາກີສຖານ
ເຮັດໃຫ້ມີເດັກເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ມີຄົນບາດເຈັບອີກກວ່າ 30 ຄົນ
ຢາຊີ ອິກບັນ ດາສຕິ ເຈົ້າໜ້າທີ່ລັດທ້ອງຖິ່ນລະດັບອາວຸໂສໃນເຂດຄຸສດາ ແຂວງບາລູຈິສຖານ ເປີດເຜີຍວ່າ ລົດເມຮັບສົ່ງນັກຮຽນຂອງໂຮງຮຽນທະຫານ (Army Public School) ຕົກເປັນເປົ້າໝາຍ ແລະ ສາເຫດຂອງເຫດການລະເບີດກຳລັງຢູ່ລະຫວ່າງການສືບສວນ ຊຶ່ງເບື້ອງຕົ້ນບົ່ງຊີ້ວ່າເປັນລະເບີດພຼີຊີບ
ເຈົ້າໜ້າທີ່ຕຳຫຼວດລະດັບອາວຸໂສຢືນຢັນຍອດຜູ້ເສຍຊີວິດກັບເອເອຟພີ ແຕ່ບໍ່ເປີດເຜີຍຊື່ຜູ້ເສຍຊີວິດ ແລະ ຄາດວ່າຍອດຜູ້ເສຍຊີວິດອາດເພີ່ມຂຶ້ນອີກ
ທັງນີ້, ປົກກະຕິແລ້ວລົດໂຮງຮຽນຈະຮັບສົ່ງລູກຫຼານທະຫານ ແລະ ພົນລະເຮືອນທີ່ອາໄສຢູ່ໃນພື້ນທີ່
ໃນປີ 2014, ລົດໂຮງຮຽນທະຫານໃນເຂດເປຊາວາ ໃນແຂວງໄຄເບີ ປັກຕຸນຄວາທາງຕາເວັນຕົກສ່ຽງເໜືອຂອງປາກີສຖານ ຖືກມືປືນກວາດຍິງ ສັງຫານຜູ້ຄົນໄປກວ່າ 150 ຄົນ ແລະ ສ່ວນໃຫຍ່ເປັນນັກຮຽນ
ການໂຈມຕີຢ່າງໂຫດຮ້າຍນັ້ນ ກະຕຸ້ນໃຫ້ທາງການປາກີສຖານຕ້ອງປາບປາມກຸ່ມກໍ່ການຮ້າຍທີ່ເພີ່ມຂຶ້ນມາຫຼາຍປີໃນເຂດຊາຍແດນ
ດ້ານໂມຊິນ ນັກວີ ລັດຖະມົນຕີກະຊວງມະຫາດໄທປາກີສຖານ ໄດ້ອອກມາສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວຂອງເຫຍື່ອໃນເຫດການລະເບີດຄັ້ງນີ້ ແລະ ເສີມວ່າ “ປີສາດທີ່ມຸ່ງເປົ້າໄປທີ່ເດັກບໍລິສຸດຈະບໍ່ໄດ້ຮັບຄວາມເມດຕາ”
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |