ຈີນຈັດການແຂ່ງຂັນຊົກມວຍນັດປະຫວັດສາດ ດ້ວຍການນຳຫຸ່ນຍົນຮິວແມນນອຍດ໌ມາຊົກກັນ ເປັນຄັ້ງແລກຂອງໂລກ
ຊຶ່ງການຊົກຈະຈັດຂຶ້ນທີ່ເມືອງຫາງໂຈວ ໃນແຂວງເຈີ້ຈຽງ ໂດຍຫຸ່ນຍົນທີ່ຈະຂຶ້ນຊົກເປັນຫຸ່ນຍົນຈາກບໍລິສັດ Unitree Robotics ໃນເມືອງຫາງໂຈວ ທີມອ້າຍລ້ຽງກໍກຳລັງທົດສອບລະບົບ ລວມທັງອອກແບບທ່າຊົກຂອງຫຸ່ນຍົນທັງສອງຕົວ ໃຫ້ຊົກຄູ່ຕໍ່ສູ້ໄດ້ຢ່າງແມ່ນຢຳ ມີທັງຫມັດແຢັບ, ຫມັດຮຸກ ເໝືອນນັກຊົກທີ່ເປັນຄົນຈິງໆ
ນອກຈາກນີ້, ຕົວຮ່າງກາຍດີ້ຂອງຫຸ່ນຍົນກໍຕ້ອງອອກແບບມາໃຫ້ມີຄວາມທົນທານ ເພາະເວລາຖືກຫມັດໜັກໆ ຂອງຄູ່ຊົກ ຫຸ່ນຍົນຈະໄດ້ບໍ່ເພ ແລະ ສາມາດຊົກຕໍ່ໄດ້ ແລະ ຖ້າຫຸ່ນຍົນໂດນຊົກຈົນລົ້ມລົງໄປ ກໍສາມາດລຸກຂຶ້ນມາຊົກໃໝ່ໄດ້ດ້ວຍ
ຫຸ່ນຍົນຊົກມວຍຍັງໄດ້ຮັບການປ້ອນໂປຣແກຣມໃຫ້ຮຽນຮູ້ເຕັກນິກຊົກມວຍຂອງນັກຊົກດັງໆ ຈາກທົ່ວໂລກ ຊຶ່ງການພັດທະນາເຫຼົ່ານີ້ ຈະຊ່ວຍພັດທະນາເຕັກໂນໂລຢີການສ້າງຫຸ່ນຍົນທັງໝົດໃຫ້ກ້າວໜ້າໄປອີກຂັ້ນ
ການຊົກມວຍຫຸ່ນຍົນນັດນີ້ຈະຊົກກັນວັນອາທິດທີ 25 ພຶດສະພານີ້ ຊຶ່ງໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນໃນປະເທດຈີນ ຕອນນີ້ນັກມວຍກໍກຳລັງຝຶກຊ້ອມກັນຢ່າງໜັກ ກ່ອນການຊົກທີ່ຈະມາເຖິງໃນວັນອາທິດນີ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |