site_cover (28)
ພົບແບັກທີເຣັຍພັນໃໝ່ເທິງສະຖານີອະວະກາດ "ທຽນກົງ" ຂອງຈີນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 May, 2025
ໝວດ: ຂ່າວ

ຈີນພົບແບັກທີເຣຍສາຍພັນທຸ໌ໃໝ່ທີ່ບໍ່ເຄີຍພົບເທິງໂລກມາກ່ອນ ຢູ່ໃນສະຖານີອະວະກາດທຽນກົງ ແລະເບິ່ງຄືວ່າມັນຈະສາມາດປັບຕົວກັບສະຖານະການຢູ່ນັ້ນໄດ້ດີ

 

 

ສໍານັກຂ່າວ ຊີຊີທີວີ ສື່ໂທລະພາບແຫ່ງຊາດຂອງຈີນລາຍງານໃນວັນທີ່ 21ພຶດສະພາ 2025 ວ່າ ນັກບີນອະວະກາດຈີນພົບແບັກທີເຣຍທີ່ມີລັກສະນະເປັນທ່ອນຂະໜາດນ້ອຍ ຊຶ່ງບໍ່ເຄີຍເຈີທີ່ໃດເທິງໂລກມາກ່ອນ ຢູ່ພາຍໃນຫ້ອງຄວບຄຸມຂອງສະຖານີອະວະກາດທຽນກົງ ແລະ ມັນອາໄສຢູ່ໃນສະພາວະໄຮ້ນ້ຳໜັກ ໂດຍເຈົ້າໜ້າທີ່ຕັ້ງຊື່ໃຫ້ມັນວ່າ “ນີອັລລີຍາ ທຽນກົງເຈນຊິສ” (Niallia tiangongensis)

 

ນັກບີນອະວະກາດເກັບຕົວຢ່າງແບັກທີເຣຍດັ່ງກ່າວຈາກສະຖານີອະວະກາດທຽນກົງເມື່ອເດືອນພຶດສະພາ 2023 ແລ້ວສົ່ງມັນກັບໂລກໃນສະພາບຖືກແຊ່ແຂງເພື່ອສຶກສາ ໂດຍມີເປົ້າໝາຍເພື່ອສຶກສາພຶດຕິກໍາຂອງສິ່ງມີຊີວິດຂະໜາດນ້ອຍຊະນິດນີ້ ຊຶ່ງຖືກພົບໃນສະພາບແວດລ້ອມແບບປິດຢ່າງສິ້ນເຊີງ

 

ຜົນການສຶກສາຊຶ່ງເຜີຍແຜ່ໃນວາລະສານ Systematic and Evolutionary Microbiology ບັນຍາຍວ່າ ການວິເຄາະຕົວຢ່າງດັ່ງກ່າວສະແດງໃຫ້ເຫັນວ່າ ແບັກທີເຣຍຕົວນີ້ເປັນສາຍພັນທຸ໌ໃໝ່ຂອງແບັກທີເຣຍໃນຕະກູນ (genus) “ນີອັລລີຍາ” ແລະ ຜົນການກວດສອບລໍາດັບຍີນພົບວ່າຍາດທີ່ໃກ້ຊິດທີ່ສຸດຂອງມັນແມ່ນແບັກທີເຣຍ “ນີອັລລີຍາ ເຊີຄູລັນສ໌” ຊຶ່ງມີຢູ່ເທິງໂລກ ຢ່າງໃດກໍ່ຕາມ ສາຍພັນທຸ໌ທຽນກົງມີຍີນຕ່າງກັນຫຼາຍ

 

ນີອັລລີຍາທຽນກົງເຈນຊິສ ມີຄວາມແຕກຕ່າງທາງໂຄງສ້າງ ແລະ ການເຮັດວຽກ ໝາຍຄວາມວ່າມັນປັບຕົວຢ່າງດີເພື່ອອາໄສຢູ່ໃນສະຖານີອະວະກາດ ມັນມີຄວາມສາມາດໃນການຍ່ອຍສະລາຍເຈລາຕິນໃນຮູບແບບທີ່ບໍ່ເໝືອນໃຜ ເຮັດໃຫ້ມັນສາມາດກິນໂປຣທີນຊະນິດນີ້ເພື່ອເອົາຊີວິດລອດໃນສະພາບແວດລ້ອມທີ່ຂາດສານອາຫານຢ່າງເທິງສະຖານີອະວະກາດໄດ້

 

ນອກຈາກນັ້ນ ທຽນກົງເຈນຊິສຍັງສາມາດສ້າງໄບໂອຟິລມ໌ປ້ອງກັນ ມີປະຕິກິລິຍາຕອບສະໜອງຕໍ່ຄວາມເຄັ່ງຄັດອອກຊິເດຊັນ (Oxidative Stress) ຊ່ອມແຊມຄວາມເສຍຫາຍຈາກລັງສີ ແລະ ສ້າງເອນໂດສປໍ ຊຶ່ງຊ່ວຍໃຫ້ມັນມີຊີວິດລອດໃນອະວະກາດ

 

ຕອນນີ້ຍັງບໍ່ແນ່ຊັດວ່າ ແບັກທີເຣຍສາຍພັນທຸ໌ໃໝ່ນີ້ວິວັດທະນາການໃນອະວະກາດ ຫຼື ມີຢູ່ໃນໂລກຢູ່ແລ້ວແຕ່ບໍ່ເຄີຍຖືກຄົ້ນພົບມາກ່ອນ ໂດຍຈົນເຖິງຕອນນີ້ມະນຸດຄົ້ນພົບແບັກທີເຣຍແລ້ວຫຼາຍໝື່ນຊະນິດ ແຕ່ເຊື່ອກັນວ່າ ຍັງມີແບັກທີເຣຍເທິງໂລກທີ່ຍັງບໍ່ຖືກຄົ້ນພົບອີກນັບພັນລ້ານຊະນິດ

 

ນັກວິທະຍາສາດເຊື່ອວ່າ ການຄົ້ນພົບແບັກທີເຣຍ ນີອັລລີຍາ ທຽນກົງເຈນຊິສ ຈະເຮັດໃຫ້ພວກເຂົາເຂົ້າໃຈຄວາມບໍ່ແນ່ນອນຂອງສິ່ງມີຊີວິດຂະໜາດນ້ອຍທີ່ນັກບິນອະວະກາດໃນອະນາຄົດຈະຕ້ອງພົບເຈີຫຼາຍຂຶ້ນ ແລະ ຊ່ວຍອອກແບບມາດຕະການດ້ານສຸຂອະນາໄມສຳລັບກິດລະຍະຍາວ

 

ແຕ່ຕອນນີ້ຍັງໄວເກີນໄປທີ່ຈະບອກວ່າ ແບັກທີເຣຍສາຍພັນໃໝ່ຕົວນີ້ມີອັນຕະລາຍຕໍ່ນັກບິນອະວະກາດເທິງສະຖານີທຽນກົງ ຫຼື ບໍ່ ແຕ່ພີ່ນ້ອງຂອງມັນເຊັ່ນ: ນີອັລລີຍາ ເຊີຄູລັນສ໌ ສາມາດເຮັດໃຫ້ເກີດການຕິດເຊື້ອໃນກະແສໂລຫິດໄດ້ ໂດຍສະເພາະໃນຄົນທີ່ພູມຄຸ້ມກັນບົກພ່ອງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ