VP LANDSCAPE COVER - 2025-05-22T104720.009
ປະກາດການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 May, 2025

ພິທີປະກາດ ການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ ແລະ ເລື່ອນຊັ້ນຜູ້ພິພາກສາສານປະຊາຊົນໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ ທີ່ຫ້ອງການ ການເງິນ ເມືອງຂວາ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນຜູ້ພິພາກສາຂອງສານປະຊາຊົນແຂວງຜົ້ງສາລີສະບັບເລກທີ 536/ສປສສ ນະຄອນຫຼວງວຽງຈັນ, ລົງວັນທີ 16 ພຶດສະພາ 2025, ປະທານສານປະຊາຊົນສູງສຸດຕົກລົງເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ສຸກຖາວອນ ດວງສາ ຜູ້ພິພາກສາຊັ້ນໜຶ່ງ ຮັກສາການຫົວໜ້າຄະນະສານອາຍາສານປະຊາຊົນແຂວງຜົ້ງສາລີ ເປັນຜູ້ພິພາກສາຊັ້ນສອງ, ຜ່ານຂໍ້ຕົກລົງສະບັບເລກທີ 537/ສປສສ ເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ບຸນປັນ ເພັດສະໝອນ ຜູ້ພິພາກສາຊັ້ນໜຶ່ງ ຮັກສາການຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງຜົ້ງສາລີ ເປັນຜູ້ພິພາກສາຊັ້ນສອງ, ຜ່ານຂໍ້ຕົກລົງສະບັບເລກທີ 538/ສປສສ ເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ໄວ ໄຊຊະນະ ຜູ້ພິ ພາກສາຊັ້ນໜຶ່ງ ຮອງຫົວໜ້າຄະນະສານອາຍາ ສານປະຊາຊົນເຂດ I ແຂວງຫຼວງນໍ້າທາ ເປັນຜູ້ພິພາກສາຊັ້ນສອງ, ສະບັບເລກທີ 539/ສປສສ ຕົກລົງສັບປ່ຽນບ່ອນປະຈໍາການຂອງທ່ານ ບຸນໄພ ແກ້ວວັງລາດ ຜູ້ພິພາກສາຊັ້ນສອງ ຮອງປະທານສານປະຊາຊົນເຂດ II ແຂວງຫຼວງນໍ້າທາ ໄປເປັນຮອງປະທານສານປະຊາຊົນເຂດ II ແຂວງຜົ້ງສາລີ, ສະບັບເລກທີ 540/ສປສສ ຕົກລົງສັບປ່ຽນບ່ອນປະຈໍາການຂອງທ່ານ ຈັນເພັດ ໄຊຍະສານ ຜູ້ພິພາກສາຊັ້ນໜຶ່ງ ຮັກສາການຫົວໜ້າຄະນະສານຄອບຄົວສານປະຊາຊົນແຂວງຜົ້ງສາລີ ໄປປະຈໍາການຢູ່ສານປະຊາຊົນເຂດ II ແຂວງຜົ້ງສາລີ, ສະບັບເລກທີ 541/ສປສສ ຕົກລົງສັບປ່ຽນບ່ອນປະຈໍາການຂອງທ່ານ ໄວ ໄຊຊະນະ ຜູ້ພິພາກສາຊັ້ນສອງ ຮອງຫົວໜ້າຄະນະສານອາຍາສານປະຊາຊົນເຂດ I ແຂວງຫຼວງນໍ້າທາໄປປະຈໍາການຢູ່ສານປະຊາຊົນແຂດ II ແຂວງຜົ້ງສາລີ, ສະບັບເລກທີ 542/ສປສສ ຕົກລົງແຕ່ງຕັ້ງ ທ່ານ ສຸກຖາວອນ ດວງສາ ຜູ້ພິພາກສາຊັ້ນສອງ ຮັກສາການຫົວໜ້າຄະນະສານອາຍາສານປະຊາຊົນແຂວງຜົ້ງສາລີເປັນຫົວໜ້າຄະນະສານອາຍາ ສານປະຊາຊົນແຂວງຜົ້ງສາລີ, ສະບັບເລກທີ 543/ສປສສ ຕົກລົງແຕ່ງຕັ້ງທ່ານ ບຸນປັນ ເພັດສະໝອນ ຜູ້ພິພາກສາຊັ້ນສອງ, ຮັກສາການຫົວໜ້າຄະນະສານແພ່ງສານປະຊາຊົນແຂວງຜົ້ງສາລີເປັນຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງຜົ້ງສາລີ, ສະບັບເລກທີ 544/ສປສສ ຕົກລົງແຕ່ງຕັ້ງທ່ານ ຈັນເພັດ ໄຊຍະສານ ຜູ້ພິພາກສາຊັ້ນໜຶ່ງ ສານປະຊາຊົນເຂດ II ແຂວງຜົ້ງສາລີ ເປັນຫົວໜ້າຄະນະສານແພ່ງສານປະຊາຊົນເຂດ II ແຂວງຜົ້ງສາລີ, ສະບັບເລກທີ 545/ສປສສ ຕົກລົງແຕ່ງຕັ້ງທ່ານ ໄວ ໄຊຍະວົງ ຜູ້ພິພາກສາຊັ້ນສອງສານປະຊາຊົນເຂດ II ແຂວງຜົ້ງສາລີ ເປັນຫົວໜ້າຄະນະສານອາຍາສານປະຊາຊົນເຂດ II ແຂວງຜົ້ງສາລີ ແລະ ສະບັບເລກທີ 546/ສປສສ ຕົກລົງແຕ່ງຕັ້ງທ່ານ ພັນທະວົງ ສີທະວົງ ຜູ້ພິພາກສາຊັ້ນສອງ ຮອງປະທານສານປະຊາຊົນເຂດ II ແຂວງຜົ້ງສາລີ ເປັນຜູ້ຮັກສາການ ປະທານສານປະຊາຊົນເຂດ II ແຂວງຜົ້ງສາລີ ຈົນກ່ວາຈະມີການປ່ຽນແປງ.

ໂອກາດນີ້ ທ່ານ ຄູນ ຜາສຸກ ໄດ້ຂຶ້ນປະດັບຊັ້ນ ແລະ ມອບຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ພ້ອມທັງໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກັບພິທີ.

(ພາບ-ຂ່າວ: ນ. ພວງມະນີ ວົງວິຈິດ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
ຢ່າລື່ມກົດຕິດຕາມ