VP LANDSCAPE COVER - 2025-05-22T114206.912
ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 May, 2025
ກອງປະຊຸມຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ສຸລິຕານ ຈອມສະຫັວນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ ປະທານເເນວລາວສ້າງຊາດເມືອງ.

ໃນກອງປະຊຸມໄດ້ຮັບຟັງການຜ່ານ ບົດລາຍງານຄຸນລັກສະນະຜູ້ເເທນກອງປະຊຸມ, ຜ່ານຮ່າງລາຍງານການເມືອງ ແລະ ທິດທາງໜ້າທີ່ຂອງຄະນະກໍາມະການເເນວລາວສ້າງຊາດ ໃນຊຸ້ມປີຕໍ່ໜ້າ, ຜ່ານເເຜນພັດທະນາວຽກງານເເນວລາວສ້າງຊາດ 5 ປີຕໍ່ໜ້າ. ປັດຈຸບັນມີຄະນະກໍາມະການແນວລາວສ້າງຊາດເມືອງ 40 ທ່ານ ຍິງ 2 ທ່ານ, ພະສົງ 1 ອົງ. ໃນ 5 ປີ ຜ່ານມາ ຄະນະກໍາມະການແນວລາວສ້າງຊາດເມືອງນາແລ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງແນວລາວສ້າງຊາດແຂວງ, ປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນແນວລາວສ້າງຊາດເມືອງນາແລ,.

ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມ ທ່ານ ບຸນປີ ໄລປະເສີດ ກໍາມະການພັກເເຂວງ ກໍາມະການສູນກາງເເນວລາວສ້າງຊາດ ປະທານເເນວລາວສ້າງຊາດເເຂວງ, ທ່ານ ບຸນທອນ ສີສະຫວັນ ກໍາມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ພັດປ່ຽນກັນມີຄໍາເຫັນໂອ້. ຈາກນັ້ນ, ກອງປະຊຸມໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການແນວລາວສ້າງຊາດຊຸດທີ VII, ຄະນະກໍາມະການເເນວເມືອງຊຸດເກົ່າຂື້ນລາໜ້າທີ່ ພ້ອມທັງຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະມັກເປັນຄະນະກໍາມະການເເນວລາວສ້າງຊາດເມືອງຊຸດໃໝ່. ໃນນີ້, ປະກອບມີທັງໝົດ 43 ທ່ານ ຍິງ 4 ທ່ານ, ພະສົງ 1 ອົງ. ກອງປະຊຸມປະຖົມມະລຶກ ໄດ້ຕົກລົງຮັບຮອງເອົາຄະນະປະຈໍາແນວລາວສ້າງຊາດເມືອງ ສະໄໝທີ VIII ຈໍານວນ 5 ທ່ານ; ຍິງ 2 ທ່ານ ຄື: ທ່ານ ອຸດົມພອນ ປັນຖາວອນ, ທ່ານ ສາຍທອງ ພັນທະລັກ, ທ່ານຢວງ ດວງລິຍະຄໍາ, ທ່ານ ນາງ ພຸດທະສອນ ລໍຫວັນກູ໋, ທ່ານ ນາງ ໜຶ້ງຮັກ ແກ້ວປະເສີດ ຮັບຮອງເອົາປະທານ ແລະ ຮອງປະທານເເນວລາວເມືອງ ໂດຍຕົກລົງເອົາ ທ່ານ ອຸດົມພອນ ປັນຖາວອນ ເປັນປະທານ, ທ່ານ ສາຍທອງ ພັນທະລັກ ເປັນຮອງປະທານ, ທ່ານ ຢວງດວງລິຍະຄໍາ ເປັນຮອງປະທານ ແລະ ຮັບຮອງເອົາ ທ່ານ ສາຍທອງ ພັນທະລັກ ເປັນປະທານປະກວດກາ, ທ່ານ ພຸດນິກ ສຸນິແກ້ມ ເປັນຮອງປະທານກວດກາ ແລະ ຮັບຮອງເອົາທີ່ປຶກສາແນວລາວສ້າງຊາດເມືອງ ສະໄໝທີ VIII ຈໍານວນ 5 ທ່ານ, ຍິງ 1 ທ່ານ, ຮັບຮອງເອົາຄູ່ຮ່ວມງານຄະນະກໍາມະການແນວລາວສ້າງຊາດເມືອງ ສະໄໝທີ VIII ຈໍານວນ 11 ທ່ານ.

(ຂ່າວ: ອຸດົມສຸກ ວັນສະໝອນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
ຢ່າລື່ມກົດຕິດຕາມ