site_cover (30)
ຜັກ ແລະ ໝາກໄມ້ 6 ຊະນິດ ຊ່ວຍຄຸມຄວາມດັນ ຫຼຸດການດູດຊຶມໄຂມັນ ຕ້ານອັກເສບຫຼອດເລືອດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 May, 2025

ເຖິງແມ່ນໄຂມັນມີຄວາມຈໍາເປັນຕໍ່ຮ່າງກາຍ ແຕ່ຫາກມີຫຼາຍເກີນໄປກໍ່ອາດມີໂທດໄດ້ຄືກັນ ເຊັ່ນດຽວກັນກັບຄວາມດັນເລືອດທີ່ຫາກມີຄວາມດັນເລືອດສູງກໍ່ອາດສົ່ງຜົນໃຫ້ເກີດໂລກຫົວໃຈ ແລະ ຫຼອດເລືອດ ເຊັ່ນ: ຫຼອດເລືອດສະໝອງແຕກ ແລະ ອາດຮ້າຍແຮງເຖິງຂັ້ນເສຍຊີວິດ ເພາະສະນັ້ນການເລືອກກິນອາຫານທີ່ມີປະໂຫຍດ ໂດຍສະເພາະຜັກ ແລະ ໝາກໄມ້ບາງຊະນິດທີ່ມີຄຸນສົມບັດຊ່ວຍຫຼຸດການດູດຊຶມໄຂມັນ ແລະ ຫຼຸດຄວາມດັນເລືອດ ຍ່ອມຊ່ວຍໃຫ້ສຸຂະພາບດີໃນລະຍະຍາວ

 

ຜັກ ແລະ ໝາກໄມ້ທີ່ຊ່ວຍຄວບຄຸມຄວາມດັນເລືອດ

 

  • ກະທຽມ

ມີສານອັລລິຊິນ (Allicin) ຊຶ່ງເປັນສານຕ້ານອະນຸມູນອິສະລະ ນອກຈາກນີ້ສາມາດຫຼຸດການຊຶມຜ່ານຂອງຄໍເລັສເຕໍຣໍຈາກລະບົບທາງເດີນອາຫານເຂົ້າສູ່ກະແສເລືອດ ອີກທັງຊ່ວຍຕ້ານການແຂງຕົວຂອງເກັດເລືອດ

 

ດັ່ງນັ້ນຈຶ່ງມີຜົນເຮັດໃຫ້ເກັດເລືອດບໍ່ຈັບຕົວເປັນກ້ອນເມື່ອພາຍໃນຫຼອດເລືອດເກີດການອັກເສບ ຫຼື ເປັນແຜນ ແຕ່ຢ່າງໃດກໍ່ຕາມສານອັລລິຊິນມັກພົບໃນກະທຽມສົດ ການຮັບປະທານອາຫານເສີມໃນຮູບແບບກະທຽມເມັດຄວນປຶກສາແພດກ່ອນຮັບປະທານ

 

  • ຜັກບົ້ງ

ໂພແທດເຊຍມໃນບົ້ງມີຄຸນສົມບັດສໍາຄັນໃນການຫຼຸດຄວາມດັນເລືອດ ດັ່ງນັ້ນຜູ້ທີ່ປ່ວຍເປັນຄວາມດັນເລືອດສູງຈຶ່ງຄວນຮັບປະທານຜັກບົ້ງເປັນປະຈໍາ

 

ແຕ່ໃນກໍລະນີທີ່ຜູ້ປ່ວຍເປັນໂລກໄຕເຣື້ອລັງ ບໍ່ແນະນໍາໃຫ້ຮັບປະທານ ເພາະໂພແທດເຊຍມອາດເຮັດໃຫ້ໄຕເສື່ອມໄວຂຶ້ນໄດ້ ຊຶ່ງຜັກບຸ້ງ 100 ກຣາມຈະໃຫ້ພະລັງງານປະມານ 22 ກິໂລແຄລໍລີ ແລະ ໂພແທດເຊຍມສູງເຖິງ 312 ມິນລິກຣາມ

 

  • ໝາກເລັ່ນ

ໄລໂຄປີນ ແລະ ວິຕາມິນເອໃນໝາກເລັ່ນ ຊ່ວຍຕ້ານອະນຸມູນອິດສະລະ ແລະ ຫຼຸດການອັກເສບຂອງຫຼອດເລືອດ ຄວນເຮັດໃຫ້ໝາກເຂືອສຸກດ້ວຍຄວາມຮ້ອນກ່ອນຮັບປະທານ ເພື່ອໃຫ້ຮ່າງກາຍນໍາໄປໃຊ້ໄດ້ດີ ນອກຈາກນີ້ຫາກປຸງໝາກເລັ່ນດ້ວຍນ້ໍາມັນ ຮ່າງກາຍຈະຍິ່ງດູດຊຶມວິຕາມິນເອ ຊຶ່ງເປັນວິຕາມິນທີ່ລະລາຍໃນນ້ຳໄດ້ດີຂຶ້ນ

 

  • ຫົວຫອມ

ມີສານຕ້ານອະນຸມູນອິດສະລະຊະນິດຟີໂນລິກ ຊຶ່ງສາມາດຫຼຸດການອັກເສບໃນຮ່າງກາຍລວມເຖິງພາຍໃນຫຼອດເລືອດ ຊ່ວຍຫຼຸດປັດໄຈສ່ຽງຕໍ່ຫຼອດເລືອດຕີບແຄບ ມີຜົນຕໍ່ລະດັບຄໍເລັສເຕໍຣໍ ດັ່ງນັ້ນຈຶ່ງສາມາດຮັບປະທານເປັນປະຈໍາ ທີ່ໜ້າສົນໃຈຄືມີຂໍ້ມູນຈາກນັກວິໄຈໃນປະເທດສະຫະລັດອາເມລິກາລະບຸວ່າ ນອກຈາກຫອມຫົວໃຫຍ່ຈະຊ່ວຍຫຼຸດລະດັບຄໍເລັສເຕໍຣໍໃນເລືອດຍັງຊ່ວຍເພີ່ມຄໍເລັສເຕໍຣໍຊະນິດດີໄດ້ດ້ວຍ

 

  • ໝາກສີດາ

ໝາກສີດາເປັນຜົນໄມ້ທີ່ມີວິຕາມິນຊີ ຊຶ່ງເປັນສານຕ້ານອະນຸມູນອິດສະລະ ແລະ ມີເສັ້ນໃຍອາຫານສູງ ກາກໃຍອາຫານຈະຊ່ວຍຍັບຍັ້ງການດູດຊຶມຄໍເລັສເຕໍຣໍ ແລະ ຂັບຖ່າຍຄໍເລັສເຕໍຣໍອອກທາງອາຈົມ ດັ່ງນັ້ນການຮັບປະທານໝາກສີດາຄວນເລືອກຮັບປະທານທັງຜົນສົດແທນການດື່ມເປັນນ້ຳໝາກໄມ້

 

  • ແອປເປິ້ນ

ແອປເປິ້ນເປັນໝາກໄມ້ທີ່ມີເສັ້ນໃຍອາຫານສູງ ຊຶ່ງມີທັງໃຍອາຫານທີ່ລະລາຍນ້ຳແລະ ບໍ່ລະລາຍນ້ຳ ມີສານຕ້ານອະນຸມູນອິສະລະທັງຟີໂນລິກ ແລະ ສານຟລາໂວນອຍດ໌ສູງໂດຍສະເພາະທີ່ເປືອກ ການຮັບປະທານອາຫານທີ່ມີໃຍອາຫານສູງຈະຊ່ວຍຫຼຸດການດູດຊຶມຄໍເລັສເຕໍຣໍ ຊ່ວຍປ້ອງກັນໂລກທີ່ກ່ຽວກັບຄໍເລັສເຕໍຣໍ ໂດຍສະເພາະຫຼອດເລືອດອຸດຕັນ ແນະນໍາໃຫ້ຮັບປະທານແອປເປິ້ນທັງເປືອກເພື່ອຈະໄດ້ປະໂຫຍດສູງສຸດ

 

ນອກຈາກການຮັບປະທານຜັກແລະໝາກໄມ້ທີ່ຊ່ວຍຫຼຸດຄວາມດັນ ແລະ ຄໍເລັສເຕໍຣໍແລ້ວ ການເລືອກຮັບປະທານອາຫານທີ່ດີຕໍ່ສຸຂະພາບ ພັກຜ່ອນໃຫ້ພຽງພໍ ອອກກໍາລັງກາຍເປັນປະຈໍາຄືສິ່ງສໍາຄັນ ລວມເຖິງການກວດສຸຂະພາບເປັນປະຈໍາທຸກປີ ແລະ ກວດສຸຂະພາບຫົວໃຈ ຫາກພົບເຈີ ຄວາມຜິດປົກກະຕິເພື່ອຈະໄດ້ເບິ່ງແຍງຮັກສາໄດ້ທັນທີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
pele - 2025-10-28T152759.618
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ
jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
pele - 2025-10-28T141559.671
ປະເທດຕຸລະກີແຜ່ນດິນໄຫວ
jane - 2025-10-28T133922.748
"5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
ຢ່າລື່ມກົດຕິດຕາມ