VP LANDSCAPE COVER - 2025-05-22T133046.595
ສະພາບເງິນຕາຂອງລາວມີສັນຍານເປັນບວກ
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 May, 2025
ໂດຍ: ຣັດສະໝີ ດວງສັດຈະ ຜູ້ຂຽນ ໄດ້ມີໂອກາດເຂົ້າໄປພົວພັນວຽກງານຢູ່ທະນາຄານແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານໄດ້ຜ່ານການເປັນຫຼາຍຫົວໜ້າກົມແລະ ຫ້ອງການ ຂອງທະນາຄານກາງ

ຫຼາຍປະເດັນທີ່ຕິດພັນ ສະພາບທາງດ້ານເງິນຕາ ແລະ ສັງລວມໄດ້ບາງເຫດຜົນອັນສໍາຄັນວ່າ: ພາຍຫຼັງທີ່ລັດຖະບານເຮົາ ໄດ້ມີຄວາມພະຍາຍາມຢ່າງສູງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ ໃນຜ່ານມາ ໂດຍໄດ້ຊີ້ນໍາຢ່າງໃກ້ສິດຕໍ່ຂະແໜງການທີ່ກ່ຽວຂ້ອງ ລວມທັງຂະແໜງການທະນາຄານເພື່ອຈັດຕັ້ງປະຕິບັດມາດຕະການທີ່ເປັນລະບົບຄົບຊຸດ ເປັນຕົ້ນມາດຕະການທາງດ້ານການເງິນ-ເງິນຕາ ໂດຍສະເພາະ ການດຳເນີນນະໂຍບາຍເງິນຕາຢ່າງຮັດກຸມຂອງທະນາຄານແຫ່ງ ສປປ ລາວ ເພື່ອຄວບຄຸມປະລິມານເງິນ ໃຫ້ຢູ່ໃນຂອບເຂດເໝາະສົມ ຊຶ່ງເປັນພາລະກິດຕົ້ນຕໍສໍາຄັນຂອງທະນາຄານກາງ, ການຄຸ້ມຄອງເງິນຕາຕ່າງປະເທດ, ການອອກນິຕິກໍາໃນການຄຸ້ມຄອງລາຍຮັບ, ການສົ່ງອອກ ດ້ວຍການເປີດບັນຊີສະເພາະ ແລະ ການກຳນົດອັດຕາ. ສ່ວນລາຍຮັບເງິນຕາເຂົ້າມາ ແລະ ກຳນົດມາດຕະການແລກປ່ຽນແບບທັນທີຂັ້ນຕໍ່າເຂົ້າໃນລະບົບທະນາຄານອັນໄດ້ສ້າງສະພາບຄ່ອງ ແລະ ຄວາມສົມດຸນທາງດ້ານເງິນຕາຫຼາຍຂຶ້ນ, ການສ້າງຕະຫຼາດເງິນຕາຕ່າງປະເທດ ເປັນລວມສູນ (LFX) ແລະ ອື່ນໆ;

ທ່ານຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ໄດ້ຢັ້ງຢືນອີກວ່າ: ນັບແຕ່ທ້າຍປີ 2024 ເປັນຕົ້ນມາ ເຫັນວ່າສະພາບທາງດ້ານການເງິນ-ເງິນຕາ ມີສັນຍານຫຼາຍຢ່າງທີ່ເປັນບວກ ສະແດງອອກຄື: ອັດຕາເງິນເຟີ້ ມີທ່າອ່ຽງຫຼຸດລົງເປັນລໍາດັບ ຈາກລະດັບສູງສຸດ ອັດຕາເງິນເຟີ້ ສະເລ່ຍໃນປີ ແມ່ນ 31.23% ໃນປີ 2023 ມາເປັນ 23.13% ໃນປີ 2024 ແລະ 11.21% ໃນເດືອນມີນາ, ໃນເດືອນເມສາຢູ່ທີ່ 11.1%; ສະພາບອັດຕາແລກປ່ຽນ ມີຄວາມສະຫງົບມານັບແຕ່ທ້າຍປີ 2024 ເປັນຕົ້ນມາ, ອັດຕາແລກປ່ຽນເງິນກີບ ຕໍ່ເງິນຕາຕ່າງປະເທດ ມີທິດທາງແຂງຄ່າຂຶ້ນ, ການຄຸ້ມຄອງລາຍຮັບຈາກການສົ່ງອອກ ເຊິ່ງແມ່ນແຫຼ່ງຕົ້ນຕໍທາງດ້ານເງິນຕາຕ່າງປະເທດ ສາມາດບັນລຸໄດ້ຈາກ 55% ໃນປີ 2023 ມາເປັນ 71.1% ໃນປີ 2024 ແລະ ຮອດເດືອນເມສາ 2025 ສາມາດບັນລຸໄດ້ຫຼາຍກວ່າ 75% ຂອງຍອດມູນຄ່າການສົ່ງອອກ.

ອີງຕາມຂໍ້ມູນຈາກເວັບໄຊ ທຫລ ໃຫ້ຮູ້ວ່າ: ຄັງສໍາຮອງເງິນຕາຕ່າງປະເທດ ໄດ້ເພີ່ມຂຶ້ນເປັນລໍາດັບ ຈາກລະດັບ 1,677 ລ້ານໂດລາສະຫະລັດໃນທ້າຍປີ 2023 ໄດ້ເພີ່ມຂຶ້ນມາເປັນ 2,101 ລ້ານໂດລາສະຫະລັດໃນເດືອນທັນວາ ປີ 2024; ພາຍຫຼັງທີ່ ທຫລ ໄດ້ຫຼຸດຜ່ອນການດັດສົມນໍ້າມັນເຊື້ອໄຟ ແລະ ສິນຄ້າບູລິມະສິດ ນັບແຕ່ເດືອນທັນວາ 2024 ເປັນຕົ້ນມາ ແລະ ໃຫ້ທະນາຄານທະນາຄານທຸລະກິດເຮັດໜ້າທີ່ ດັດສົມເງິນຕາແກ່ສັງຄົມ ແລະ ຄາດວ່າໃນສາມເດືອນຕົ້ນປີ 2025 ຈະເພີ່ມຂຶ້ນກວ່າລະດັບປີ 2024, ສາມາດບັນລຸຄາດໝາຍທີ່ກຳນົດໄວ້ (ຢ່າງໜ້ອຍ 5 ເດືອນຂອງການນໍາເຂົ້າ) ຊຶ່ງໄດ້ສ້າງເງື່ອນໄຂອໍານວຍ ແລະ ສ້າງຄວາມເຊື່ອໝັ້ນໃນການດຳເນີນທຸລະກິດ ແລະ ການລົງທຶນພາຍໃນປະເທດ. ອີງຕາມບົດລາຍງານການປະເມີນສະພາບທາງດ້ານເງິນຕາ ຂອງອົງການ AMRO ທີ່ພິມເຜີຍແຜ່ໃນເດືອນມີນາ 2025 ໄດ້ລະບຸໄວ້ວ່າ: ໜຶ່ງໃນມາດຕະການທີ່ສ້າງສະຖຽນລະພາບມະຫາພາກ ແມ່ນມາດຕະການຄຸ້ມຄອງເງິນຕາຕ່າງປະເທດທີ່ເດັດດຽວ ແລະ ເຂັ້ມຂຸ້ນ (Bold Measures) ໂດຍສະເພາະລະບຽບການວ່າດ້ວຍການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກ ເຖິງແມ່ນວ່າການຈັດຕັ້ງປະຕິບັດໃນເບື້ອງຕົ້ນ ຈະສ້າງຄວາມກັງວົນແກ່ຜູ້ປະກອບການສົ່ງອອກຈໍານວນໜຶ່ງ ເນື່ອງຈາກເປັນມາດຕະການອອກໃໝ່ ແຕ່ພາຍຫຼັງຈັດຕັ້ງປະຕິບັດມາເປັນເວລາເກືອບ 1 ປີ ເຫັນວ່າ ຫຼາຍພາກສ່ວນ ໄດ້ມີຄວາມເຂົ້າໃຈ ເປັນເອະພາບ ແລະ ໄດ້ປະກອບສ່ວນສ້າງສະພາບຄ່ອງທາງດ້ານເງິນຕາໃນລະບົບທະນາຄານ ແລະ ສະຖຽນລະພາບເງິນຕາດີຂຶ້ນ.

Digital Marketing Agency in Laos - Emerging Digital Solutions

ສະນັ້ນ; ຈຶ່ງເຫັນໄດ້ວ່ານັບແຕ່ທ້າຍປີ 2024 ຜ່ານມາ, ພວກເຮົາສາມາດ ແນມເຫັນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນເງິນຕາ ຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຂອງທະນາຄານແຫ່ງ ສປປ ລາວ ໄດ້ມີຈັງຫວະທີ່ດີຂຶ້ນຕະຫຼອດມາ. ຜູ້ຂຽນ, ໃນຖານະສື່ມວນຊົນຄົນໜຶ່ງ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງຕ່າງໆ ທາງພາກລັດ, ພາກທຸລະກິດ ແລະ ພາກປະຊາຊົນ ຈົ່ງພ້ອມກັນບຸກບືນ ແລະ ເພີ່ມທະວີໃນການເຂົ້າຮ່ວມແກ້ໄຂ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ເງິນຕາ ໃຫ້ຜ່ານພົ້ນໄປໂດຍດີ ແລະ ໃຫ້ເສດຖະກິດ ປະເທດເຮົາ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໂດຍ: ຣັດສະໝີ ດວງສັດຈະ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ