ລັດຖະບານຈີນສະແດງຄວາມວິຕົກກັງວົນຢ່າງຫຼາຍ ຕໍ່ແຜນການຕິດຕັ້ງ “ໂດມທອງຄໍາ” ລະບົບປ້ອງກັນຂີປະນາວຸດລຸ່ນໃໝ່ຂອງສະຫະລັດ ຫຼັງປະທານາທິບໍດີໂດນັລ ທຣໍາ ອອກມາເປີດເຜີຍເປັນຄັ້ງທຳອິດ ຊີ້ເປັນໄພຕໍ່ສະຖຽນລະພາບໂລກ
ວັນທີ່ 21 ພຶດສະພາ 2025 ນາງເຫມົາ ໜິງ ໂຄສົກກະຊວງການຕ່າງປະເທດຈີນຖະແຫຼງວ່າ ລັດຖະບານຈີນມີຄວາມກັງວົນຕໍ່ແຜນຕິດຕັ້ງ “ໂດມທອງຄໍາ” (Golden Dome)
ະບົບປ້ອງກັນຂີປະນາວຸດຂອງປະທານາທິບໍດີໂດນັລ ທຣໍາ ຂອງສະຫະລັດ ໂດຍລະບຸວ່າ ແຜນການນີ້ອາດບັ່ນທອນສະຖຽນລະພາບເຊີງຍຸດທະສາດທົ່ວໂລກ ແລະ ເປັນການສະແຫວງຫາຄວາມໝັ້ນຄົງໂດຍບໍ່ຄໍານຶງເຖິງຜົນກະທົບຕໍ່ປະເທດອື່ນ
ໂຄສົກກ່າວວ່າ ແຜນການຕິດຕັ້ງໂດມທອງຄໍາລະເມີດຫລັກການທີ່ວ່າຄວາມໝັ້ນຄົງຂອງປະເທດໜຶ່ງບໍ່ຄວນມາທັບຊ້ອນກັບຄວາມໝັ້ນຄົງຂອງປະເທດອື່ນ ພ້ອມກັນນີ້ໄດ້ຮຽກຮ້ອງໃຫ້ສະຫະລັດ ຍຸດຕິການພັດທະນາ ແລະ ຕິດຕັ້ງລະບົບປ້ອງກັນຂີປະນາວຸດທົ່ວໂລກໂດຍໄວ ແລະ ສະແດງຄວາມຈິງໃຈຕໍ່ການສ້າງຄວາມໄວ້ວາງໃຈລະຫວ່າງຊາດມະຫາອໍານາດ
ທັງນີ້ ປະທານາທິບໍດີທຣໍາເປີດຕົວແຜນຕິດຕັ້ງໂດມທອງຄໍາ ເມື່ອວັນອັງຄານທີ່ 20 ພຶດສະພາ ທີ່ຜ່ານມາ ໂດຍບອກວ່າໄດ້ຮັບແຮງບັນດານໃຈຈາກລະບົບ Iron Dome ຂອງອິສຣາເອນ
ຊຶ່ງເປັນລະບົບປ້ອງກັນໄພທາງອາກາດຫຼາຍຊັ້ນ ສາມາດກວດຈັບ ແລະ ຍິງສະກັດຈະລວດ ຫຼື ຂີປະນາວຸດທີ່ມຸ່ງເປົ້າໂຈມຕີພື້ນທີ່ພົນລະເຮືອນ ຫຼື ໂຄງສ້າງສໍາຄັນ
ພ້ອມລະບຸວ່າ ໂດມທອງຄໍາຈະສາມາດໃຊ້ງານໄດ້ເຕັມຮູບແບບພາຍໃນສິ້ນວາລະຂອງລາວ ໃນຕົ້ນປີ 2029 ຢ່າງໃດກໍ່ຕາມ ເຈົ້າໜ້າທີ່ສະຫະລັດລາຍໜຶ່ງໃຫ້ຂໍ້ມູນວ່າ ອາດຕ້ອງໃຊ້ເວລາດົນກວ່ານັ້ນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |