site_cover (34)
ຈີນໃຊ້ລົດບັນທຸກເໝືອງພະລັງໄຟຟ້າໄຮ້ຄົນຂັບ 100 ຄັນ ໃນມົງໂກເລຍໃນ ເຊື່ອມຕໍ່ 5G ແລະ AI ຈາກ Huawei
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 May, 2025
ໝວດ: ຂ່າວ

 

ປະເທດຈີນໄດ້ເລີ່ມໃຊ້ງານລົດບັນທຸກເຮັດເໝືອງຖ່ານຫີນໄຮ້ຄົນຂັບຂະໜາດໃຫຍ່ຈໍານວນ 100 ຄັນໃນພື້ນທີ່ເໝືອງເປີດ ຢີມິນ (Yimin) ເຂດປົກຄອງຕົນເອງມົງໂກເລຍໃນ

 

ໂດຍເປັນຍານພາຫະນະພະລັງງານໄຟຟ້າທີ່ຂັບເຄື່ອນດ້ວຍລະບົບປັນຍາປະດິດ (AI) ເຊື່ອມຕໍ່ຜ່ານເຄືອຂ່າຍ 5G-Advanced (5G-A) ທີ່ມີຄວາມໄວໃນການອັບໂຫລດສູງເຖິງ 500 Mbps ແລະ ຄ່າຄວາມຫນ່ວງພຽງ 20 ມິນລິວິນາທີ ລະບົບນີ້ໄດ້ຮັບການສະໜັບສະໜູນໂດຍ Huawei ຊຶ່ງໃຫ້ບໍລິການຄລາວດ໌ ແລະ ໂຊລູຊັນດ້ານການຂັບຂີ່ອັດຕະໂນມັດແບບເຣຍທາມ ສໍາລັບຍານພາຫະນະເຊີງພານິດ

 

ໂຄງການນີ້ເປັນຄວາມຮ່ວມມືລະຫວ່າງບໍລິສັດ Huaneng Group ຍັກໃຫຍ່ດ້ານພະລັງງານຂອງຈີນ ແລະ ບໍລິສັດໃນເຄືອ Huaneng Ruichi

 

ຊຶ່ງລະບຸວ່ານີ້ຄືຝູງລົດຂຸດໄຟຟ້າໄຮ້ຄົນຂັບທີ່ໃຫຍ່ທີ່ສຸດໃນໂລກ ຍານພາຫະນະແຕ່ລະຄັນສາມາດບັນທຸກຖ່ານຫີນໄດ້ເຖິງ 90 ເມັດຕະຣິກຕັນ ແລະ ສາມາດປະຕິບັດງານໄດ້ໃນອຸນຫະພູມທີ່ຕ່ໍາເຖິງ -40 ອົງສາເຊນເຊຍ ຊຶ່ງເປັນສະພາບແວດລ້ອມທີ່ພົບໄດ້ໃນພື້ນທີ່ເຮັດເໝືອງຂອງມົງໂກເລຍໃນ

 

ຫົວເຫວ່ຍ (Huawei) ເປີດເຜີຍວ່າ ລົດບັນທຸກຂອງ Huaneng Ruichi ນັບເປັນຍານເໝືອງໄຮ້ຄົນຂັບລຸ່ນທຳອິດຂອງຈີນທີ່ບໍ່ມີຫ້ອງໂດຍສານສໍາລັບຄົນຂັບ

 

ຊຶ່ງອອກແບບມາເພື່ອຫຼຸດຄວາມສ່ຽງຕໍ່ຄວາມປອດໄພຂອງບຸກຄະລາກອນ ໂດຍໃຫ້ມະນຸດຢູ່ຫ່າງຈາກອັນຕະລາຍທີ່ເກີດຈາກເຄື່ອງຈັກຂະໜາດໃຫຍ່ ຝຸ່ນລະອອງ ແລະ ສະພາບອາກາດທີ່ບໍ່ດີ ເຊັ່ນ: ຫິມະ, ຝົນຕົກໜັກ ຫຼື ລະດັບຄວາມສູງທີ່ຮຸນແຮງ

 

ຈາກຂໍ້ມູນຂອງຕົວແທນ Huaneng Group ຍານເຫຼົ່ານີ້ສາມາດເພີ່ມປະສິດທິພາບຂອງເໝືອງໄດ້ເຖິງ 20% ແລະ ໂຄງການນີ້ຍັງນັບເປັນ “ເໝືອງເປີດແຫ່ງທຳອິດຂອງໂລກ” ທີ່ດໍາເນີນການດ້ວຍເທັກໂນໂລຊີ 5G-A ໂດຍມີແຜນຂະຫຍາຍກອງຍານໃນອະນາຄົດເພີ່ມເປັນ 300 ຄັນ

 

ແມ້ວ່າຖ່ານຫີນຈະເປັນແຫຼ່ງພະລັງງານທີ່ມີຜົນກະທົບຕໍ່ສິ່ງແວດລ້ອມຢ່າງ ແຕ່ກໍ່ຍັງຄົງຖືກໃຊ້ໃນຫຼາຍປະເທດ ໂດຍສະເພາະໃນເອເຊຍ ຈາກລາຍງານຂອງ Enerdata ບໍລິສັດທີ່ປຶກສາ ແລະ ວິໄຈດ້ານພະລັງງານຈາກປະເທດຝຣັ່ງລະບຸວ່າ ອັດຕາການເຕີບໂຕຂອງການໃຊ້ຖ່ານຫີນທົ່ວໂລກຫຼຸດລົງຈາກປະມານ 6% ໃນປີ 2022 ເຫຼືອ 2.2% ໃນປີ 2023

 

ແຕ່ໃນຈີນ ອິນເດຍ ແລະຫວຽດນາມກັບມີອັດຕາການເຕີບໂຕຢູ່ທີ່ 6.9%, 9.9% ແລະ 25% ຕາມລໍາດັບ

 

ປັດຈຸບັນ ຈີນ ແລະ ອິນເດຍ ລວມກັນບໍລິໂພກຖ່ານຫີນເຖິງ 71% ຂອງທັງໂລກ ໂດຍຈີນພຽງປະເທດດຽວກໍາລັງພັດທະນາກໍາລັງການຂຸດໃໝ່ເຖິງ 1,280 ລ້ານໂຕນຕໍ່ປີ ຊຶ່ງຄິດເປັນປະມານຄຶ່ງໜຶ່ງຂອງກໍາລັງການຜະລິດທີ່ສະເໜີທົ່ວໂລກ

 

ທ່າມກາງຄວາມຕ້ອງການພະລັງງານທີ່ຍັງຄົງສູງ ຈີນຈຶ່ງມຸ່ງພັດທະນາເທັກໂນໂລຊີເພື່ອໃຫ້ການເຮັດເໝືອງມີຄວາມປອດໄພ ເປັນມິດກັບສິ່ງແວດລ້ອມ ແລະ ມີປະສິດທິພາບຫຼາຍຍິ່ງຂຶ້ນ ທັງໃນດ້ານແຮງງານ ແລະ ຊັບພະຍາກອນ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ