ເມື່ອບໍ່ດົນມານີ້ ພາສີ-ອາກອນຄຸນຫມິງ ແລະ ພາສີ-ອາກອນເມືອງຫນານຫນິງ ໄດ້ກວດພົບສານແຄດເມຍມ (Cadmium) (ສານກໍ່ໃຫ້ເກີດມະເຮັງ) ເກີນຄ່າມາດຕະຖານໃນໝາກຖົ່ວລຽນ ແລະ ໝາກມິີ້ ນຳເຂົ້າຈາກຫວຽດນາມອີກຄັ້ງ
ຊຶ່ງປັນຫານີ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງບໍ່ໄດ້ຮັບການແກ້ໄຂຢ່າງເໝາະສົມ ຈີນແລະຫວຽດນາມໄດ້ຈັດທຳພິທີສານໃນການໃຊ້ມາດຕະການກວດທີ່ເຂັ້ມງວດຂຶ້ນ
ສຳລັບການນຳເຂົ້າໝາກຖົ່ວລຽນ ແລະ ໝາກມີ້ ຈາກຫວຽດນາມທຸກລັອດ ລະຫວ່າງວັນທີ່ 1 ທັນວາ 2024ເຖິງ 1 ມິຖຸນາ 2025 ເພື່ອຄວາມປອດໄພຂອງອາຫານ
ມາດຕະການດັ່ງກ່າວ ກຳນົດໃຫ້ໝາກຖົ່ວລຽນ ແລະ ໝາກມີ້ ຈາກຫວຽດນາມຕ້ອງຜ່ານການທົດລອງໃນຫ້ອງປະຕິບັດການທີ່ໄດ້ຮັບອະນຸມັດ
ໂດຍຜະລິດຕະພັນທີ່ຜ່ານການທົດລອງ ແລະ ຕົງຕາມມາດຕະຖານທີ່ກຳນົດເທົ່ານັ້ນທີ່ຈະໄດ້ຮັບອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນ ແລະ ຕ້ອງຕິດຄັດຜົນການທົດລອງດ້ວຍ
ທັງນີ້ ພາສີ-ອາກອນຈີນຈະມີການດຳເນີນການກວດການນຳເຂົ້າຢ່າງເຄັ່ງຄັດ ດັ່ງນີ້:
ມາດຕະການໃໝ່ນີ້ຈະສົ່ງຜົນໃຫ້ເກີດຄວາມຊັກຊ້າ ແລະ ເຮັດໃຫ້ສິນຄ້າຄ້າງສົ່ງ ອີກທັງຍັງເພີ່ມຕົ້ນທຶນໃນການທົດລອງສຳລັບການສົ່ງອອກໝາກໄມ້ຂອງຫວຽດນາມຢ່າງຫຼວງຫຼາຍ
ຊຶ່ງອາດເີັດໃຫ້ເກີດຄວາມຈຳເປັນໃນການປັບປຸງໂຄງສ້າງອຸດສາຫະກຳໝາກໄມ້ສົ່ງອອກຂອງຫວຽດນາມ ບໍ່ເຊັ່ນນັ້ນແລ້ວຫວຽດນາມອາດຈະຕ້ອງສູນເສຍສ່ວນແບ່ງທາງການຕະຫຼາດໃນຈີນ ແລະ ເກີດຜົນກະທົບຕະຫຼອດຫ່ວງໂຊ່ອຸປະທານໝາກໄມ້ສົ່ງອອກຂອງຫວຽດນາມ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |