site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 May, 2025
ໝວດ: ຂ່າວ

ສະຕາບັກສ໌ເກົາຫຼີໃຕ້ປະກາດຄວາມເປັນກາງໃນການເລືອກຕັ້ງ ໂດຍເວລາທີ່ເອີ້ນຊື່ລູກຄ້າມາຮັບກາແຟ ຈະບໍ່ເອີ້ນຊື່ລູກຄ້າທີ່ຄືກັນກັບຊື່ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ທັງ 6 ຄົນ

 

ທາງບໍລິສັດລະບຸວ່າ ອອກກົດນີ້ເພື່ອຄວາມເປັນກາງທາງການເມືອງໃນຊ່ວງຫາສຽງເລືອກຕັ້ງ ແລະ ກົດນີ້ຈະຖືກຍົກເລີກໄປຫຼັງເລືອກຕັ້ງໃນວັນທີ່ 3 ມິຖຸນາ

 

 

 

ຕາມປົກກະຕິແລ້ວບຸກຄົນຜູ້ມີຊື່ສຽງ ຫຼື ຮ້ານຄ້າຂອງເກົາຫຼີໃຕ້ຈະເປັນກາງເລື່ອງການເມືອງຢູ່ແລ້ວ ແຕ່ເລື່ອງການເມືອງໃນເກົາຫຼີໃຕ້ກຳລັງເປັນປະເດັນທີ່ຫຼາຍຄົນໃຫ້ຄວາມສົນໃຈໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ

 

ຫຼັງອະດີດປະທານາທິບໍດີຢຸນ ຊັອກ ຢອນ ເຮັດໃຫ້ຄົນໃນສັງຄົມແຕກແຍກອອກເປັນສອງກຸ່ມ

 

ເຮັດໃຫ້ເລື່ອງທຳມະດາທີ່ສຸດ ເຊັ່ນການເອີ້ນຊື່ລູກຄ້າມາຮັບກາແຟກໍອາດຖືກໂຍງໃຫ້ເປັນເລື່ອງການເມືອງໄດ້ ຊຶ່ງຖືເປັນບົດຮຽນທີ່ສະຕາບັກສ໌ໄດ້ຮຽນຮູ້ມາ

 

ໃນຊ່ວງບໍ່ເທົ່າໃກເດືອນທີ່ຜ່ານມາ ພົບວ່າມີລູກຄ້າທີ່ສັ່ງເຄື່ອງດື່ມຜ່ານແອັບເພີ່ມຂຶ້ນເລື່ອຍໆ ແລະ ພິມຊື່ເລ່ນທີ່ເປັນການໂຈມຕີຝ່າຍຕ້ານທາງການເມືອງ ເຊັ່ນ:

 

“ຈັບກຸມຢຸນ ຊັອກ ຢອນ” ຫຼື “(ຫົວໜ້າຝ່າຍຄ້ານ) ອີ ແຈມ ຢັອງ ເປັນສາຍລັບ” ເມື່ອບາຣິສຕາເຮັດກາແຟແລ້ວ ພວກເຂົາກໍບໍ່ມີທາງເລືອກ ແລະ ຕ້ອງຂານເອີ້ນຊື່ລູກຄ້າແບບນັ້ນອອກໄປ

 

ສະຕາບັກສ໌ລະບຸວ່າ ເປົ້າໝາຍຂອງເຮົາຄືການເຮັດໃຫ້ລູກຄ້າທຸກຄົນໄດ້ຮັບປະສົບການທີ່ດີໃນຮ້ານກາແຟຂອງເຮົາ ແລະ ເພື່ອຊ່ວຍໃນເລື່ອງນີ້

 

ເຮົາຈຶ່ງ ບລັອກ ບາງຄຳທີ່ອາດເຂົ້າໃຈຜິດໄດ້ ເຊັ່ນ: ຊື່ຂອງຜູ້ສະໝັກຮັບເລືອກຕັ້ງທີ່ມີຂໍ້ຄວາມສະໜັບສະໜູນ ຫຼື ຄັດຄ້ານໃນຊ່ວງການເລືອກຕັ້ງ ເພື່ອຮັກສາຄວາມເປັນກາງ

 

ຢ່າງໃດກໍຕາມ ນີ້ຖືເປັນຄັ້ງທຳອິດທີ່ສະຕາບັກສ໌ແບນຊື່ຜູ້ສະໝັກທັງໝົດໃນການເລືອກຕັ້ງ ນອກຈາກອີ ແຈມ ຢັອງແລ້ວ ຍັງມີຊື່ອື່ນໆ ອີກ ໄດ້ແກ່ ຄິມ ມຸນຊູ ອີ ຈຸນຊອກ ຄວອນ ຢອງກຸກ ຮວັງ ຄໂຢອັນ ແລະອຊອງ ຈິນໂຮ ຊຶ່ງຄົນເກົາຫຼີໃຕ້ບາງຄົນກໍເບິ່ງວ່າສະຕາບັກສ໌ຄິດຫຼາຍ ແລະ ກັງວົນກ່ຽວກັບເລື່ອງນີ້ຫຼາຍເກີນໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ