site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 May, 2025

ມະເຮັງເຕົ້ານົມ ແລະ ມະເຮັງປາກມົດລູກ ເປັນພະຍາດຮ້າຍທີ່ພາກຊີວິດແມ່ຍິງທົ່ວໂລກໃນທຸກປີ ແລ ະຍັງເປັນພະຍາດມະເຮັງທີ່ພົບໃນແມ່ຍິງຫຼາຍທີ່ສຸດອີກດ້ວຍ

 

ແຕ່ນັກວິໄຈລະບຸວ່າ ກຳລັງມີພະຍາດຮ້າຍທີ່ເປັນໄພຕໍ່ແມ່ຍິງຊຶ່ງເປັນຕາຍ້ານບໍ່ແພ້ກັນ ນັ້ນກໍຄື ພະຍາດມະເຮັງຊ່ອງປາກ

 

ໂດຍງານວິໄຈໃໝ່ຈາກມະຫາວິທະຍາໄລວໍຊິງຕັນພົບວ່າ ແມ່ຍິງທີ່ດື່ມເຄື່ອງດື່ມອັດລົມທີ່ມີນ້ຳຕານສູງຢ່າງໜ້ອຍ 1 ກະປ໋ອງຕໍ່ມື້ ມີແນວໂນ້ມທີ່ຈະເປັນມະເຮັງໃນຊ່ອງປາກ ຫຼາຍກວ່າຜູ້ທີ່ຫຼີກຫຼ່ຽງເຄື່ອງດື່ມດັ່ງກ່າວປະມານ 5 ເທົ່າ

 

ໃຜເປັນກຸ່ມສ່ຽງມະເຮັງໃນຊ່ອງປາກ?

 

ໂດຍທົ່ວໄປແລ້ວ ມະເຮັງໃນຊ່ອງປາກມັກເກີດຂຶ້ນກັບຜູ້ຊາຍສູງອາຍຸທີ່ສູບຢາ ແລະ ດື່ມແອລກໍຮອນເປັນປະຈຳ

 

ອາການທົ່ວໄປຂອງມະເຮັງໃນຊ່ອງປາກ ຈະເຮັດໃຫ້ເກີດພາດແຜເຈັບປວດບໍລິເວນຂອບປາກ ຫຼື ເຫງືອກ ແລະ ສາມາດແຜ່ກະຈາຍລົງໄປຍັງຄໍຫາກບໍ່ໄດ້ຮັບການຮັກສາ

 

ຂໍ້ມູນຈາກສະຖາບັນມະເຮັງແຫ່ງຊາດປະເທດໄທຊີ້ວ່າ ກວ່າ 90% ຂອງຜູ້ປ່ວຍມະເຮັງໃນຊ່ອງປາກເປັນຜູ້ທີ່ສູບຢາ ດື່ມເຫຼົ້າ ໂດຍຜູ້ທີ່ສູບຢາ ແລະ ດື່ມເຫຼົ້າ ຈະມີໂອກາດເປັນມະເຮັງຫຼາຍກວ່າຜູ້ທີ່ບໍ່ສູບຢາ ແລະ ດື່ມເຫຼົ້າ 15 ເທົ່າ

 

ແຕ່ປັດຈຸບັນມີປັດໄຈກະຕຸ້ນໂຕໃໝ່ ໂດຍຕາມລາຍງານຂອງ United Press International ສຳນັກຂ່າວຈາກສະຫະລັດລ່າສຸດຊີ້ວ່າ

 

ຈຳນວນຜູ້ປ່ວຍມະເຮັງໃນຊ່ອງປາກໃນກຸ່ມແມ່ຍິງກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຈຳນວນນີ້ເປັນແມ່ຍິງທີ່ບໍ່ສູບຢາ ຫຼື ບໍ່ດື່ມແອລກໍຮອລ ຊຶ່ງເປັນເລື່ອງທີ່ໜ້າປະຫຼາດໃຈ ແລະ ໜ້າກັງວົນເປັນຢ່າງຫຼາຍ

 

ນ້ຳອັດລົມ ຄື ຕົວກະຕຸ້ນການເກີດມະເຮັງໃນຊ່ອງປາກໃນແມ່ຍິງ

 

ໃນງານວິໄຈໃໝ່ທີ່ຕີພິມໃນວາລະສານ JAMA Otolaryngology-Head & Neck Surgery ນັກວິໄຈຈາກມະຫາວິທະຍາໄລວໍຊິງຕັນໄດ້ສຶກສາຂໍ້ມູນສຸຂະພາບໄລຍະຍາວຂອງບຸກຄະລາກອນທາງການແພດກວ່າ 162,000 ຄົນ ແລະ ສາມາດລະບຸຜູ້ປ່ວຍມະເຮັງໃນຊ່ອງປາກໄດ້ 124 ລາຍ

 

ຈາກການວິເຄາະຂໍ້ມູນຂອງຜູ້ປ່ວຍກຸ່ມນີ້ ນັກວິໄຈພົບວ່າຜູ້ທີ່ດື່ມເຄື່ອງດື່ມອັດລົມທີ່ເຕັມໄປດ້ວຍນ້ຳຕານຢ່າງໜ້ອຍ 1 ກະປ໋ອງຕໍ່ມື້  ມີຄວາມສ່ຽງຕໍ່ການເປັນມະເຮັງໃນຊ່ອງປາກຫຼາຍກວ່າຜູ້ທີ່ດື່ມໜ້ອຍກວ່າ 1 ກະປ໋ອງຕໍ່ເດືອນ ຫຼື ບໍ່ດື່ມເລີຍ 4.87 ເທົ່າ

 

ບຣິຕຕານີ ບາເບີ ຜູ້ຊ່ວຍສາສະດາຈານດ້ານສານຍະກຳໂສດ ສອ ນາສິກ ແລະ ຫົວຄໍ ທີ່ນຳການວິໄຈນີ້ຮ່ວມກັບເພື່ອນຮ່ວມງານທີ່ມະຫາວິທະຍາໄລວໍຊິງຕັນ ກ່າວວ່າ

 

ອັດຕາການເພີ່ມຂຶ້ນຂອງມະເຮັງປະເພດນີ້ໃນກຸ່ມແມ່ຍິງນັ້ນໜ້າເປັນຫ່ວງ

 

ຈົນເຖິງຕອນນີ້ ເຄື່ອງດື່ມອັດລົມຍັງບໍ່ເຄີຍຖືກສຶກສາໃນຖານະຕົວການຫນຶ່ງທີ່ຢູ່ເບື້ອງຫຼັງອັດຕາການເພີ່ມຂຶ້ນນີ້ໃນກຸ່ມຜູ້ທີ່ບໍ່ສູບຢາ ໂດຍສະເພາະຫຼັງຈາກທີ່ອັດຕາການເປັນມະເຮັງໃນຊ່ອງປາກທີ່ກ່ຽວຂ້ອງກັບການສູບຢາ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ເນື່ອງຈາກຄວາມສຳເລັດຂອງແຄມເປນຕໍ່ຕ້ານການສູບຢາ ແລະ ກົດໝາຍທີ່ກ່ຽວຂ້ອງ

 

ໃນປີ 2020 ລາຍງານລະບຸວ່າມີຜູ້ປ່ວຍມະເຮັງໃນຊ່ອງປາກລາຍໃໝ່ 355,000 ລາຍ ແລະ ມີຜູ້ເສຍຊີວິດ 177,000 ລາຍທົ່ວໂລກ

 

ເຖິງວ່າຈະເປັນມະເຮັງເພດຍິງທີ່ພົບໄດ້ນ້ອຍກວ່າມະເຮັງເຕົ້ານົມ ຫຼື ມະເຮັງລຳໄສ້ໃຫຍ່ ແຕ່ອັດຕາສ່ວນຂອງການເສຍຊີວິດຕໍ່ການວິນິດໄສກໍຍັງຄົງເປັນຕົວເລກທີ່ໜ້າເປັນຫ່ວງ

 

ນັກວິໄຈຕັ້ງສັນນິຖານວ່າ ນອກຈາກເຄື່ອງດື່ມອັດລົມນ້ຳຕານສູງ ອາຫານທີ່ມີນ້ຳຕານເຕີມສູງກໍອາດສົ່ງຜົນຕໍ່ການອັກເສບເຮື້ອຣັງ ທີ່ນຳໄປສູ່ໂຣກມະເຮັງຊ່ອງປາກໄດ້ເຊັ່ນກັນ ຊຶ່ງຈະມີການສຶກສາຕໍ່ໄປໃນອະນາຄົດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
pele - 2025-10-28T152759.618
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ
jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
pele - 2025-10-28T141559.671
ປະເທດຕຸລະກີແຜ່ນດິນໄຫວ
jane - 2025-10-28T133922.748
"5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
ຢ່າລື່ມກົດຕິດຕາມ