site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 May, 2025
ໝວດ: ຂ່າວ

ເຄື່ອງບິນລຳນ້ອຍຕົກໃນເມືອງຊານດິເອໂກ ເຮັດໃຫ້ເກີດໄຟໄໝ້ບ້ານເຮືອນ ແລະ ລົດຍົນຈຳນວນຫຼາຍ ເບື້ອງຕົ້ນມີຜູ້ເສຍຊີວິດແລ້ວ 2 ສົບ ປະຊາຊົນນັບຮ້ອຍຕ້ອງອົບພະຍົບ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດເຄື່ອງບິນນ້ອຍຮຸ່ນ ເຊສນາ 550 ຊຶ່ງບັນທຸກຜູ້ໂດຍສານໄດ້ 6-8 ຄົນ ຕົກໃນຍ່ານເມີຟີ ແຄນຢອນ ຕອນກາງຂອງເມືອງຊານດິເອໂກ ລັດແຄລິຟໍເນຍ ເມື່ອເວລາປະມານ 3.45 ນ. ວັນພະຫັດທີ່ 22 ພຶດສະພາ 2025 ຕາມເວລາທ້ອງຖິ່ນ

 

ຂ່າວລະບຸວ່າ ເຫດການນີ້ເກີດຂຶ້ນທ່າມກາງສະພາວະໝອກລົງຈັດ ແຕ່ຍັງບໍ່ຊັດເຈນວ່ານີ້ເປັນສາເຫດທີ່ເຮັດໃຫ້ເຄື່ອງບິນຕົກ ຫຼື ບໍ່

 

 

ແດນ ເອັດດີ ຜູ້ຊ່ວຍຫົວໜ້າສຳນັກງານດັບເພີງລະບຸໃນງານຖແຫຼງຂ່າວຫຼັງເກີດເຫດວ່າ ເຊື້ອເພີງເຄື່ອງບິນກະຈາຍໄປທົ່ວບໍລິເວນ ມີບ້ານເຮືອນຖືກໄຟໄໝ້ຢ່າງໜ້ອຍ 15 ຫຼັງ ໂດຍຫຼາຍຫຼັງຖືກເຄື່ອງບິນຕົກໃສ່ໂດຍກົງ ແລະ ເປົ້າໝາຍຫຼັກຂອງເຈົ້າໜ້າທີ່ຄືການຄົ້ນຫາໃນບ້ານທຸກຫຼັງເພື່ອພາປະຊາຊົນໄປຍັງທີ່ປອດໄພ

 

ພາບຈາກທີ່ເກີດເຫດສະແດງໃຫ້ເຫັນວ່າ ມີລົດຍົນຫຼາຍຄັນໄດ້ຮັບຄວາມເສຍຫາຍຈາກໄຟໄໝ້ ຂະນະທີ່ເສດຊາກປັກຫັກພັງກະຈັດກະຈາຍໄປທົ່ວ

 

ປະມານ 1 ຊົ່ວໂມງຕໍ່ມາ ເຈົ້າໜ້າທີ່ເມືອງຊານດິເອໂກຈັດງານຖະແຫຼງຂ່າວອີກຄັ້ງ ເລີ່ມຈາກ ທ່ານ ໂຣເບີດ ໂລແກນ ຫົວໜ້າສຳນັກງານດັບເພີງຊານດິເອໂກ ຢືນຢັນວ່າເຫດການນີ້ຂຶ້ນໃນເວລາ 3.45 ນ.ຕາມເວລາທ້ອງຖິ່ນ ແລະ ວ່າເຈົ້າໜ້າທີ່ພົບລົດຍົນ ແລະ ບ້ານຫຼາຍຫຼັງຖືກໄຟໄໝ້ ໃນຕອນທີ່ພວກເຂົາໄປເຖິງທີ່ເກີດເຫດ

 

ຕໍ່ມາທ່ານໂລແກນໃຫ້ທ່ານ ແດນ ເອັດດີ ຖະແຫຼງຂ່າວຕໍ່ ໂດຍເຂົາລະບຸວ່າມີລົດຍົນຄັນຫນຶ່ງທີ່ໄຟຍັງບໍ່ຍອມດັບ ແຕ່ເພີງໄໝ້ຈຸດອື່ນໆ ຖືກເຈົ້າໜ້າທີ່ດັບໄດ້ໝົດແລ້ວ

 

ທ່ານເອັດດີບອກອີກວ່າ ຕອນນີ້ເຈົ້າໜ້າທີ່ຫຼາຍຄົນຍັງຄົງຢູ່ໃນທີ່ເກີດເຫດ ເພື່ອດຳເນີນການສືບສວນຮ່ວມກັບສຳນັກງານການບິນກາງ (FAA) ກ່ອນທີ່ ທ່ານ ສກອດຕ໌ ວາຫ໌ລ ຜູ້ກຳກັບການຕຳຫຼວດເມືອງຊານດິເອໂກ ຈະເປີດເຜີຍວ່າມີປະຊາຊົນຖືກອົບພະຍົບອອກຈາກບ້ານເກືອບ 100 ຄົນ

 

 

ເມື່ອນັກຂ່າວຖາມວ່າມີຜູ້ບາດເຈັບ ຫຼື ເສຍຊີວິດໃນເຫດການນີ້ຫຼືບໍ່ ທ່ານເອັດດີກ່າວວ່າ ເຈົ້າໜ້າທີ່ກຳລັງຢູ່ລະຫວ່າງການຄົ້ນຫາ ແຕ່ເຊື່ອວ່າມີຜູ້ເສຍຊີວິດຫຼາຍກວ່າ 1 ສົບ ແລະ ທັງໝົດເປັນຜູ້ໂດຍສານເທິງເຄື່ອງບິນທີ່ປະສົບເຫດ ແລະ ບໍ່ມີໃຜໃນບ້ານທີ່ຖືກເຄື່ອງບິນຕຳ ຫຼື ຖືກໄຟໄໝ້ໄດ້ຮັບບາດເຈັບສາຫັດ

 

ເອັດດີເສີມວ່າ ເຄື່ອງບິນທີ່ປະສົບເຫດຊຶ່ງຄາດວ່າກຳລັງເດີນທາງໄປຍັງສະໜາມບິນມອນໂກເມຣີ ຟີລ ຊຶ່ງຢູ່ໃກ້ຄຽງ ເປັນເຄື່ອງບິນເອກຊົນທີ່ລົງທະບຽນໃນເຂດມິດເວສ ແລະ ພວກເຂົາບໍ່ມີຂໍ້ມູນວ່າມີການຕິດຕໍ່ສື່ສານໃດໆ ຈາກນັກບິນໃນຕອນເກີດເຫດ

 

“ເປັນເລື່ອງສຳຄັນສຳລັບເຮົາໃນການຊອກວ່າມີຄົນຢູ່ເທິງເຄື່ອງບິນລຳນີ້ເທົ່າໃດ” ທ່ານເອັດດີກ່າວ ແລະ ຢືນຢັນວ່າ ບໍ່ມີເຫດໄຟດັບເກີດຂຶ້ນໃນເຂດທີ່ເກີດເຫດ

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ