site_cover (48)
ຫຸ້ນດາວໂຈນຟິວເຈີພຸ່ງສູງ 327 ຈຸດ ຫລັງທຣຳເລື່ອນເກັບພາສີ 50% ຕໍ່ EU
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 May, 2025

ດາວໂຈນຟິວເຈີພຸ່ງທະຍານກວ່າ 300 ຈຸດ ຮັບຂ່າວໂດນັລ ທຣຳ ເລື່ອນແຜນຈັດເກັບພາສີອາກອນ 50% ກັບສະຫະພາບຢູໂຣບຈາກ 1 ມິຖຸນາ ເປັນ 9 ກໍລະກົດ ຫລັງຫາລືກັບຜູ້ນຳ EC

 

ດາວໂຈນສ໌ຟິວເຈີພຸ່ງ ຮັບຂ່າວດີພາສີສະຫະລັດ-ອີຢູເລື່ອນບັງຄັບໃຊ້

 

ດັດຊະນີດາວໂຈນສ໌ຟິວເຈີພຸ່ງຂຶ້ນກວ່າ 300 ຈຸດໃນຊ່ວງເຊົ້າວັນຈັນທີ 26 ພຶດສະພາ 2025 ຫລັງຈາກປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ປະກາດເລື່ອນແຜນການເກັບພາສີອາກອນໃນອັດຕາ 50% ຕໍ່ສິນຄ້າຈາກສະຫະພາບຢູໂຣບ (EU) ອອກໄປເປັນວັນທີ 9 ກໍລະກົດ ແທນກຳນົດເດີມຄື 1 ມິຖຸນາ

 

ຂໍ້ມູນຈາກຕະຫຼາດ ເວລາ 06.52 ນ. ຕາມເວລາລາວ ລະບຸວ່າດັດຊະນີດາວໂຈນຟິວເຈີປັບເພີ່ມຂຶ້ນ 327 ຈຸດ ຫຼື ຄິດເປັນ +0.78% ມາຢູ່ທີ່ລະດັບ 42,001 ຈຸດ ສະທ້ອນຄວາມເຊື່ອໝັ້ນຂອງນັກລົງທຶນໃນທ່າທີຜ່ອນຄາຍຂອງສະຫະລັດຕໍ່ຂໍ້ພິພາດທາງການຄ້າ

 

ໂທລະສັບການທູດຈາກຢູໂຣບປ່ຽນທ່າທີສະຫະລັດ

 

ຜູ້ນຳສະຫະລັດເປີດເຜີຍຜ່ານແພລດຟອມທຣູທ ໂຊເຊຍລ (Truth Social) ວ່າໄດ້ຮັບການຕິດຕໍ່ຈາກນາງເອີຊູລາ ຟອນ ເດີ ເລເຢນ ປະທານຄະນະກຳມະການຢູໂຣບ ຊຶ່ງຮ້ອງຂໍໃຫ້ເລື່ອນເສັ້ນຕາຍການເກັບພາສີດັ່ງກ່າວ ແລະ ທ່ານໄດ້ຕອບຮັບຄຳຂໍດັ່ງກ່າວ

 

“ຂ້ອຍໄດ້ຮັບໂທລະສັບຈາກເອີຊູລາ ຟອນ ເດີ ເລເຢນ ຊຶ່ງຂໍໃຫ້ຂະຫຍາຍເສັ້ນຕາຍພາສີ 50% ທີ່ຈະມີຜົນວັນທີ 1 ມິຖຸນາ ຂ້ອຍຈຶ່ງຕົກລົງເລື່ອນເປັນວັນທີ 9 ກໍລະກົດ ແລະ ຮູ້ສຶກເປັນກຽດທີ່ໄດ້ເຮັດເຊັ່ນນັ້ນ” ທຣຳລະບຸ

 

ດ້ານຟອນ ເດີ ເລເຢນ ໂພສຕ໌ເທິງແພລດຟອມເອັກສ໌ (X) ວ່າການຫາລືກັບທຣຳເປັນໄປດ້ວຍດີ ແລະ ສະຫະພາບຢູໂຣບຕ້ອງການເວລາຈົນເຖິງວັນທີ 9 ກໍລະກົດ ເພື່ອບັນລຸຂໍ້ຕົກລົງທີ່ເໝາະສົມ ພ້ອມຢ້ຳຄວາມສຳຄັນຂອງຄວາມສຳພັນທາງການຄ້າລະຫວ່າງຢູໂຣບກັບສະຫະລັດ

 

ຈາກ 20% ສູ່ 50% ຈຸດປ່ຽນຈາກການເຈລະຈາບໍ່ມີຄວາມຄືບໜ້າ

 

ມາດຕະການພາສີອາກອນດັ່ງກ່າວຖືເປັນສ່ວນໜຶ່ງຂອງນະໂຍບາຍຕອບໂຕ້ທາງການຄ້າຂອງປະທານາທິບໍດີທຣຳ ຫຼື “Reciprocal Tariffs” ທີ່ໃຊ້ກັບຫຼາຍປະເທດ ກ່ອນໜ້ານີ້ສະຫະລັດເຄີຍປະກາດຈັດເກັບພາສີກັບ EU ໃນອັດຕາ 20% ກ່ອນຈະຜ່ອນຜັນເຫຼືອ 10% ຊົ່ວຄາວເປັນເວລາ 90 ວັນ

 

ແນວໃດກໍຕາມ ເມື່ອວັນທີ 23 ພຶດສະພາ ທີ່ຜ່ານມາ ທຣຳປະກາດວ່າຈະເອີ້ນເກັບພາສີໃນອັດຕາ 50% ຕັ້ງແຕ່ວັນທີ 1 ມິຖຸນາ ເນື່ອງຈາກການເຈລະຈາການຄ້າຍັງບໍ່ບັນລຸຜົນ ທ່າທີແຂງກ້າວດັ່ງກ່າວສ້າງຄວາມກັງວົນໃນຕະຫຼາດການເງິນກ່ອນທີ່ຂ່າວການເລື່ອນບັງຄັບໃຊ້ຈະຊ່ວຍຄາຍຄວາມຕຶງຄຽດໃນລະດັບໜຶ່ງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ