ສຳນັກຂ່າວຣອຍເຕີສຣາຍງານ ປະທານາທິບໍດີທຣຳ ກ່າວເມື່ອວັນອາທິດ (25 ພຶດສະພາ 2025) ຕາມເວລາທ້ອງຖິ່ນກ່ອນຂຶ້ນເຄື່ອງບິນແອຣ໌ຟອຣສວັນໃນນິວເຈີຊີ່ວ່າ
ຕົນເຫັນດີກັບຄວາມເຫັນຂອງ ທ່ານ ສກັອດ ເບສເຊນຕ໌ ລັດຖະມົນຕີວ່າການກະຊວງການຄັງ ທີ່ເວົ້າໄວ້ເມື່ອວັນທີ 29 ເມສາ ວ່າ ສະຫະລັດບໍ່ຈຳເປັນຕ້ອງມີ “ອຸດສາຫະກຳສິ່ງທໍອັນຮຸ່ງເຮືອງ” ຄວາມເຫັນດັ່ງກ່າວເອີ້ນສຽງວິຈານຈາກສະພາອົງການສິ່ງທໍແຫ່ງຊາດ
“ພວກເຮົາບໍ່ໄດ້ຕ້ອງການເຮັດເກີບຜ້າກັບເສື້ອຍືດ ພວກເຮົາຕ້ອງການເຮັດອາວຸດຍຸດໂທປະກອນ ເຮັດຂອງໃຫຍ່ໆ ພວກເຮົາຕ້ອງການເຮັດເອໄອດ້ວຍຄອມພິວເຕີ”
“ຂ້ອຍບໍ່ໄດ້ຢາກເຮັດເສື້ອຍືດ ນີ້ເວົ້າແທ້ ບໍ່ໄດ້ຢາກເຮັດຖົງຕີນ ພວກເຮົາສາມາດເຮັດຂອງພວກນີ້ໄດ້ດີຫຼາຍທີ່ອື່ນ ພວກເຮົາຢາກເຮັດຊິບ ແລະ ຄອມພິວເຕີ ກັບອີກສາລະພັດ ລົດຖັງ ກຳປັ່ນ” ທຣຳ ກ່າວ
ເຖິງແມ່ນວ່າທຣຳຈະຊີ້ແຈງວ່າບໍ່ໄດ້ເນັ້ນອຸດສາຫະກຳສິ່ງທໍ ແຕ່ນະໂຍບາຍດັ່ງກ່າວກໍຍັງສົ່ງຜົນຕໍ່ຜູ້ປະກອບການໃນສາຂານີ້ທີ່ຄາດຫວັງຈະໄດ້ຮັບການສະໜັບສະໜູນຈາກມາດຕະການປ້ອງກັນການຄ້າ
ການຖະແຫຼງຂອງທຣຳຄັ້ງນີ້ສະທ້ອນໃຫ້ເຫັນເຖິງທິດທາງທີ່ຊັດເຈນຂອງນະໂຍບາຍເສດຖະກິດສະຫະລັດທີ່ມຸ່ງເນັ້ນການສ້າງຄວາມໄດ້ປຽບທາງຍຸດທະສາດໃນດ້ານເທັກໂນໂລຊີ ແລະ ການປ້ອງກັນປະເທດ ຫຼາຍກວ່າການຟື້ນຟູອຸດສາຫະກຳແຮງງານເຂັ້ມຂົ້ນແບບດັ້ງເດີມ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |