site_cover (52)
ຄິມຈົງອຶນສັ່ງລົງໂທດເຈົ້າໜ້າທີ່ລະດັບສູງເພີ່ມ ສາເຫດເຮືອຮົບລົ່ມກາງພິທີເປີດໂຕ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 May, 2025
ໝວດ: ຂ່າວ

ຄິມ ຈົງອຶນ ຜູ້ນຳເກົາຫຼີເໜືອສັ່ງລົງໂທດເຈົ້າໜ້າທີ່ເປັນລາຍທີ່ 4 ຫລັງເກີດເຫດຜິດພາດໃນການເປີດໂຕເຮືອຮົບໃໝ່ ທີ່ສ້າງຄວາມບໍ່ພໍໃຈຢ່າງຮຸນແຮງໃຫ້ກັບລາວ ເພາະຖືວ່ານີ້ເປັນການທຳລາຍສັກສີຊາດ

 

ລີ ຫະຍັງ-ຊອນ ຮອງຜູ້ອຳນວຍການພະແນກອຸດສາຫະກຳຍຸດໂທປະກອນແຫ່ງພັກແຮງງານ ຊຶ່ງເປັນຜູ້ເບິ່ງແຍງດ້ານການພັດທະນາອາວຸດ ແລະ ເປັນໜຶ່ງໃນສະມາຊິກຄະນະກຳມາທິການການທະຫານກາງຂອງພັກແຮງງານ

 

ຊຶ່ງມີໜ້າທີ່ເບິ່ງແຍງກອງທັບປະຊາຊົນເກົາຫຼີ ເປັນເຈົ້າໜ້າທີ່ລະດັບສູງລາຍລ່າສຸດທີ່ຖືກຊີ້ວ່າຕ້ອງຮັບຜິດຊອບໂດຍກົງ ຕໍ່ອຸບັດຕິເຫດຄັ້ງໃຫຍ່ທີ່ເກີດຂຶ້ນເມື່ອອາທິດກ່ອນ ຕາມລາຍງານຈາກສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອເມື່ອວັນຈັນ

 

ເຮືອພິຄາດຂະໜາດ 5,000 ໂຕນ ທີ່ຫາກໍສ້າງແລ້ວໄດ້ ອຽງລົ້ມ ແລະ ໂຕເຮືອໄດ້ຮັບຄວາມເສຍຫາຍ ຊຶ່ງຄິມຈົງອຶນໄດ້ກ່າວວ່າເປັນການກໍ່ອາຊະຍາກຳທີ່ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ສັກສີ ແລະ ຄວາມພາກພູມໃຈຂອງຊາດ

 

ປັດຈຸບັນເຮືອລຳດັ່ງກ່າວກຳລັງຢູ່ໃນລະຫວ່າງການຊ້ອມແຊມພາຍໃຕ້ການເບິ່ງແຍງຂອງຜູ້ຊ່ຽວຊານ ຂະນະທີ່ທາງການຍັງບໍ່ເປີດເຜີຍຊັດເຈນວ່າ ເຈົ້າໜ້າທີ່ທີ່ຖືກຈັບກຸມຈະໄດ້ຮັບໂທດສະຖານໃດ ແຕ່ເປັນທີ່ຮູ້ກັນວ່າເກົາຫຼີເໜືອມັກລົງໂທດຢ່າງຮຸນແຮງ ທັງການໃຊ້ແຮງງານໜັກ ແລະ ໃນບາງກໍລະນີອາດເຖິງຂັ້ນປະຫານຊີວິດ

 

ກ່ອນໜ້ານີ້ໃນຊ່ວງທ້າຍອາທິດທີ່ຜ່ານມາ ທາງການເກົາຫຼີເໜືອໄດ້ຄວບຄຸມຕົວເຈົ້າໜ້າທີ່ອີກ 3 ຄົນຈາກອູ່ຕໍ່ເຮືອໃນເມືອງຊົງຈິນ ຊຶ່ງເປັນສະຖານທີ່ ທີ່ສ້າງເຮືອພິຄາດລຳດັ່ງກ່າວ ປະກອບດ້ວຍ ຫົວໜ້າວິສະວະກອນ ຫົວໜ້າຝ່າຍກໍ່ສ້າງ ແລະຜູ້ຈັດການຝ່າຍທຸລະການ

 

ຄິມຈົງອຶນກ່າວວ່າ ປະນາມເຫດການຄັ້ງນີ້ວ່າເກີດຈາກຄວາມປະມາດຢ່າງສິ້ນເຊີງ ຂາດຄວາມຮັບຜິດຊອບ ແລະ ໃຊ້ວິທີແບບອີງປະສົບການຢ່າງບໍ່ມີຫຼັກວິທະຍາສາດ

 

ໂດຍປົກກະຕິແລ້ວ ເກົາຫຼີເໜືອມັກບໍ່ເປີດເຜີຍອຸບັດຕິເຫດໃນປະເທດຕໍ່ສາທາລະນະ ແຕ່ກໍລະນີນີ້ກັບກົງກັນຂ້າມ

 

ຊຶ່ງນັກວິເຄາະ ເອັດເວີດ ຮາວເວລ ຜູ້ຊ່ຽວຊານດ້ານເກົາຫຼີເໜືອຈາກມະຫາວິທະຍາໄລອອກຊ໌ຟອດໃຫ້ສຳພາດກັບ ABC News ວ່ານີ້ເປັນສັນຍານເຊີງຍຸດທະສາດ ໂດຍເກົາຫຼີເໜືອຕ້ອງການສົ່ງສານຊັດເຈນເຖິງສະຫະລັດ ແລະ ເກົາຫຼີໃຕ້ ວ່າເກົາຫຼີເໜືອຈະເດີນໜ້າພັດທະນາເທັກໂນໂລຊີທາງທະຫານຕໍ່ໄປຢ່າງບໍ່ຢຸດຢັ້ງ

 

ເຫດເຮືອຮົບລົ້ມໃນອູ່ຕໍ່ເຮືອຄັ້ງນີ້ ເກີດຂຶ້ນພຽງບໍ່ເທົ່າໃດອາທິດຫລັງຈາກເກົາຫຼີເໜືອ ຫາກໍເປີດໂຕເຮືອພິຄາດລຳໃໝ່ໃນອີກພື້ນທີ່ໜຶ່ງຂອງປະເທດ

 

ໂດຍຄິມຈົງອຶນຍົກຍ້ອງເຮືອລຳນັ້ນວ່າເປັນຄວາມກ້າວໜ້າເຊີງຍຸດທະສາດຂອງກອງທັບເຮືອ ແລະ ກຽມຈະນຳໄປປະຈຳການຕົ້ນປີໜ້າ ຊຶ່ງເຫດການຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມເຂັ້ມງວດໃນລະບຽບວິໄນຂອງກອງທັບເກົາຫຼີເໜືອ ແລະ ຄວາມຈິງຈັງຂອງຜູ້ນຳຄິມຈົງອຶນຕໍ່ໂຄງການພັດທະນາເຮືອຮົບ ແລະ ເທັກໂນໂລຊີທາງທະຫານ ທີ່ລາວຖືເປັນພາລະກິດລະດັບຊາດ ບໍ່ຕ່າງຈາກການພັດທະນາອາວຸດນິວເຄລຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ