site_cover (56)
ໝໍລອງກັບຕົວເອງ ພຽງແຕ່ເພີ່ມ "ສິ່ງນີ້" ລົງໃນເຂົ້າ ສາມາດຫຼຸດນ້ຳໜັກໄດ້ 20 ກິໂລ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 May, 2025

ໝໍໄຕ້ຫວັນ ເປີດເຜີຍເຄັດລັບຫຼຸດນ້ຳໜັກ 20 ກິໂລກຣາມ ພຽງແຕ່ເພີ່ມ “ນ້ຳສົ້ມສາຍຊູ” ໃນເຂົ້າ ຊ່ວຍຄວບຄຸມນ້ຳຕານ-ຫຼຸດຄວາມສ່ຽງໂລກຫົວໃຈ

 

ບໍ່ແມ່ນພຽງແຕ່ກິນຫນ້ອຍ ຫຼື ອອກກຳລັງກາຍຫຼາຍ ແຕ່ການ “ກິນໃຫ້ຖືກຕ້ອງ” ແມ່ນຫົວໃຈສຳຄັນຂອງການຫຼຸດນ້ຳໜັກຢ່າງຍືນຍົງ…..

 

ນີ້ແມ່ນບົດຮຽນທີ່ ທ່ານໝໍເຊິນ ເວເລີ່ງ (陳威龍) ແພດຜູ້ຊ່ຽວຊານດ້ານການຫຼຸດນ້ຳໜັກຈາກໄຕ້ຫວັນ ໄດ້ຮຽນຮູ້ດ້ວຍຕົວເອງ ຫຼັງຈາກຕ້ອງປະເຊີນກັບພາວະກ້າມເນື້ອຫົວໃຈຂາດເລືອດເພາະໂລກອ້ວນ ຈົນເກືອບເອົາຊີວິດບໍ່ລອດ

 

 

ຈາກອະດີດແພດຍາມດ່ວນທີ່ເຮັດວຽກໃນຫ້ອງສຸກເສີນນານເກືອບ 30 ປີ ທ່ານໝໍເຊິນ ເປີດເຜີຍວ່າ ຊີວິດທີ່ເຕັມໄປດ້ວຍຄວາມເຄັ່ງຕຶງ ພັກຜ່ອນບໍ່ພຽງພໍ ຂາດການອອກກຳລັງກາຍ ແລະ ການກິນອາຫານຟາສຟູ້ດຢ່າງເຊັ່ນ ຊາໄຂ່ມຸກ ໄກ່ທອດ ແລະ ແອລກໍຮໍລເປັນປະຈຳ ເຮັດໃຫ້ນ້ຳໜັກຕົວພຸ່ງສູງເຖິງ 80 ກິໂລກຣາມ

 

ຈົນກະທັ່ງວັນໜຶ່ງ ລາວຮູ້ສຶກແໜ້ນໜ້າເອິກ ແລະ ເຈັບບໍລິເວນໜ້າເອິກຢ່າງຮຸນແຮງໃນຂະນະຢູ່ໃນຫ້ອງແລັບ ຕ້ອງເຂົ້າຮັບການປິ່ນປົວໃນຫ້ອງ ICU ເປັນເວລາໜຶ່ງອາທິດ ດ້ວຍອາການກ້າມເນື້ອຫົວໃຈຕາຍສຽບພັນ

 

ຫຼັງຈາກນັ້ນ ລາວຕັດສິນໃຈໃນການປ່ຽນແປງພຶດຕິກຳເພື່ອສຸຂະພາບ ແລະ ສາມາດຫຼຸດນ້ຳໜັກລົງໄດ້ເຖິງ 20 ກິໂລກຣາມ ເຫຼືອພຽງ 60 ກິໂລກຣາມເທົ່ານັ້ນ

 

ແນວທາງການກິນແບບ “ໝໍເຊິນ” ທີ່ດີຕໍ່ໃຈ ແລະ ດີຕໍ່ຫຸ່ນ!

 

ໜຶ່ງໃນເຄັດລັບສຳຄັນທີ່ລາວໃຊ້ໃນການຄວບຄຸມອາຫານ ແມ່ນການ ໃສ່ນ້ຳສົ້ມສາຍຊູລົງໃນເຂົ້າຈ້າວ ໂດຍສະເພາະນ້ຳສົ້ມສາຍຊູຈາກໝາກໄມ້ທີ່ບໍ່ເຕີມນ້ຳຕານ

 

ຊຶ່ງມີງານວິໄຈສະໜັບສະໜູນວ່າ ສາມາດຊ່ວຍຫຼຸດຄ່າ Glycemic Index (GI) ຫຼື ດັດຊະນີນ້ຳຕານໄດ້ ສົ່ງຜົນໃຫ້ລະດັບນ້ຳຕານໃນເລືອດບໍ່ພຸ່ງສູງໄວ ແລະ ຊ່ວຍຫຼຸດຄວາມສ່ຽງໃນການສະສົມໄຂມັນ

 

“ຂ້ອຍມັກກິນຄາໂບໄຮເດຣດຢູ່ແລ້ວ ເລີຍໃຊ້ວິທີໃສ່ນ້ຳສົ້ມສາຍຊູລົງໃນເຂົ້າ ແທນການງົດແປ້ງ ຊຶ່ງໃຫ້ຜົນຄ້າຍກັບການດື່ມນ້ຳສົ້ມສາຍຊູໝາກໄມ້ ແຕ່ປ່ຽນຮູບແບບການບໍລິໂພກໃຫ້ຫຼາກຫຼາຍຂຶ້ນ”

 

ທ່ານໝໍເຊິນກ່າວ ແລະ ຍັງເສີມອີກວ່າ ການເລືອກນ້ຳສົ້ມສາຍຊູຄວນເນັ້ນແບບຫມັກທຳມະຊາດ ບໍ່ເຕີມນ້ຳຕານ ແລະ ດື່ມຫຼັງຈາກເຈືອຈາງກັບນ້ຳສະອາດ ຖ້າລົດສົ້ມເກີນໄປ ສາມາດເຕີມນ້ຳເຜິ້ງເລັກນ້ອຍໄດ້

 

ນອກຈາກເຂົ້າໃສ່ນ້ຳສົ້ມສາຍຊູແລ້ວ ທ່ານໝໍເຊິນ ຍັງເລືອກກິນອາຫານແນວ Mediterranean diet ຫຼື ອາຫານແບບຊາວເມດິເຕີເຣເນຍນ ເຊັ່ນ: ປາເນື້ອຂາວ, ເອິກໄກ່, ຜັກສົດ ແລະ ຫຼີກລ່ຽງການປຸງລົດຈັດຈ້ານ

 

ກ່ອນໜ້ານີ້ລາວມີພຶດຕິກຳດື່ມແອລກໍຮໍລເປັນປະຈຳ ປັດຈຸບັນປ່ຽນມາເປັນການດື່ມນ້ຳສົ້ມສາຍຊູໝາກໄມ້ກ່ອນມື້ອາຫານແທນ ຊຶ່ງບໍ່ພຽງຊ່ວຍຄວບຄຸມລະດັບນ້ຳຕານ ແລະ ໄຂມັນ ແຕ່ຍັງຊ່ວຍປັບພຶດຕິກຳການກິນໃຫ້ດີຂຶ້ນໃນລະຍະຍາວ

 

ຫາກໃຜກຳລັງຊອກຫາວິທີຄວບຄຸມລະດັບນ້ຳຕານໃນເລືອດ ຫຼື ຫຼຸດນ້ຳໜັກຢ່າງໄດ້ຜົນ ລອງເລີ່ມຈາກສິ່ງງ່າຍໆ ເຊັ່ນ: ການເຕີມນ້ຳສົ້ມສາຍຊູລົງໃນເຂົ້າ ອາດເປັນອີກໜຶ່ງທາງເລືອກທີ່ເຮັດໄດ້ແທ້ ແລະ ດີຕໍ່ສຸຂະພາບໃນລະຍະຍາວ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 18 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,468
21,744
thailand (1)
THB
660.40
670.57
european-union
EUR
24,085
24,567
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
pele - 2025-08-18T105103.677
ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ
site cover1 (79)
ແມນຢູ ເລີ່ມຕົ້ນລະດູການ ພຣີເມ່ຍລີກ ນັດທຳອິດ ເສຍຄາບ້ານໃຫ້ ອາຣເຊນໍລ 0-1
site cover1 (80)
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-2028
pele - 2025-08-18T101957.256
ເປີດງານເທດສະການຮູບເງົາເອີຣົບຄັ້ງທຳອິດທີ່ແຂວງສະຫວັນນະເຂດ
_cover - 2025-08-18T093356.399
ແຮງງານຕ່າງປະເທດໃນເກົາຫຼີໃຕ້ ມີຄວາມສ່ຽງເສຍຊີວິດສູງກວ່າຄົນເກົາຫຼີ 3-4 ເທົ່າ
ຢ່າລື່ມກົດຕິດຕາມ