
ວັນພຸດສຸດທ້າຍຂອງເດືອນພຶດສະພາຂອງທຸກປີໄດ້ຮັບການກຳນົດໃຫ້ເປັນ “ວັນນາກໂລກ” (World Otter Day)
ໂດຍອົງການ International Otter Survival Fund (IOSF) ເພື່ອໂຄສະນາໃຫ້ທົ່ວໂລກຄຳນຶງເຖິງໄພຄຸກຄາມທີ່ນາກນ້ຳກຳລັງປະເຊີນ ແລະ ສົ່ງເສີມການອະນຸລັກນາກນ້ຳໃນຖິ່ນທີ່ຢູ່ອາໄສຕາມທຳມະຊາດ ຊຶ່ງໃນປີນີ້ຕົງກັບວັນທີ່ 28 ພຶດສະພາ 2025
ນາກ (Otter) ເປັນສັດລ້ຽງລູກດ້ວຍນົມໃນວົງສ້າພັງພອນ (Mustelidae) ມີຄວາມສາມາດໂດດເດັ່ນໃນການລອຍນ້ຳ ແລະ ລ່າສັດນ້ຳ ເຊັ່ນ: ປາ ກຸ້ງ ປູ ແລະ ສັດນ້ຳຂະໜາດນ້ອຍ
ນາກເປັນສິ່ງມີຊີວິດທີ່ຊີ້ວັດຄວາມສົມບູນຂອງແຫຼ່ງນ້ຳ ເນື່ອງຈາກຕ້ອງອາໄສນ້ຳສະອາດ ແລະ ລະບົບນິເວດທີ່ສົມດູນໃນການດຳລົງຊີວິດ
ນາກນ້ຳດັງຂົນ ຖືເປັນໜຶ່ງໃນນາກທີ່ຫາຍາກ ແລະ ສ່ຽງຕໍ່ການສູນພັນຫຼາຍທີ່ສຸດໃນໂລກ
ປັດຈຸບັນມີພຽງບໍ່ເທົ່າໃດແຫ່ງໃນເອເຊຍຕາເວັນອອກສຽງໃຕ້ທີ່ສາມາດພົບເຫັນໄດ້ ຊຶ່ງນາກທັງໝົດໃນປະເທດໄທໄດ້ຮັບການຄຸ້ມຄອງຕາມກົດໝາຍ ແລະ 3 ໃນ 4 ຊະນິດ ຖືກຈັດໃຫ້ຢູ່ໃນສະຖານະເກືອບຢູ່ໃນຂ່າຍໃກ້ສູນພັນ (Near Threatened) ຕາມບັນຊີແດງຂອງ IUCN Red List
ປັດຈຸບັນນາກນ້ຳຕ້ອງປະເຊີນກັບຫຼາຍປັດໃຈຄຸກຄາມ ໄດ້ແກ່:
- ການສູນເສຍຖິ່ນທີ່ຢູ່ອາໄສຈາກການພັດທະນາເມືອງແລະອຸດສາຫະກຳ
- ມົນລະພິດໃນແຫຼ່ງນ້ຳ
- ການລັກລອບລ່ານາກເພື່ອຂົນສັດ
- ການຄ້າສັດປ່າຜິດກົດໝາຍໂດຍສະເພາະຜ່ານຊ່ອງທາງອອນລາຍ
- ຄວາມເຂົ້າໃຈຜິດວ່ານາກສາມາດນຳມາລ້ຽງເປັນສັດລ້ຽງໄດ້
ໂດຍສະເພາະໃນຍຸກໂຊຊຽວມີເດຍ ຮູບພາບ ແລະ ຄລິບວິດີໂອນາກນ້ຳໃນອິລິຍາບົດໜ້າຮັກ ຖືກແຊຣ໌ເປັນວົງກວ້າງຈົນສ້າງຄວາມເຂົ້າໃຈຜິດວ່ານາກສາມາດເປັນສັດລ້ຽງໄດ້
ທີ່ໃນຄວາມເປັນຈິງແລ້ວ ນາກເປັນສັດປ່າທີ່ມີພຶດຕິກຳຕາມທຳມະຊາດຊຶ່ງບໍ່ເໝາະກັບການລ້ຽງໃນທີ່ຢູ່ອາໄສຂອງມະນຸດ ແລະ ການຄອບຄອງນາກໂດຍຜິດກົດໝາຍອາດສົ່ງຜົນອັນຕະລາຍທັງຕໍ່ຕົວນາກເອງ ແລະ ຕໍ່ຜູ້ລ້ຽງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 660.04 | 671.26 |
EUR | 24,263 | 24,748 |
CNY | 2,950 | 3,009 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














