site_cover (74)
"ອີລອນ ມັສກ໌" ປະກາດຢຸດຕິບົດບາດຂອງລາວໃນລັດຖະບານ "ທຣຳ" ແລ້ວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 May, 2025
ໝວດ: ຂ່າວ

ທຳນຽບຂາວຢືນຢັນ “ອີລອນ ມັສກ໌” ມະຫາເສດຖີ CEO ຂອງ Tesla ແລະ ທີ່ປຶກສາຄົນສະນິດຂອງປະທານາທິບໍດີໂດນາລ ທຣຳ ໄດ້ຢຸດເຊົາບົດບາດຂອງລາວໃນຝ່າຍບໍລິຫານຂອງລັດຖະບານທຣຳແລ້ວ

 

ໃນຖານະພະນັກງານລັດຖະບານພິເສດທີ່ເຂົ້າມາເບິ່ງແຍງກະຊວງເພີ່ມປະສິດທິພາບລັດຖະບານ ຫຼື ດອຈ (Department of Government Efficiency ຫຼື DOGE) ຕັ້ງແຕ່ຊ່ວງຕົ້ນປີທີ່ຜ່ານມາ

 

ມັສກ໌ໄດ້ກ່າວຂອບໃຈທຣຳໃນໂພສຂອງລາວເທິງ X ທີ່ໃຫ້ໂອກາດໄດ້ເຂົ້າມາມີບົດບາດໃນການລົດການໃຊ້ຈ່າຍທີ່ສິ້ນເປືອງ ແລະ ກ່າວວ່າລາວເຊື່ອວ່າຫົວໜ່ວຍງານທີ່ມີໜ້າທີ່ລົດຄ່າໃຊ້ຈ່າຍຂອງລັດຖະບານເຊັ່ນນີ້ຈະກາຍເປັນເລື່ອງປົກກະຕິທົ່ວໄປຂອງລັດຖະບານຕໍ່ຈາກນີ້ ແລະ ຈະແຂງແກ່ນຂຶ້ນເມື່ອເວລາຜ່ານໄປ ໜ້າທີ່ຂອງກະຊວງ DOGE ກໍຈະດຳເນີນຕໍ່ໄປເຖິງວ່າບໍ່ມີມັສກ໌ແລ້ວກໍຕາມ

 

ຕັ້ງແຕ່ຕົ້ນປີທີ່ຜ່ານມາ ມັສກ໌ມີບົດບາດສຳຄັນໃນການປັບໂຄງສ້າງ ແລະ ລົດຂະໜາດລັດຖະບານກາງສະຫະລັດຯ ພາຍໃຕ້ການບໍລິຫານງານຂອງປະທານາທິບໍດີທຣຳທີ່ກັບມາຮັບຕຳແໜ່ງອີກຄັ້ງ

 

ໂດຍມັສກ໌ ແລະ ກະຊວງ DOGE ໄດ້ລົດຈຳນວນພະນັກງານພົນລະເຮືອນຂອງລັດຖະບານກາງລົງປະມານ 12% ຫຼື ປະມານ 260,000 ຕຳແໜ່ງ ຜ່ານການເລີກຈ້າງ ການຈ່າຍເງິນໃຫ້ອອກ ແລະ ກຳນົດໃຫ້ບຳນານອາຍຸກ່ອນກຳນົດ

 

ເຖິງແມ່ນວ່າມັສກ໌ຈະຍົກຍ້ອງພາລະກິດຂອງກະຊວງ DOGE ແຕ່ເມື່ອວັນອັງຄານທີ່ຜ່ານມາ ລາວໄດ້ວິພາກວິຈານຮ່າງກົດໝາຍກ່ຽວກັບພາສີ ແລະ ງົບປະມານຂອງພັກຣີພັບລິກັນ ທີ່ກຳລັງພິຈາລະນາໃນສະພາຄອງເກຣັສ ໂດຍລະບຸວ່າຮ່າງກົດໝາຍດັ່ງກ່າວຈະເພີ່ມການຂາດດຸນງົບປະມານ ແລະ ບັ່ນທອນຄວາມພະຍາຍາມຂອງ DOGE ໃນການລົດຄ່າໃຊ້ຈ່າຍຂອງລັດຖະບານ

 

ຢ່າງໃດກໍຕາມ ໃນຊ່ວງບໍ່ເທົ່າໃດເດືອນນີ້ ບົດບາດທາງການເມືອງຂອງມັສກ໌ໃນລັດຖະບານທຣຳກັບໄດ້ຮັບສຽງວິພາກວິຈານຈາກສາທາລະນະຊົນ ແລະ ນັກລົງທຶນບາງສ່ວນທີ່ຮຽກຮ້ອງໃຫ້ລາວກັບໄປເນັ້ນທີ່ການບໍລິຫານ Tesla ຂອງລາວຫຼາຍຂຶ້ນ

 

ຫຼັງຈາກບໍລິສັດກຳລັງປະເຊີນກັບຫຼາກຫຼາຍປະເດັນທີ່ເກີດຂຶ້ນກ່ອນໜ້ານີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ