site_cover (79)
ການາດາປະກາດສະຖານະການສຸກເສີນ ຍົກຍ້າຍ 17,000 ຄົນຫນີໄຟປ່າ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 May, 2025
ໝວດ: ຂ່າວ

ການາດາປະກາດສະຖານະການສຸກເສີນ ໄຟປ່າແຜ່ລາມກວ່າ 160 ຈຸດ ຍົກຍ້າຍປະຊາຊົນ 17,000 ຄົນເພື່ອຄວາມປອດໄພ ໄຟປ່າຍັງສົ່ງຜົນກະທົບຕໍ່ການຜະລິດນ້ຳມັນ ແລະ ແກັສບາງສ່ວນຕ້ອງຢຸດພັກຊົ່ວຄາວ

 

ມື້ນີ້ (30 ພຶດສະພາ 2025) ການາດາປະເຊີນກັບໄຟປ່າຄັ້ງໃຫຍ່ ກຳລັງແຜ່ລາມຢູ່ໃນພື້ນທີ່ທາງກາງ ແລະ ຕາເວັນອອກຂອງປະເທດ ຫຼາຍກວ່າ 160 ຈຸດທົ່ວປະເທດ.

 

ຫຼາຍພື້ນທີ່ຕ້ອງສັ່ງຍົກຍ້າຍປະຊາຊົນເພື່ອຄວາມປອດໄພ. ບາງລັດຕ້ອງປະກາດສະຖານະການສຸກເສີນ ແລະ ຍົກຍ້າຍປະຊາຊົນກວ່າ 10,000 ຄົນຫນີໄຟປ່າ.

 

ລັດ Manitoba ໄດ້ປະກາດສະຖານະການສຸກເສີນ ແລະ ໃຫ້ປະຊາຊົນກວ່າ 17,000 ຄົນ ໃນພື້ນທີ່ຕອນເໜືອ ແລະ ຕາເວັນອອກຂອງລັດຍົກຍ້າຍເພື່ອຄວາມປອດໄພ.

 

ໂດຍໃຫ້ປະຊາຊົນໄປພັກຢູ່ຕາມສະໜາມບານເຕະ ຫຼື ພື້ນທີ່ສ່ວນກາງຕາມເມືອງຕ່າງໆ. ຂະນະທີ່ເຈົ້າໜ້າທີ່ຂອງລັດຖະບານກາງ ເລັ່ງເຂົ້າພື້ນທີ່ປະສົບໄພເພື່ອຊ່ວຍຍົກຍ້າຍປະຊາຊົນ.

 

ໂດຍລະບຸວ່າ ນີ້ຖືເປັນການຍົກຍ້າຍຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງຊາວລັດແມນິໂທບາ ຊຶ່ງຕ້ອງອາໄສທຸນມະຊົນ ແລະ ຄວາມຮ່ວມມືຈາກທຸກລະດັບ.

 

 

ຮູບຖ່າຍທາງອາກາດເມື່ອວັນທີ 27 ພຶດສະພາ 2025 ສະແດງໃຫ້ເຫັນໄຟປ່າທີ່ກຳລັງລຸກໄໝ້ຢູ່ໃນເມືອງເຊີຣິດອນ ລັດແມນິໂທບາ ປະເທດການາດາ

 

ສ່ວນທີ່ລັດ Alberta ໄຟປ່າທີ່ແຜ່ລາມໃນພື້ນທີ່ສົ່ງຜົນໃຫ້ການຜະລິດນ້ຳມັນ ແລະ ແກັສບາງສ່ວນຕ້ອງຢຸດພັກເປັນການຊົ່ວຄາວ ແລະ ເຮັດໃຫ້ປະຊາຊົນໃນເມືອງນ້ອຍຢ່າງໜ້ອຍໜຶ່ງເມືອງຕ້ອງຍົກຍ້າຍອອກຈາກພື້ນທີ່ປະສົບໄພ.

 

ຂະນະນີ້ມີໄຟປ່າທັງໝົດ 163 ຈຸດທົ່ວການາດາ ສາມາດຄວບຄຸມໄດ້ເຄິ່ງໜຶ່ງ.

 

ທັງນີ້ ໃນປີ 2023 ການາດາຕ້ອງປະເຊີນກັບລະດູໄຟປ່າທີ່ຮຸນແຮງທີ່ສຸດ ໂດຍມີໄຟປ່າຫຼາຍກວ່າ 6,000 ຄັ້ງ ເຜົາພື້ນທີ່ໄປບໍ່ໜ້ອຍກວ່າ 93 ລ້ານໄຣ່ ຫຼື ຫຼາຍກວ່າພື້ນທີ່ຂອງທັງອັງກິດ ແລະ ຍັງຫຼາຍກວ່າສະຖິຕິໃນປີ 1989 ເຖິງສອງເທົ່າ.

 

ຂະນະທີ່ຕາມປົກກະຕິແລ້ວການາດາຈະຖືກໄຟປ່າເຜົາພື້ນທີ່າຍກວ່າ 15 ລ້ານໄຣ່ໃນທຸກໆປີ.

 

ແຄລິຟໍເນຍພັດທະນາຊຸມຊົນຕົ້ນແບບຕ້ານໄຟປ່າ

 

ໃນຂະນະດຽວກັນ ຢູ່ສະຫະລັດອາເມລິກາ ໂດຍສະເພາະລັດແຄລິຟໍເນຍທີ່ມັກປະເຊີນໄຟປ່າຖີ່ຂຶ້ນ ແລະ ຮຸນແຮງຫຼາຍຍິ່ງຂຶ້ນ ຈົນເຮັດໃຫ້ເກີດການພັດທະນາຊຸມຊົນທີ່ສາມາດຕ້ານທານຕໍ່ໄຟໄດ້ຂຶ້ນມາ ຢູ່ໃນເມືອງ Escondido ລັດແຄລິຟໍເນຍ.

 

ບ້ານຈໍານວນ 64 ຫຼັງຢູ່ໃນຊຸມຊົນ ຖືກສ້າງຂຶ້ນໂດຍໃຊ້ວັດສະດຸທີ່ທົນທານຕໍ່ຄວາມຮ້ອນ ທັງຫຼັງຄາທີ່ທົນໄຟ, ປູນທາພາຍນອກ, ໜ້າຕ່າງນິລະໄພ, ຊ່ອງລະບາຍອາກາດ, ລວມເຖິງຜະໜັງທີ່ບໍ່ຕິດໄຟງ່າຍ.

 

ນອກຈາກນີ້ບ້ານແຕ່ລະຫຼັງຍັງມີພື້ນທີ່ຮອບບ້ານຢ່າງໜ້ອຍ 5 ຟຸດ ຊຶ່ງອອກແບບມາເພື່ອຫຼຸດຜ່ອນຄວາມສ່ຽງຈາກໄຟປ່າໃນກໍລະນີເກີດລົມແຮງ ຊຶ່ງອາດເຮັດໃຫ້ໄຟແຜ່ລາມໄດ້ຢ່າງວ່ອງໄວຖ້າບ້ານແຕ່ລະຫຼັງປູກໃກ້ກັນ.

 

ຖ້າໄດ້ຜົນດີອາດຈະຕໍ່ຍອດກາຍເປັນຊຸມຊົນຕົ້ນແບບໃນອະນາຄົດໄດ້.

 

 

ຕາມຂໍ້ມູນຢູ່ໃນເວັບໄຊຂອງຜູ້ຮັບເໝົາ ລະບຸວ່າ ບ້ານແຕ່ລະຫຼັງມີຄ່າໃຊ້ຈ່າຍຢູ່ທີ່ຫຼັງລະຫຼາຍກວ່າ 1 ລ້ານໂດລາສະຫະລັດ ເຖິງແມ່ນວ່າຍັງດຳເນີນການກໍ່ສ້າງຢູ່ ແຕ່ບາງຫຼັງກໍ່ມີຜູ້ຈັບຈອງ ແລ ະປິດການຂາຍແລ້ວ ຊຶ່ງຜູ້ຢູ່ອາໄສບາງສ່ວນກໍ່ເຂົ້າໄປອາໄສຢູ່ໃນຊຸມຊົນແລ້ວ.

 

ສ່ວນເມື່ອເດືອນເມສາທີ່ຜ່ານມາ ລາຄາຂາຍສະເລ່ຍຂອງບ້ານໃນແຄລິຟໍເນຍຢູ່ທີ່ 855,300 ໂດລາ ເພີ່ມຂຶ້ນຮ້ອຍລະ 0.3 ເມື່ອທຽບກັບປີກ່ອນ.

 

ຂະນະທີ່ຂໍ້ມູນປະມານການ ຊີ້ວ່າ ມູນຄ່າບ້ານສະເລ່ຍໃນແຄລິຟໍເນຍຢູ່ທີ່ 796,255 ໂດລາ  ເພີ່ມຂຶ້ນ 1.3% ເມື່ອທຽບກັບປີທີ່ແລ້ວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ