site_cover (81)
ຄ່າຍລົດຈີນ BYD ປະເຊີນວິກິດ! ບຣາຊີລຟ້ອງເຮັດໃຫ້ເສຍເງິນ 1.5 ພັນລ້ານ ຂໍ້ຫາຄ້າມະນຸດ-ໃຊ້ແຮງງານທາດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 May, 2025
ໝວດ: ຂ່າວ

ບັນດາໄອຍະການບຣາຊີລ ຍື່ນຟ້ອງ BYD ຜູ້ຜະລິດລົດຍົນໄຟຟ້າລາຍໃຫຍ່ສັນຊາດຈີນ ແລະ ບໍລິສັດຜູ້ຮັບເໝົາ 2 ແຫ່ງ ໂທດຖານຄ້າມະນຸດ ແລະ ມີສະພາບແວດລ້ອມແຮງງານທາດ

 

ຢູ່ໂຮງປະກອບແຫ່ງໜຶ່ງ ຕາມລາຍງານຂອງ AFP ໃນວັນພະຫັດ (29 ພຶດສະພາ) ອ້າງອິງເອກະສານທາງກົດໝາຍທີ່ພົບເຫັນ

 

ຄະດີນີ້ກ່ຽວຂ້ອງກັບແຮງງານຊາວຈີນ 220 ຄົນ ທີ່ຖືກພົບໃນສະພາບ “ຄ້າຍກັບເປັນທາດ” ຢູ່ໂຮງງານຂອງ BYD ແຫ່ງໜຶ່ງ ທີ່ຢູ່ລະຫວ່າງການກໍ່ສ້າງໃນເມືອງກາມາຄາຣີ ລັດບາເຢຍ ທາງຕາເວັນອອກສຽງເໜືອຂອງບຣາຊີລ ເມື່ອເດືອນທັນວາປີກ່ອນ

 

ກະຊວງແຮງງານຂອງລັດບາເຢຍ ລະບຸເມື່ອເດືອນທັນວາ ວ່າພວກເຂົາພົບສະພາບແວດລ້ອມການເຮັດວຽກທີ່ເສື່ອມໂທຣມ ຢູ່ໄຊຕ໌ກໍ່ສ້າງ ທີ່ຄາດໝາຍວ່າຈະເປັນໂຮງງານລົດຍົນໄຟຟ້າທີ່ໃຫຍ່ທີ່ສຸດຂອງ BYD ນອກເອເຊຍ.

 

“ແຮງງານຕ້ອງນອນໂດຍບໍ່ມີບ່ອນນອນ ແລະ ໃນອີກກໍລະນີໜຶ່ງ ມີແຮງງານ 31 ຄົນ ຕ້ອງໃຊ້ຫ້ອງນ້ຳຮ່ວມກັນ” ກະຊວງແຮງງານຂອງລັດບາເຢຍລະບຸ.

 

ຂະນະທີ່ຕາມຮ່າງກາຍຂອງພວກແຮງງານ ພົບເຫັນຄວາມເສຍຫາຍທາງຜິວໜັງຢ່າງເຫັນໄດ້ຊັດ ຈາກການເຮັດວຽກພາຍໃຕ້ແສງແດດຮ້ອນຈ້າເປັນເວລາຫຼາຍຊົ່ວໂມງ.

 

ນອກຈາກນີ້ແລ້ວ ທາງກະຊວງແຮງງານຂອງລັດບາເຢຍ ຍັງສົງໄສກ່ຽວກັບກໍລະນີ “ແຮງງານບັງຄັບ” ມີຂໍ້ກຳໜົດໃນສັນຍາຈ້າງທີ່ຂັດຕໍ່ກົດໝາຍ ຫຼື ບໍ່ເປັນທຳມະຊາດຕ່າງໆນານາ

 

ມີການຍຶດພາດສະປອດ ແລະ ນາຍຈ້າງຈະຫັກເງິນເດືອນຂອງພວກເຂົາສູງສຸດ 70% ຂະນະດຽວກັນພວກຄົນງານເຫຼົ່ານີ້ ຍັງຖືກຈັບຕາເບິ່ງຢູ່ຕະຫຼອດ ຈາກພວກເຈົ້າໜ້າທີ່ຮັກສາຄວາມປອດໄພຕິດອາວຸດ.

 

ຫຼັງຈາກຄຳກ່າວຫານີ້ຖືກເຜີຍແຜ່ຕໍ່ສາທາລະນະ ທາງບໍລິສັດລູກສາຂາບຣາຊີລຂອງ BYD ລະບຸວ່າ ພວກເຂົາໄດ້ຈີກສັນຍາທີ່ເຮັດກັບບໍລິສັດຜູ້ຮັບເໝົາ “ຈິນຈຽງ” ທີ່ຮັບຜິດຊອບການເຮັດວຽກ ຢູ່ໄຊຕ໌ກໍ່ສ້າງດັ່ງກ່າວແລ້ວ. ໃນຂະນະທີ່ ຈິງຈຽງ ປະຕິເສດຄຳກ່າວຫາ ຢືນຢັນວ່າບໍ່ມີການໃຊ້ແຮງງານທາດແຕ່ຢ່າງໃດ.

 

ເວລານີ້ທາງກະຊວງແຮງງານຂອງລັດບາເຢຍ ກຳລັງເຮັດໃຫ້ເສຍເງິນຊົດເຊີຍ 257 ລ້ານເຣຍນ (ປະມານ 45.3 ລ້ານໂດລາສະຫະລັດ) ສຳລັບຄວາມເສຍຫາຍທາງຈິດໃຈທີ່ເກີດຂຶ້ນກັບກຸ່ມບຸກຄົນ ຫຼື ສັງຄົມໂດຍລວມ ເຊັ່ນດຽວກັບເງິນຊົດໃຊ້ສຳລັບແຮງງານແຕ່ລະຄົນ.

 

ການຍື່ນຟ້ອງແພ່ງໃນຄັ້ງນີ້ກັບ BYD, ຈິນຈຽງ ແລະ Tonghe Intelligent Equipment (ເວລານີ້ປ່ຽນຊື່ເປັນ Tecmonta) ມີຂຶ້ນ

 

ຫຼັງຈາກບໍລິສັດເຫຼົ່ານີ້ ປະຕິເສດລົງນາມໃນ “ຂໍ້ຕົກລົງປັບປຸງພຶດຕິກຳ” ທີ່ສະເໜີໂດຍພວກເຈົ້າໜ້າທີ່ບຣາຊີນ.

 

ໃນວັນພະຫັດ (29 ພຶດສະພາ) ທາງ BYD ລະບຸໃນຖະແຫຼງການວ່າ ພວກເຂົາໃຫ້ຄວາມຮ່ວມມືກັບກະຊວງແຮງງານຂອງລັດບາເຢຍ ແລະ ເນັ້ນຢ້ຳວ່າ ພວກເຂົາມີຄວາມໝັ້ນໃຈທີ່ບໍ່ອາດຕໍ່ລອງໃດຕໍ່ສິດທິມະນຸດ ແລະ ສິດທິແຮງງານ ດຳເນີນກິດຈະກຳຕ່າງໆພາຍໃຕ້ຄວາມເຄົາລົບຕໍ່ກົດໝາຍຂອງບຣາຊີລ ແລະ ມາດຕະຖານການຄຸ້ມຄອງແຮງງານລະຫວ່າງປະເທດ.

 

ເຫົມາ ຫນິງ ໂຄສົກກະຊວງການຕ່າງປະເທດຈີນ ບອກກັບພວກຜູ້ສື່ຂ່າວວ່າ ປັກກິ່ງໃຫ້ຄວາມສຳຄັນຢ່າງສູງສຸດກັບການປົກປ້ອງ ແລະ ພິທັກສິດທິໂດຍຊອບທຳ ແລະ ຜົນປະໂຫຍດຂອງແຮງງານ ແລະ ກຳໜົດໃຫ້ບໍລິສັດສັນຊາດຈີນທັງຫຼາຍ ປະຕິບັດຕາມກົດໝາຍ ແລະ ຂໍ້ບັງຄັບທັງຫຼາຍ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ