site_cover (82)
ເລກນຳໂຊກປະຈຳຕົວ ຂອງຄົນທັງ 12 ລາສີ ເສີມພະລັງບວກໃຫ້ຊີວິດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 May, 2025
ໝວດ: ແນະນຳ

ເລກນຳໂຊກປະຈຳຕົວ ເຊື່ອວ່າແຕ່ລະລາສີມີຕົວເລກທີ່ສອດຄ້ອງກັບລັກສະນະຂອງລາສີ ແລະ ເຊື່ອວ່າຕົວເລກເຫຼົ່ານີ້ ຈະຊ່ວຍສົ່ງເສີມພະລັງບວກ ໂຊກລາບ ແລະ ທິດທາງຊີວິດ ເພື່ອເພີ່ມໂອກາດໃນການປະສົບຄວາມສຳເລັດ ແລະ ຄວາມສຸກໃຫ້ຫຼາຍຂຶ້ນ.

 

ມາເບິ່ງກັນວ່າ ເລກນຳໂຊກປະຈຳລາສີ ແຕ່ລະລາສີ ມີຕົວເລກນຳໂຊກປະຈຳຕົວຄືເລກໃດແດ່.

 

ເລກນຳໂຊກປະຈຳຕົວ ທັງ 12 ລາສີ

 

ເລກນຳໂຊກ ລາສີເມສ

 

  • ເລກນຳໂຊກ 9
  • ເລກ 9 ສະແດງເຖິງຄວາມແຂງແກ່ງ ການເປັນຜູ້ນຳ ແລະ ຄວາມມຸ່ງໝັ້ນ ຊຶ່ງເໝາະກັບຄວາມກ້າຫານ ແລະ ທະເຍີທະຍານຂອງຊາວລາສີເມສ.

 

ເລກນີ້ຊ່ວຍໃຫ້ທ່ານເອົາຊະນະອຸປະສັກ ແລະ ຄວ້າໄຊຊະນະໃນທຸກເລື່ອງ.

 

ເລກນຳໂຊກ ລາສີພຶດສະພາ

 

  • ເລກນຳໂຊກ 6
  • ເລກ 6 ເຊື່ອມໂຍງກັບຄວາມສະຫງົບ ຄວາມໝັ້ນຄົງ ແລະ ຄວາມກົມກຽວ ຊຶ່ງກົງກັບນິສັຍຂອງຊາວລາສີພຶດສະພາ.

 

ເລກນີ້ຊ່ວຍໃຫ້ທ່ານສ້າງຄວາມສຳພັນ ແລະ ພື້ນທີ່ທີ່ສະຫງົບສຸກ ຮູ້ສຶກປອດໄພ.

 

 

ເລກນຳໂຊກ ລາສີເມຖຸນ

 

  • ເລກນຳໂຊກ 5
  • ຊາວລາສີເມຖຸນເປັນລາສີແຫ່ງການປ່ຽນແປງ ແລະ ຄວາມຫຼາກຫຼາຍ ເລກ 5 ຈຶ່ງເໝາະຫຼາຍ ເພາະສະແດງເຖິງຄວາມມ່ວຊື່ນ ການພະຈົນໄພ ຄວາມສົນໃຈ ຫຼື ຄວາມກະຕືລືລົ້ນທີ່ຈະຮຽນຮູ້ ຄົ້ນຫາ ຫຼື ເຂົ້າໃຈສິ່ງຕ່າງໆທີ່ເກີດຂຶ້ນຮອບຕົວເຮົາ.

 

 

ເລກນຳໂຊກ ລາສີກໍລະກົດ

 

  • ເລກນຳໂຊກ 2
  • ເລກ 2 ສະແດງເຖິງຄວາມສຳພັນ ຄວາມກົມກຽວ ການມີຄວາມຮູ້ສຶກທີ່ເຊື່ອມໂຍງກັນຢ່າງເລິກເຊິງ ຄວາມເຂົ້າໃຈ ເຫັນອົກເຫັນໃຈກັນ ຊຶ່ງເຂົ້າກັນໄດ້ດີກັບທຳມະຊາດຂອງຊາວລາສີກໍລະກົດທີ່ມີຄວາມອ່ອນໂຍນ.

 

 

ເລກນຳໂຊກ ລາສີສິງ

 

  • ເລກນຳໂຊກ 1
  • ເລກ 1 ຄືສັນຍາລັກຂອງຄວາມເປັນຜູ້ນຳ ຄວາມຄິດສ້າງສັນ ແລະ ຄວາມໝັ້ນໃຈ ຊຶ່ງສະທ້ອນເຖິງບຸກຄະລິກຂອງຊາວລາສີສິງທີ່ຮັກອິດສະລະ ແລະ ຄວາມໂດດເດັ່ນ.

 

ເລກນຳໂຊກ ລາສີກັນຍາ

 

  • ເລກນຳໂຊກ 3
  • ເລກ 3 ເຊື່ອມໂຍງກັບການສື່ສານ ຄວາມຄິດສ້າງສັນ ແລະ ຄວາມລະອຽດຮອບຄອບ ເໝາະກັບນິໄສທີ່ມັກວິເຄາະຂອງຊາວລາສີກັນຍາ ຊ່ວຍສົ່ງເສີມການສະແດງອອກ ແລະ ການຕິດຕໍ່ເຈລະຈາທີ່ມີປະສິດທິພາບ.

 

ເລກນຳໂຊກ ລາສີຕຸລາ

 

  • ເລກນຳໂຊກ 7
  • ເລກ 7 ເປັນຕົວແທນຂອງຈິດວິຍານ ປັນຍາ ຄວາມຮູ້ ຄວາມເຂົ້າໃຈ ການໃຊ້ເຫດຜົນ ແລະ ຄວາມສາມາດໃນການຄິດວິເຄາະສິ່ງຕ່າງໆ ການເຂົ້າໃຈສັດຈະທຳ ການຕະຫນັກເຖິງສິ່ງຕ່າງໆຢ່າງເລິກເຊິ້ງແລະຮອບດ້ານ.

 

ເລກນຳໂຊກ ລາສີພິຈິກ

 

  • ເລກນຳໂຊກ 8
  • ເລກ 8 ຄືພະລັງ ຄວາມອົດທົນ ແລະ ການປ່ຽນແປງ ເໝາະກັບຊາວພິຈິກທີ່ມີຄວາມເຂັ້ມແຂງ ແລະ ຕັ້ງໃຈມຸ່ງໝັ້ນ.

 

ເລກນີ້ຊ່ວຍໃຫ້ທ່ານປ່ຽນວິກິດໃຫ້ເປັນໂອກາດໄດ້.

 

ເລກນຳໂຊກ ລາສີທະນູ

 

  • ເລກນຳໂຊກ 3
  • ເລກ 3 ສະແດງເຖິງການຄົ້ນຫາ ການເບິ່ງໂລກໃນແງ່ດີ ແລະ ຄວາມຄິດສ້າງສັນ ສະທ້ອນຈິດວິຍານອິສະລະຂອງຊາວລາສີທະນູ ແລະ ກະຕຸ້ນໃຫ້ທ່ານອອກເດີນທາງຕາມຄວາມຝັນ.

 

ເລກນຳໂຊກ ລາສີມັງກອນ

 

  • ເລກນຳໂຊກ 4
  • ເລກ 4 ສະແດງເຖິງຄວາມໝັ້ນຄົງ ຄວາມອົດທົນ ແລະ ລະບຽບວິໄນ ຊຶ່ງສອດຄ້ອງກັບນິໄສຂອງຊາວລາສີມັງກອນທີ່ມຸ່ງໝັ້ນ ແລະ ມີວິໄນ.

 

ເລກນີ້ຊ່ວຍຢ້ຳເຕືອນໃຫ້ທ່ານບໍ່ລະທິ້ງເປົ້າໝາຍ.

 

ເລກນຳໂຊກ ລາສີກຸມ

 

  • ເລກນຳໂຊກ 11
  • ເລກ 11 ເປັນເລກມາສເຕີຊຶ່ງກ່ຽວຂ້ອງກັບວິໄສທັດ ການຫຍັ່ງຮູ້ ເປັນແຮງກະຕຸ້ນໃຫ້ຊາວລາສີກຸມຄິດນອກກອບ ແລະ ກ້າສະແດງອອກເຖິງຄວາມຄິດສ້າງສັນຂອງຕົນ.

 

ເລກນຳໂຊກ ລາສີມີນ

 

  • ເລກນຳໂຊກ 7
  • ເລກ 7 ມີຄວາມໝາຍເລິກເຊິ້ງຍິ່ງຂຶ້ນສຳລັບຊາວລາສີມີນ ຊຶ່ງເປັນລາສີທີ່ມີຄວາມເຫັນອົກເຫັນໃຈ ແລະ ໄວຕໍ່ຄວາມຮູ້ສຶກ ເປັນສັນຍາລັກ ຫຼື ແຮງບັນດານໃຈໃຫ້ທ່ານຫັນກັບມາເຊື່ອມັ້ນໃນຄວາມຮູ້ສຶກພາຍໃນຂອງຕົນເອງ ຫຼື “ສັນຊາດຍານ” ເຊັ່ນ: ການຕັດສິນໃຈທີ່ບໍ່ໄດ້ມີເຫດຜົນຊັດເຈນແຕ່ຮູ້ສຶກວ່າ “ແມ່ນແລ້ວ” ສຳລັບຕົວເອງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ