site_cover (83)
ເກີດລະເບີດຮຸນແຮງທີ່ໂຮງງານສານເຄມີຈີນ ເສຍຊີວິດແລ້ວ 5 ຄົນ ບາດເຈັບຫຼາຍສິບຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 May, 2025
ໝວດ: ຂ່າວ

ເກີດລະເບີດຮຸນແຮງທີ່ໂຮງງານຜະລິດສານເຄມີໃນພາກຕາເວັນອອກຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນ ແຮງລະເບີດຮູ້ສຶກໄດ້ເປັນວົງກວ້າງ ແວ່ນປ່ອງຢ້ຽມອາຄານເສຍຫາຍຫຼາຍແຫ່ງ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດຮຸນແຮງທີ່ໂຮງງານສານເຄມີຂະໜາດໃຫຍ່ຂອງບໍລິສັດ “ຊານຕົງ ໂຢ່ວເຕົ້າ ເຄມິເຄີນ” (Shandong Youdao Chemical) ໃນເມືອງເວ່ຍຟາງ ແຂວງຊານຕົງ ທາງຕາເວັນອອກຂອງຈີນ

 

ເມື່ອຊ່ວງເຊົ້າມືດວັນອັງຄານທີ 27 ພຶດສະພາ 2025 ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນ ບາດເຈັບ 19 ຄົນ ແລະ ມີຜູ້ສູນຫາຍອີກ 6 ຄົນ.

 

ໂຮງງານແຫ່ງນີ້ ຊຶ່ງຕັ້ງຢູ່ໃນເຂດອຸດສາຫະກຳເຄມີ “ເກົາມີ່ ເຫລັນເຫິ” (Gaomi Renhe) ເປັນໂຮງງານຜະລິດອົງປະກອບເຄມີສຳລັບໃຊ້ໃນຢາຂ້າແມງໄມ້ແລະເພສັດຊະກຳ ມີພື້ນທີ່ປະມານ 116 ເອເຄີ ແລະ ມີລູກຈ້າງຫຼາຍກວ່າ 300 ຄົນ.

 

 

ຄລິບວິດີໂອຊຶ່ງເຜີຍແຜ່ເທິງສື່ສັງຄົມອອນລາຍຂອງຈີນສະແດງໃຫ້ເຫັນກຸ່ມຄວັນສີສົ້ມ ແລະ ສີດຳພັດພູ່ງຂຶ້ນຈາກໂຮງງານເຄມີ ກັບໂຮງງານອີກແຫ່ງໜຶ່ງຊຶ່ງຍັງບໍ່ມີການເປີດເຜີຍວ່າເປັນໂຮງງານຫຍັງ ໃນຂະນະທີ່ແກ້ວປ່ອງຢ້ຽມອາຄານໃກ້ຄຽງແຕກກະຈາຍເພາະແຮງລະເບີດ.

 

ທາງການຈີນສົ່ງເຈົ້າໜ້າທີ່ຫຼາຍກວ່າ 230 ນາຍລົງພື້ນທີ່ເພື່ອຮັບມືເຫດລະເບີດ ແລະ ດັບເພີງທີ່ລຸກໄໝ້ ຂະນະທີ່ເຈົ້າໜ້າທີ່ຂອງສຳນັກງານສິ່ງແວດລ້ອມເມືອງເວ່ຍຟາງດຳເນີນການກວດສອບລະດັບສານເຄມີໃນທີ່ເກີດເຫດແລ້ວ ແຕ່ຍັງບໍ່ໄດ້ຜົນລັບອອກມາ.

 

ແນວໃດກໍ່ຕາມ ພວກເຂົາເຕືອນໃຫ້ຜູ້ຢູ່ອາໄສໃກ້ຄຽງໃສ່ໜ້າກາກອະນາໄມໄປໃນໜຶ່ງໄລຍະເພື່ອປ້ອງກັນໄວ້ກ່ອນ.

 

ດ້ານຊາວບ້ານທ້ອງຖິ່ນຜູ້ບໍ່ປະສົງອອກນາມ ເປີດເຜີຍວ່າ ບ້ານຂອງລາວສັ່ນສະເທືອນເພາະແຮງລະເບີດ ເຖິງແມ່ນວ່າຈະຢູ່ຫ່າງຈາກໂຮງງານທີ່ເກີດເຫດຫຼາຍກວ່າ 7 ກິໂລແມັດ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ