
ທ່ານໝໍສົມສັກ ຈຶງສະໝານ ອະທິບໍດີກົມການແພດແຜນໄທ ແລະ ການແພດທາງເລືອກ ກ່າວວ່າ ວັນທີ 31 ພຶດສະພາ ຂອງທຸກໆປີ ອົງການອະນາໄມໂລກ (WHO) ຈັດໃຫ້ເປັນວັນງົດສູບຢາໂລກ.
ຄຳຂວັນລົນຊຸກຍູ້ໃນປີນີ້ຄື “ກະຊາກໜ້າກາກທຸລະກິດຢາສູບ
ສູບຢາໄຟຟ້າ: ນິໂຄຕິນເສບຕິດຈົນຕາຍ” ກົມການແພດ ແລະ ການແພດທາງເລືອກ ເລັງເຫັນຄວາມສຳຄັນກ່ຽວກັບບັນຫາສຸຂະພາບຂອງປະຊາຊົນທີ່ມີຜົນກະທົບຈາກຢາສູບ.
ປັດຈຸບັນ ມີການນຳສາດການແພດແຜນໄທ ແນະນຳ 5 ສະໝຸນໄພທີ່ຊ່ວຍໃຫ້ບໍ່ຢາກສູບຢາ ເຊັ່ນ:
- ຫຍ້າດອກຂາວ
- ໝາກນາວ
- ໂປ່ງຟ້າ
- ຮາງຈືດ
- ກ້ານພລູ
ລວມເຖິງການບຳບັດໂດຍ ການນວດ ແລະ ປະຄົບສະໝຸນໄພ
ໃນສ່ວນສາດການແພດແຜນຈີນ ທີ່ນຳມາຮ່ວມຮັກສາ ໄດ້ແກ່:
- ການຝັງເຂັມ
- ຫັດຖະການດ້ວຍສາດສະຕາແຜນຈີນ
ຊຶ່ງເປັນທາງເລືອກໃນການບຳບັດຮັກສາຜູ້ທີ່ຢາກເຊົາສູບຢາແບບສາດອົງລວມຢ່າງຈິງຈັງແລະປອດໄພ.
1. ຫຍ້າດອກຂາວ ມີສານສຳຄັນຄື Sodium nitrate ເຮັດໃຫ້ລີ້ນຊາ ຫຼື ລີ້ນຝາດ ຊ່ວຍຫຼຸດອາການຢາກສູບຢາ. ປັດຈຸບັນຫຍ້າດອກຂາວຖືກບັນຈຸເປັນຢາສະໝຸນໄພໃນບັນຊີຢາຫຼັກແຫ່ງຊາດ ຮູບແບບຊາຊົງ.
ວິທີໃຊ້: ນຳຫຍ້າດອກຂາວແຫ້ງ 2 ກຣາມ ຕໍ່ນ້ຳຮ້ອນ 120-200 ມິນລິລິດ ແຊ່ໄວ້ 10 ນາທີ ດື່ມຫຼັງອາຫານ ວັນລະ 3-4 ຄັ້ງ.
ຂໍ້ຄວນລະວັງ: ຄວນລະວັງການໃຊ້ໃນຜູ້ປ່ວຍໂລກຫົວໃຈ ແລະ ໂລກໄຕ ເພາະຫຍ້າດອກຂາວມີແຮ່ທາດໂພແທສເຊຍມສູງອາດສົ່ງຜົນໃຫ້ໂລກປະຈຳຕົວກຳເຮີບ.
2. ໝາກນາວ ເປັນໝາກໄມ້ລົດສົ້ມ ມີວິຕາມິນຊີສູງ ເປືອກມີລົດຂົມ. ວິຕາມິນຊີໃນໝາກນາວຈະຊ່ວຍປ່ຽນລົດຊາດຂອງຢາສູບໃຫ້ເຝື່ອນ ເຮັດໃຫ້ບໍ່ຢາກສູບຢາ.
ວິທີໃຊ້: ປາດໝາກນາວທັງເປືອກເປັນຊິ້ນນ້ອຍໆ ພໍດີຄຳ ນຳມາກິນເມື່ອມີຄວາມຮູ້ສຶກຢາກສູບຢາ.
3. ໂປ່ງຟ້າ ມີສານສຳຄັນຊ່ວຍໃນການເຊົາສູບຢາ ເພາະໃບມີລົດຊາດຫວານ. ເມື່ອສູບຢາຈະເຮັດໃຫ້ລົດຊາດຢາສູບປ່ຽນໄປ ເຮັດໃຫ້ຮູ້ສຶກພະອືດພະອົມ ບໍ່ຢາກສູບຢາອີກ.
ວິທີໃຊ້: ນຳໃບໂປ່ງຟ້າສົດ 1-2 ໃບ ຄ້ຽວເວລາເກີດອາການຢາກສູບຢາ.
4. ຮາງຈືດ ມີສັນຄຸນຊ່ວຍໃນການລ້າງສານພິດ ໂດຍສະເພາະສານນິໂຄຕິນທີ່ສະສົມໃນຮ່າງກາຍ ຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດຄວາມຢາກສູບຢາ.
ວິທີໃຊ້: ໃຊ້ໃບສົດ 4-5 ໃບຈີກ ແລະ ຊົງໃນນ້ຳຮ້ອນດື່ມ.
ຂໍ້ຄວນລະວັງ: ບໍ່ຄວນໃຊ້ຕິດຕໍ່ກັນນານເກີນ 7 ວັນ ຄວນລະວັງໃນຜູ້ປ່ວຍເບົາຫວານ ແລະ ຜູ້ທີ່ກິນຢາອື່ນປະຈຳ.
5. ກ້ານພລູ ໃຊ້ດອກກ້ານພລູແຫ້ງ 2-3 ດອກ ອົມໄວ້ໃນປາກ 5-10 ນາທີ ເຮັດໃຫ້ປາກຊາ ຈະແກ້ຄວາມຢາກສູບຢາ ຊ່ວຍເຊົາສູບຢາໄດ້ງ່າຍຂຶ້ນ.
ການຮັກສາດັ່ງກ່າວມີຄວາມສຳພັນກັບການຮັບຮູ້ລົດຊາດຂອງຜູ້ປ່ວຍ ໂດຍສ່ວນໃຫຍ່ຈະມີປະຕິກິລິຍາຕໍ່ລົດຊາດຂອງຢາສູບປ່ຽນໄປຢ່າງຊັດເຈນ ໂດຍຮູ້ສຶກວ່າຢາສູບຂົມ ຈືດ ຫຼື ບໍ່ມີລົດຊາດ ເຮັດໃຫ້ຄວາມຢາກໃນການສູບຢາຫຼຸດລົງຫຼືບໍ່ຢາກສູບອີກເລີຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














