site_cover (90)
ຢູເຄຣນສົ່ງໂດຣນໂຈມຕີຖານທັບຣັດເຊຍ ເຮືອບິນເສຍຫາຍກວ່າ 40 ລຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 June, 2025
ໝວດ: ຂ່າວ

ຢູເຄຣນເປີດສາກໂຈມຕີເຄື່ອງບິນຮົບຣັດເຊຍຕາມຖານທັບ 4 ແຫ່ງ ທີ່ຢູເຄຣນອ້າງວ່າທຳລາຍເຄື່ອງບິນຣັດເຊຍໄດ້ຢ່າງໜ້ອຍ 40 ລຳ

 

ວັນນີ້ (2 ມິຖຸນາ 2025) ຫນ່ວຍງານຄວາມໝັ້ນຄົງຢູເຄຣນໄດ້ໂຈມຕີສະໜາມບິນຂອງຖານທັບອາກາດຣັດເຊຍຈົນເກີດໄຟລຸກໄໝ້ ແລະ ມີກຸ່ມຄວັນສີດຳຂະໜາດໃຫຍ່ພຸ່ງຂື້ນຕາມມາ ໂດຍມີເຄື່ອງບິນເສຍຫາຍຫຼາຍລຳ ຊຶ່ງຢູເຄຣນອ້າງວ່າຈາກການໂຈມຕີໃນເຂດມູຣມັນສະຄ໌ຂອງຣັດເຊຍ ຊຶ່ງຢູ່ທາງຕະເວັນຕົກສ່ຽງເໜືອຂອງປະເທດ

 

ການໂຈມຕີດັ່ງກ່າວເປັນສ່ວນໜຶ່ງຂອງການໂຈມຕີເຄື່ອງບິນຮົບຣັດເຊຍຕາມຖານທັບ 4 ແຫ່ງ ທີ່ຢູເຄຣນອ້າງວ່າທຳລາຍເຄື່ອງບິນຣັດເຊຍໄດ້ຢ່າງໜ້ອຍ 40 ລຳ

 

ຄວາມເສຍຫາຍອີກຈຸດໜຶ່ງເກີດຂື້ນໃນເຂດອີຣຄູດສະຄ໌ ໃນແຖບໄຊບີເຣຍ ຊຶ່ງຜູ້ເຫັນເຫດການບັນທຶກພາບກຸ່ມຄວັນຂະໜາດໃຫຍ່ລອຍສູງຂື້ນສູ່ທ້ອງຟ້າຈົນເບິ່ງເຫັນໄດ້ຈາກລະຍະໄກ ຊຶ່ງຈຸດດັ່ງກ່າວຕັ້ງຢູ່ບໍ່ຫ່າງຈາກບໍລິເວນສະໜາມບິນ

 

ໂວໂລດິມີຣ໌ ເຊເລັນສກີ ປະທານາທິບໍດີຢູເຄຣນ ລະບຸວ່າ ປະຕິບັດການນີ້ ທີ່ໃຊ້ຊື່ວ່າ “ປະຕິບັດການໃຍແມງມຸມ” ໃຊ້ໂດຣນ 117 ລຳ ແລະເປັນຝີມືຂອງຫນ່ວຍງານຄວາມໝັ້ນຄົງຢູເຄຣນ ຫຼື SBU ທີ່ມີເປົ້າຫມາຍໂຈມຕີເຄື່ອງຍິງຂີປະນາວຸດຮ່ອນເຊິງຍຸດທະສາດຂອງຣັດເຊຍໄປເຖິງຮ້ອຍລະ 34

 

ໂດຍຢູເຄຣນເຜີຍພາບຖ່າຍທີ່ລະບຸວ່າ ເປັນໂດຣນຊຶ່ງໃຊ້ໃນການໂຈມຕີເຄື່ອງບິນທິ້ງລະເບີດຂອງຣັດເຊຍຕາມຖານທັບຕ່າງໆ ທັງ 4 ຈຸດ

 

 

ຢູເຄຣນເປີດເຜີຍພາບກອງທັບໂດຣນເບື້ອງຫຼັງຖລ່ມຣັດເຊຍຄັ້ງໃຫຍ່

 

ແຫຼ່ງຂ່າວຈາກ SBU ເປີດເຜີຍວ່າ ໃຊ້ເວລານານກວ່າ 1 ປີເຄິ່ງເພື່ອກຽມການໂຈມຕີດັ່ງກ່າວ ໂດຍຕ້ອງອາໄສການລັກລອບຂົນໂດຣນທີ່ຊຸກເຊື່ອງໄວ້ໃນແກັດຂະໜາດໃຫຍ່ລັກສະນະຄ້າຍຫ້ອງເກັບຂອງກາງແຈ້ງ ສົ່ງໄປປະຈຳຕາມຈຸດຕ່າງໆ

 

ໃກ້ກັບຖານທັບເປົ້າຫມາຍ ແລະໃຊ້ການຄວບຄຸມຈາກລະຍະໄກເພື່ອເປີດສ່ວນຫຼັງຄາ ສັ່ງການໃຫ້ໂດຣນບິນອອກໄປໂຈມຕີຕາມເວລາທີ່ກຳໜົດໄວ້ ຊຶ່ງນີ້ຄືສາເຫດວ່າເປັນຫຍັງຢູເຄຣນຈຶ່ງໂຈມຕີຖານທັບຣັດເຊຍທີ່ຢູ່ຫ່າງອອກໄປກວ່າ 4,000 ກິໂລແມັດໄດ້

 

ຂະນະທີ່ຜູ້ນຳຢູເຄຣນອ້າງວ່າ ຈຸດທີ່ເຈົ້າໜ້າທີ່ຢູເຄຣນເຂົ້າໄປແຝງຕົວປະຕິບັດການຢູ່ໃນຣັດເຊຍບາງຈຸດ ຕັ້ງຢູ່ຖັດຈາກສຳນັກງານຂອງຫນ່ວຍຂ່າວກອງຣັດເຊຍໃນພື້ນທີ່ນັ້ນເລີຍ ຊຶ່ງຄວາມເສຍຫາຍລວມຈາກປະຕິບັດການນີ້ຢູ່ທີ່ປະມານ 7,000 ລ້ານໂດລາສະຫະລັດ

 

ຫາກຂໍ້ເທັດຈິງເປັນໄປຕາມທີ່ຢູເຄຣນອ້າງ ນີ້ຈະຖືເປັນການໂຈມຕີດ້ວຍໂດຣນຝີມືຢູເຄຣນທີ່ສ້າງຄວາມເສຍຫາຍແກ່ຣັດເຊຍຫຼາຍທີ່ສຸດ

 

ຜູ້ແທນຣັດເຊຍ-ຢູເຄຣນກຽມປຶກສາຫາລືໃນຕຸຣກີຮອບສອງມື້ນີ້

 

ຜູ້ແທນຣັດເຊຍເດີນທາງເຖິງນະຄອນອິສຕັນບູນຂອງຕຸຣກີແລງວານນີ້ ເພື່ອກຽມຮ່ວມການເຈລະຈາສັນຕິພາບຮອບສອງກັບຢູເຄຣນ ຫຼັງຈາກການເຈລະຈາຮອບກ່ອນນຳມາຊຶ່ງການແລກປ່ຽນຕົວຊະເລີຍສຶກຂອງທັງສອງຝ່າຍ

 

ຫຼັງຈາກຫຼາຍມື້ທີ່ຜ່ານມາ ຍັງບໍ່ເປັນທີ່ຊັດເຈນວ່າຢູເຄຣນຈະສົ່ງຜູ້ແທນເຂົ້າຮ່ວມຫຼືບໍ່ ລ່າສຸດຜູ້ນຳຢູເຄຣນຢືນຢັນແລ້ວວ່າລັດຖະມົນຕີກະຊວງປ້ອງກັນປະເທດ ຈະໄປຮ່ວມເຈລະຈາກັບຣັດເຊຍໃນການເຈລະຈາທີ່ຈະຈັດຂື້ນມື້ນີ້

 

ຄີດ ເຄລລ໌ອກ ຜູ້ແທນຂອງໂດນາດ ທຣຳ ປະທານາທິບໍດີສະຫະລັດ ເປີດເຜີຍວ່າ ການເຈລະຈາຮອບນີ້ ທັງສອງຝ່າຍຈະສະເໜີເອກະສານແນວທາງເງື່ອນໄຂເພື່ອສັນຕິພາບຂອງຕົວເອງ ເຖິງແມ່ນວ່າຈະເປັນທີ່ຮູ້ກັນດີວ່າ ຈຸດຢືນຂອງທັງຄູ່ແຕກຕ່າງກັນຢ່າງຊັດເຈນຕັ້ງແຕ່ສົງຄາມເລີ່ມເປີດສາກຂື້ນ ຈົນກະທັ່ງເຖິງມື້ນີ້ກໍຕາມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ