
ຈາວໝາກພ້າວ ຄືສ່ວນໜຶ່ງຂອງມະພ້າວທີ່ຄົນໂບຮານຍົກຍ້ອງວ່າເປັນຂອງດີຈາກທຳມະຊາດ ຫຼາຍຄົນອາດເຄີຍເຫັນແຕ່ບໍ່ຮູ້ວ່າກິນໄດ້ ແລະ ມີປະໂຍດຕໍ່ສຸຂະພາບຫຼາຍດ້ານ ມາເຮັດຄວາມຮູ້ຈັກກັບຈາວໝາກພ້າວ ພ້ອມເຄັດລັບການກິນຢ່າງປອດໄພກັນເລີຍ
ຈາວໝາກພ້າວແມ່ນຫຍັງ?
ຈາວໝາກພ້າວ ຄືເນື້ອສີຂາວນວນ ຫຼື ເຫຼືອງອ່ອນ ທີ່ເກີດຂຶ້ນພາຍໃນໝາກພ້າວແກ່ທີ່ເລີ່ມບົ່ງເປັນຕົ້ນອ່ອນ ໂດຍທຳມະຊາດແລ້ວ ໝາກພ້າວເມື່ອສຸກເຕັມທີ່ຈະມີເນື້ອມະພ້າວທີ່ແຂງ ຫາກເກັບໄວ້ດົນຈົນເລີ່ມບົ່ງ ຕົ້ນອ່ອນຂອງໝາກພ້າວຈະດູດຊັບສານອາຫານຈາກເນື້ອໝາກພ້າວເດີມ ກາຍເປັນເນື້ອຟູ ນຸ່ມ ເບົາ ຄ້າຍຟອງນ້ຳ ຊຶ່ງເຮົາເອີ້ນວ່າ “ຈາວໝາກພ້າວ” ນັ້ນເອງ
ລົດຊາດຂອງຈາວໝາກພ້າວ
ຈາວໝາກພ້າວ ເກີດຂຶ້ນຈາກການສະລາຍໄຂມັນ ແລະ ແປ້ງໃນເນື້ອໝາກພ້າວເດີມເພື່ອນຳໄປລ້ຽງຕົ້ນອ່ອນ ເຮັດໃຫ້ມີລົດຊາດຫວານມັນອ່ອນໆ ເນື້ອສຳຜັດກອບນອກນຸ່ມໃນ
ປະໂຫຍດຂອງຈາວໝາກພ້າວ
ການກິນຈາວໝາກພ້າວບໍ່ແມ່ນພຽງແຕ່ເລື່ອງຂອງລົດຊາດທີ່ແຊບກອບນອກນຸ່ມໃນ ແຕ່ຍັງມີຄຸນຄ່າທາງໂພຊະນາການທີ່ໜ້າສົນໃຈ ເຊັ່ນ:
- ອຸດົມດ້ວຍໄຟເບີ ຊ່ວຍກະຕຸ້ນການຂັບຖ່າຍ
- ມີຄາໂບໄຮເດຣດເຊີງຊ້ອນ ໃຫ້ພະລັງງານແລະອິ່ມທ້ອງນານ
- ມີກົດໄຂມັນດີຈາກມະພ້າວທີ່ຊ່ວຍບຳລຸງຮ່າງກາຍ
- ມີສານຕ້ານອະນຸມູນອິດສະຫຼະໃນປະລິມານເລັກນ້ອຍ ຊ່ວຍຫຼຸດຄວາມສ່ຽງການອັກເສບ
- ຄົນໂບຮານເຊື່ອວ່າຊ່ວຍບຳລຸງຮ່າງກາຍແລະເພີ່ມຄວາມແຂງແຮງ
ຢ່າງໃດກໍຕາມ ການກິນໝາກພ້າວຄວນເລືອກກິນຈາວໝາກພ້າວທີ່ບໍ່ເກັບໄວ້ດົນເກີນໄປ ຫຼື ຂຶ້ນເຊື້ອຣາ ເພື່ອຄວາມປອດໄພຕໍ່ສຸຂະພາບ
ວິທີເລືອກ ແລະ ກິນຈາວໝາກພ້າວ
- ເລືອກຈາວມະພ້າວທີ່ມີສີຂາວ ຫຼື ເຫຼືອງອ່ອນ ບໍ່ມີກິ່ນເໝັນ ຫຼື ເຊື້ອຣາ
- ກິນສົດໆ ຫຼື ໃຊ້ເຮັດເມນູຫວານ ເຊັ່ນ: ຂະໜົມໄທ ຫຼື ເຕີມໃນເຄື່ອງດື່ມ
- ຖ້າມັກລົດຫວານ ມັກກິນກັບນ້ຳເຊື່ອມ ຫຼື ນ້ຳກະທິ
- ຢ່າກິນຫຼາຍເກີນໄປ ເພາະໄຟເບີສູງ ອາດເຮັດໃຫ້ທ້ອງອືດໄດ້
ຈາວໝາກພ້າວ ບໍ່ແມ່ນພຽງແຕ່ຂອງກິນຫຼິ້ນທຳມະດາ ແຕ່ຍັງເປັນແຫຼ່ງສານອາຫານຈາກທຳມະຊາດທີ່ຫາກິນໄດ້ຍາກ ແລະ ມີຄຸນຄ່າທາງໂພຊະນາການ ການກິນຢ່າງພໍດີ ແລະ ປອດໄພຈະຊ່ວຍໃຫ້ເຮົາໄດ້ປະໂຫຍດເຕັມທີ່ຈາກຂອງດີທີ່ທຳມະຊາດມອບໃຫ້
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 660.04 | 671.26 |
EUR | 24,263 | 24,748 |
CNY | 2,950 | 3,009 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














