
ເວັບໄຊ yahoo ລາຍງານພິເສດ ເມື່ອອະດີດໝູ່ບ້ານນັກກິລາໂອລິມປິກ “HARUMI FLAG” ທີ່ຕັ້ງຢູ່ໃນເມືອງຊູໂອ ກຸງໂຕກຽວ ໄດ້ຮັບການປັບໂສມຄັ້ງໃຫຍ່ຫຼັງຈົບໂຕກຽວໂອລິມປິກ 2020 ແລະ ເລີ່ມເປີດໃຫ້ປະຊາຊົນເຂົ້າຢູ່ອາໄສຕັ້ງແຕ່ເດືອນມັງກອນ 2024 ໃນຖານະໂຄງການເຮືອທົງຂອງເມືອງ ທີ່ຕັ້ງເປົ້າໃຫ້ທີ່ນີ້ເປັນເຂດທີ່ຢູ່ອາໄສທັນສະໄໝໃຈກາງມະຫານະຄອນ
ແຕ່ໃນເວລາພຽງບໍ່ດົນ ສິ່ງທີ່ຊາວຍີ່ປຸ່ນໄດ້ພົບກັບບໍ່ແມ່ນຄວາມສະຫງົບສຸກແບບທີ່ຄາດໄວ້ ຫາກແຕ່ເປັນບັນຫາລົບກວນຈາກເຄືອຂ່າຍເສດຖະກິດໃຕ້ດິນ ທີ່ກ່ຽວຂ້ອງກັບກຸ່ມຊາວຈີນຊຶ່ງເຂົ້າມາດຳເນີນກິດຈະກໍາຜິດກົດໝາຍຢ່າງຕໍ່ເນື່ອງ
ເສດຖະກິດເງົາເລີ່ມປັກຫຼັກກາງໂຕກຽວ
ລາຍງານຈາກ ອາກາອິຊິ ຊິນອິຈິໂຣ ນັກຂ່າວສາຍສືບສວນຊື່ດັງຂອງຍີ່ປຸ່ນ ລະບຸວ່າ ບໍລິເວນ HARUMI FLAG ກຳລັງປະເຊີນກັບການກໍ່ຕົວຂອງ “ເຂດເສດຖະກິດຈີນແບບເງົາ” ໂດຍພົບການດຳເນີນທຸລະກິດຜິດກົດໝາຍຫຼາຍຮູບແບບ ຕັ້ງແຕ່ບໍລິການ “ມິນປາເຖື່ອນ” ຫຼື ການປ່ອຍເຊົ່າໄລຍະສັ້ນໂດຍບໍ່ໄດ້ຮັບອະນຸຍາດ, ລົດຕູ້ຮັບສົ່ງຜູ້ໂດຍສານແບບຜິດກົດໝາຍ (ທີ່ຮູ້ຈັກໃນຊື່ “ໄວແທັກຊີ່”) ໄປຈົນເຖິງຮ້ານອາຫານເຖື່ອນທີ່ແຝງຕົວຢູ່ໃນຄອນໂດພັກອາໄສ
ລົດຕູ້ຫຼູຢ່າງ Toyota Alphard ຊຶ່ງໃຊ້ທະບຽນຕ່າງແຂວງ ປະກົດໃຫ້ເຫັນຢູ່ເປັນປະຈຳໃນພື້ນທີ່ ຈອດລໍຖ້າຮັບຜູ້ໂດຍສານປະຊົນຊົນຈີນຈາກສະໜາມບິນໄປຍັງສະຖານທີ່ທ່ອງທ່ຽວຍອດນິຍົມ ເຊັ່ນ ຮາໂກເນະ ຫຼື ຊິບຸຍະ ໂດຍບໍ່ຜ່ານລະບົບແທັກຊີ່ ຫຼືບໍລິການຂົນສົ່ງທີ່ຖືກກົດໝາຍຂອງຍີ່ປຸ່ນ
“ພວກເຂົາເວົ້າພາສາຈີນກັນທັງໝົດ ຄົນຂັບໃສ່ຊຸດດຳ ສູບຢາຢູ່ແຄມທາງ ຈອດລົດຂວາງທາງຍ່າງ ຊາວບ້ານຮ້ອງທຸກໄປແລ້ວຫຼາຍຄັ້ງ ແຕ່ເລື່ອງກໍຍັງບໍ່ຈົບ” ຜູ້ຢູ່ອາໄສລາຍໜຶ່ງໃຫ້ຂໍ້ມູນກັບສື່
ຄອນໂດກາຍເປັນໂຮງແຮມເຖື່ອນ ຮັບຊຳລະເປັນເງິນຫຍວນ
ອີກດ້ານໜຶ່ງ ຫ້ອງພັກຫຼາຍຢູນິດໃນ HARUMI FLAG ຖືກດັດແປງເປັນຮ້ານອາຫານຂະໜາດໜ້ອຍ ບາງແຫ່ງສົ່ງກິ່ນເຄື່ອງເທດຕະລົບອົບອວນໄປທົ່ວໂຖງທາງຍ່າງ ພ້ອມກ່ອງບັນຈຸວັດຖຸດິບແລະຂີ້ເຫຍື້ອຈຳນວນຫຼາຍກອງຢູ່ໜ້າຫ້ອງ
ນອກຈາກນີ້ ຍັງພົບຍິງສາວທີ່ຖືກະແຈຈຳນວນຫຼາຍເຂົ້າອອກຫ້ອງຫຼາຍຢູນິດ ເປັນໄປໄດ້ວ່າເປັນພະນັກງານເຮັດຄວາມສະອາດທີ່ເຮັດວຽກຄືໃນໂຮງແຮມ ມີການເຮັດເກັບຄ່າທີ່ພັກແລະບໍລິການຕ່າງໆດ້ວຍ “ເງິນຫຍວນ” ຊຶ່ງໝາຍເຖິງລາຍໄດ້ເຫຼົ່ານີ້ບໍ່ເຂົ້າສູ່ລະບົບເສດຖະກິດຍີ່ປຸ່ນໂດຍກົງ ແລະຫຼີກລ້ຽງພາສີໂດຍສິ້ນເຊິງ
ບໍ່ແມ່ນພຽງແຕ່ເສດຖີຈີນທີ່ຊື້ອະສັງຫາລິມະຊັບໃນຍີ່ປຸ່ນ
ເຖິງແມ່ນຄວາມຈຳຂອງຄົນທົ່ວໄປມັກຄິດວ່າຜູ້ຊື້ອະສັງຫາລິມະຊັບໃນຍີ່ປຸ່ນຕ້ອງເປັນມະຫາເສດຖີ ແຕ່ “ເຈິນເຈັ້ງອີ້” (ນາມສົມມຸດ) ນາຍໜ້າຊາວຈີນໃຫ້ຂໍ້ມູນວ່າ ກຸ່ມລູກຄ້າຫຼັກກັບເປັນຄົນຊົນຊັ້ນກາງຈາກເມືອງໃຫຍ່ ເຊັ່ນ ປັກກິ່ງ ແລະ ຊຽງໄຮ້ ທີ່ມີລາຍໄດ້ປະມານ 20,000-40,000 ຫຍວນຕໍ່ເດືອນ
“ໃນຈີນ ລາຄາບ້ານຂຶ້ນສູງຫຼາຍກວ່າ 15 ເທົ່າຈາກເມື່ອສິບປີກ່ອນ ຄົນທີ່ຂາຍຊັບສິນໃນຈີນໄດ້ກໍນຳກຳໄລນັ້ນມາຊື້ຄອນໂດໃນຍີ່ປຸ່ນ ຊຶ່ງເບິ່ງຖືກລົງກວ່າເກົ່າຫຼາຍໂດຍທຽບກັບຄ່າເງິນເຢນ” ເຂົາອະທິບາຍ
ລາວຍັງເສີມດ້ວຍວ່າ ປັດໄຈທີ່ລູກຄ້າຊາວຈີນໃຫ້ຄວາມສຳຄັນທີ່ສຸດຄື ວິວທະເລ, ເຫັນໂຕກຽວທາວເວີ ແລະ ເບິ່ງເຫັນພູເຂົາໄຟຟູຈິ ຊຶ່ງ HARUMI FLAG ສາມາດຕອບໂຈດທັງໝົດໄດ້ ຈຶ່ງບໍ່ແປກທີ່ຈະກາຍເປັນເປົ້າໝາຍຂອງທັງນັກລົງທຶນ ແລະນັກທ່ອງທ່ຽວຊາວຈີນຈຳນວນຫຼາຍ
ຊາວບ້ານເດືອດຮ້ອນ ສຽງດັງ ລະບົບຮັກສາຄວາມປອດໄພເປເພ
ຊາວຍີ່ປຸ່ນທີ່ເຂົ້າຢູ່ອາໄສໃນ HARUMI FLAG ດ້ວຍຄວາມຫວັງວ່າຈະໄດ້ໃຊ້ຊີວິດໃນຊຸມຊົນຄວາມສະຫງົບປອດໄພ ກັບຕ້ອງປະເຊີນກັບຄວາມວຸ່ນວາຍຈາກຜູ້ຢູ່ອາໄສໝູນວຽນທີ່ບໍ່ເຄົາລົບກົດຊຸມຊົນ
ສຽງດັງລົບກວນຕອນກາງຄືນ ການເຂົ້າອອກແບບບໍ່ມີຍາມຮັກສາຄວາມປອດໄພ ແລະ ຜູ້ເຊົ່າໄລຍະສັ້ນທີ່ບໍ່ມີຄວາມຮັບຜິດຊອບ ເຮັດໃຫ້ຫຼາຍຄອບຄົວຮູ້ສຶກບໍ່ປອດໄພ ແລະ ເລີ່ມຕັ້ງຄຳຖາມກັບຄວາມໂປ່ງໃສຂອງການບໍລິຫານໂຄງການ
ສື່ຂ່າວຍີ່ປຸ່ນເລີ່ມຂຸດເລິກວ່າໃຜຢູ່ເບື້ອງຫຼັງ?
ລາຍງານສະບັບເຕັມຈາກ ນິດຕະຍະສານ Weekly Post ສະບັບວັນທີ 6-13 ມິຖຸນາ 2025 ໄດ້ເປີດເຜີຍການກວດສອບເຊີງເລິກຂອງຫົວໜ່ວຍງານລັດເຖິງ “ຢາມິ ມິນປາກຸ” ຫຼືເຄືອຂ່າຍທຸລະກິດມືດທີ່ໃຊ້ຄອນໂດເປັນໂຮງແຮມເຖື່ອນ ຊຶ່ງອາດເຊື່ອມໂຍງເຖິງຜູ້ຈັດການອະສັງຫາລິມະຊັບບາງລາຍທີ່ມີຄວາມສຳພັນກັບທຶນຈີນໂດຍກົງ
ບົດສະຫຼຸບ
HARUMI FLAG ຊຶ່ງເຄີຍເປັນສັນຍາລັກແຫ່ງຄວາມຫວັງຂອງການພັດທະນາເມືອງ ກັບກຳລັງປະເຊີນວິກິດຄວາມໝັ້ນຄົງໃນລະດັບຊຸມຊົນ ອັນເປັນຜົນຈາກເສດຖະກິດເງົາທີ່ແຊກຊຶມເຂົ້າມາຢ່າງວ່ອງໄວ
ບັນຫານີ້ບໍ່ພຽງກ່ຽວຂ້ອງກັບກົດໝາຍຫຼືຜົນກະທົບຕໍ່ຜູ້ຢູ່ອາໄສເທົ່ານັ້ນ ແຕ່ຍັງສະທ້ອນຄຳຖາມໃຫຍ່ເຖິງນະໂຍບາຍການຄວບຄຸມອະສັງຫາລິມະຊັບໃນເມືອງຫຼວງຂອງຍີ່ປຸ່ນ ທີ່ອາດກຳລັງເປີດປະຕູຕ້ອນຮັບທຶນຕ່າງຊາດ ໂດຍແລກກັບຄວາມສະຫງົບຂອງຊຸມຊົນທ້ອງຖິ່ນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














