site_cover - 2025-06-03T115335.069
"ຄົນຈີນ" ບໍ່ກ້າໃຊ້ຈ່າຍ 80% ຫັນອອມເງິນ ເຖິງແມ່ນດອກເບ້ຍຕ່ຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 June, 2025
ໝວດ: ຂ່າວ

ບໍ່ໝັ້ນໃຈໃນເສດຖະກິດ ແລະ ລາຍໄດ້ ຄົນຈີນແຫ່ຝາກເງິນ ສວນທາງດອກເບ້ຍຕ່ຳ

 

Yahoo Finance ລາຍງານວ່າ ຫຼັງຈາກທະນາຄານການາຄ້າຈີນຫຼຸດອັດຕາດອກເບ້ຍເງິນຝາກເມື່ອອາທິດທີ່ແລ້ວ “Miro Chen” ໄດ້ເປີດໂພສໃນໂຊເຊຍນມີເດຍຖາມວ່າ “ເມື່ອດອກເບ້ຍຫຼຸດລົງ ເຈົ້າຈະອອມຫຼືໃຊ້ຈ່າຍ?”

 

ຜົນລັດທີ່ອອກມາຄື ຫຼາຍກວ່າ 80% ຈາກຜູ້ຕອບປະມານ 5,000 ຄົນເລືອກທີ່ຈະອອມ ຊຶ່ງສະທ້ອນເຖິງຄວາມທ້າທາຍຂອງຜູ້ກຳນົດນະໂຍບາຍທີ່ພະຍາຍາມກະຕຸ້ນອຸປະສົງ ແລະ ການເຕີບໂຕຂອງເສດຖະກິດ

 

“Miro Chen” ອາຍຸ 37 ປີ ພະນັກງານບໍລິສັດອິນເຕີເນັດໃນພາກໃຕ້ຂອງຈີນ ແລະ ເປັນຜູ້ຈັດທຳແບບສຳຫຼວດນີ້ລະບຸວ່າ ຜົນສຳຫຼວດອອກມາຂ້າງດຽວເລີຍ ສະແດງວ່າຜູ້ຄົນກັງວົນຫຼາຍ ແລະ ລາວຍັງລະບຸເສີມວ່າ ເຖິງແມ່ນກະທັ່ງຕົວລາວເອງກໍຍັງບໍ່ແນ່ໃຈວ່າບໍລິສັດທີ່ເຮັດວຽກຢູ່ຈະຢູ່ລອດໄດ້ອີກດົນປານໃດ ແລະ ນັ້ນຄືເຫດຜົນທີ່ລາວເລືອກຈະອອມເງິນ

 

ທັງນີ້ຂໍ້ມູນຈາກ “ທະນາຄານກາງຈີນ” ລະບຸວ່າ ໃນສິ້ນເດືອນມີນາ 2025 ຍອດເງິນຝາກຂອງຄົວເຮືອນໃນຈີນສູງເກີນ 160 ລ້ານລ້ານຫຍວນ ຫຼື ປະມານ 22.30 ລ້ານລ້ານໂດລາສະຫະລັດ ເພີ່ມຂຶ້ນ 10.3% ຈາກປີກ່ອນ ແລະ ຄິດເປັນ 118% ຂອງຈີດີພີໃນປີ 2024 ຂະນະທີ່ຍອດຄ້າປະຍ່ອຍໃນໄຕມາດທີໜຶ່ງຂະຫຍາຍຕົວພຽງ 4.6% ເມື່ອທຽບລາຍປີ

 

ສະພາບເສດຖະກິດທີ່ຊົບເຊົາ ແລະ ວິກິດອະສັງຫາລິມະຊັບທີ່ຍືດເຍື້ອໄດ້ສ້າງແຮງກົດດັນຕໍ່ພາກຄົວເຮືອນ ໂດຍສະເພາະກຸ່ມໄວເຮັດວຽກທີ່ກັງວົນກ່ຽວກັບຄວາມໝັ້ນຄົງຂອງວຽກ ແລະ ຊັບສິນ ຈົນຕ້ອງເລືອກເກັບອອມໄວ້ຫຼາຍຂຶ້ນເພື່ອຄວາມໝັ້ນໃຈໃນອະນາຄົດ ດັ່ງນັ້ນເຖິງແມ່ນຈະມີການປັບຫຼຸດອັດຕາດອກເບ້ຍຢ່າງຕໍ່ເນື່ອງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ການອອມຂອງຄົວເຮືອນຈີນກໍຍັງເຕີບໂຕຢ່າງໄວວາ

 

ນັກເສດຖະສາດຊີ້ວ່າ “ຫຼຸດດອກເບ້ຍ” ບໍ່ຊ່ວຍກະຕຸ້ນການໃຊ້ຈ່າຍໃນຈີນ

 

ກ່ອນໜ້ານີ້ເມື່ອອາທິດທີ່ຜ່ານມາ ທະນາຄານກາງຈີນໄດ້ຜ່ອນຄາຍນະໂຍບາຍການເງິນ ດ້ວຍການປັບຫຼຸດເພດານອັດຕາດອກເບ້ຍເງິນຝາກລົງອີກຄັ້ງ ເພື່ອບັນເທົາຄວາມກົດດັນດ້ານສ່ວນຕ່າງກຳໄລຂອງທະນາຄານ ຫຼຸດແຮງກົດດັນຕໍ່ທະນາຄານລົງ ແລະ ຫວັງຈູງໃຈໃຫ້ຜູ້ຝາກເງິນນຳເງິນໃນທະນາຄານອອກໄປໃຊ້ຈ່າຍ ຫຼື ລົງທຶນແທນການອອມໄວ້

 

ແຕ່ປາກົດວ່າເຖິງແມ່ນຈີນຫຼຸດດອກເບ້ຍຫວັງກະຕຸ້ນການໃຊ້ຈ່າຍ ແຕ່ຄົນຈີນຍັງຄົງເລືອກອອມຫຼາຍກວ່າບໍລິໂພກ ສະທ້ອນຄວາມກັງວົນຕໍ່ພາວະເສດຖະກິດທີ່ຊະລໍຕົວ ບັນຫາຄວາມໝັ້ນຄົງໃນການຈ້າງງານ ແລະ ຄວາມບໍ່ເຊື່ອໝັ້ນໃນລະບົບປະກັນສັງຄົມ

 

ຂະນະທີ່ນັກເສດຖະສາດຫຼາຍຄົນເຫັນກົງກັນວ່າ ຫົນທາງທີ່ດີທີ່ສຸດໃນການ “ກະຕຸ້ນການບໍລິໂພກ” ຂອງຈີນ ຄືການພັດທະນາລະບົບບຳນານ ແລະ ສະຫວັດດິການສັງຄົມໃຫ້ເຂັ້ມແຂງຂຶ້ນ ເພື່ອຫຼຸດແຮງຈູງໃຈໃນການອອມ ແລະ ສ້າງຄວາມໝັ້ນໃຈໃຫ້ປະຊາຊົນກ້າໃຊ້ຈ່າຍຫຼາຍຂຶ້ນ

 

“Minxiong Liao” ນັກເສດຖະສາດອາວຸໂສຈາກ “GlobalData.TS Lombard APAC” ໃຫ້ຄວາມເຫັນວ່າ ດອກເບ້ຍທີ່ຫຼຸດລົງອາດເຮັດໃຫ້ລາຍໄດ້ຂອງຄົນຈີນເຕີບໂຕຊ້າລົງ ໂດຍສະເພາະຄົນລຸ້ນທີ່ເກີດໃນຊ່ວງທົດສະວັດ 1977-1987 ຊຶ່ງອາດຕ້ອງເລັ່ງອອມເງິນຫຼາຍຂຶ້ນໃນອີກ 10 ປີຂ້າງໜ້າ ເພື່ອຮອງຮັບຊີວິດຫຼັງບຳນານ ທ່າມກາງແນວໂນ້ມດອກເບ້ຍຕ່ຳທີ່ຈະຍັງຄົງຢູ່

 

“Michael Pettis” ນັກວິໄຈຈາກ “Carnegie China” ອະທິບາຍວ່າ “ດອກເບ້ຍຕ່ຳຄືການໂອນຊັບພະຍາກອນຈາກຜູ້ຝາກເງິນ ຊຶ່ງຄືປະຊາຊົນໄປສູ່ຜູ້ກູ້ຢ່າງພາກທຸລະກິດ ແລະ ລັດຖະບານ” ແລະ ເສີມວ່າ ໃນລະບົບແບບນີ້ ຄືກັບຍີ່ປຸ່ນຍຸກ 1990 ດອກເບ້ຍຕ່ຳ ບໍ່ໄດ້ຊ່ວຍກະຕຸ້ນການບໍລິໂພກ

 

“Elisabeth Werenskiold” ຈາກ “Fathom Consulting” ເສີມອີກວ່າ ດອກເບ້ຍຕ່ຳເຮັດໃຫ້ທຸລະກິດບາງກຸ່ມຕິດກັບດັກໜີ້ໄລຍະຍາວ ຫຼື ກາຍເປັນບໍລິສັດຊອມບີ້ທີ່ຢູ່ລອດໄດ້ດ້ວຍການກູ້ເງິນຕະຫລອດເວລາ ເຊັ່ນ: ກຸ່ມກໍ່ສ້າງ, ສາຍການບິນ, ທ່ອງທ່ຽວ ແລະ ບໍລິການໄອທີ ພ້ອມກ່າວວ່າທຸລະກິດເຫຼົ່ານີ້ມີກະແສເງິນສົດພຽງພໍຈ່າຍດອກເບ້ຍໄດ້ບໍ່ຮອດ 5 ເດືອນ ຊຶ່ງຖືເປັນໂຊນອັນຕະລາຍ

 

ທັງນີ້ລັດຖະບານຈີນປະກາດວ່າຈະເພີ່ມບົດບາດຂອງການບໍລິໂພກພາກຄົວເຮືອນໃຫ້ເປັນແຮງຂັບເຄື່ອນເສດຖະກິດຫຼາຍຂຶ້ນ ຊຶ່ງຂະນະນີ້ຍັງຕ່ຳກວ່າຄ່າສະເລ່ຍໂລກເຖິງ 20% ຂອງ GDP

 

ໃນປີທີ່ຜ່ານມາຈີນພຶ່ງພາການສົ່ງອອກຢ່າງໜັກເພື່ອໃຫ້ GDP ໂຕໄດ້ປະມານ 5% ແລະ ນັກວິເຄາະເບິ່ງວ່າພາສີສະຫະລັດທີ່ເພີ່ມຂຶ້ນ ຍິ່ງເຮັດໃຫ້ຈີນຕ້ອງເລັ່ງປັບສົມດຸນເສດຖະກິດໄປສູ່ການບໍລິໂພກພາຍໃນປະເທດ ແຕ່ນະໂຍບາຍດອກເບ້ຍຕ່ຳ ອາດຂັດແຍ້ງກັບເປົ້າໝາຍດັ່ງກ່າວ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 15 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,470
21,746
thailand (1)
THB
661.54
671.73
european-union
EUR
24,027
24,507
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-15T150047.029
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
pele - 2025-08-15T135651.172
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
pele - 2025-08-15T113708.158
ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.
pele - 2025-08-15T095726.873
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
pele - 2025-08-14T141422.795
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
_cover - 2025-08-14T115939.913
ແຈ້ງການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ວັນທີ 15 ສິງຫາ 2025
ຢ່າລື່ມກົດຕິດຕາມ