_cover (1)
ເນື້ອແດງ vs ເນື້ອຂາວ ແຍກປະເພດແນວໃດ ເລືອກກິນເນື້ອສັດແບບໃດໃຫ້ດີຕໍ່ສຸຂະພາບ?
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 June, 2025

ເນື້ອແດງ vs ເນື້ອຂາວ ແຍກປະເພດແນວໃດ ທຽບຂໍ້ດີ-ຂໍ້ເສຍ ເລືອກກິນເນື້ອສັດແບບໃດໃຫ້ດີຕໍ່ສຸຂະພາບ?

 

ເນື້ອສັດເພື່ອບໍລິໂພກໃນປັດຈຸບັນ ບໍ່ວ່າຈະເປັນເນື້ອໝູ ເນື້ອໄກ່ ເນື້ອງົວ ເນື້ອປາ ແລະ ອື່ນໆ ຕ່າງກໍເປັນແຫຼ່ງໂປຣຕີນຈາກສັດທີ່ມີລົດຊາດແລະຄຸນຄ່າທາງໂພຊະນາການສະເພາະຕົວ

 

ການຈຳແນກເນື້ອສັດເປັນ ເນື້ອຂາວ ຫຼື ເນື້ອແດງ ຂຶ້ນຢູ່ກັບຊະນິດຂອງສັດ ແລະ ປະລິມານໄມໂອໂກລບິນໃນກ້າມເນື້ອເປັນຫຼັກ ໄມໂອໂກລບິນເປັນໂປຣຕີນທີ່ພົບໃນເຊລກ້າມເນື້ອທີ່ຈັບກັບອົກຊີເຈນແລະທາດເຫຼັກ ເຮັດໃຫ້ກ້າມເນື້ອມີສີ

 

 

ເນື້ອແດງແມ່ນຫຍັງ?

 

ກະຊວງກະສິກຳຂອງສະຫະລັດ (USDA) ກຳນົດວ່າ ເນື້ອແດງ ຄືໂປຣຕີນທີ່ໄດ້ຈາກສັດລ້ຽງລູກດ້ວຍນົມ ເຊັ່ນ: ເນື້ອງົວ ເນື້ອໝູ ເນື້ອແກະ ແລະ ເນື້ອກວາງ ໂດຍທົ່ວໄປແລ້ວຈະມີສີແດງເມື່ອຍັງດິບ ເນື່ອງຈາກມີໂປຣຕີນໄມໂອໂກລບິນສູງ ແລະ ປ່ຽນເປັນສີແດງເຂັ້ມຫຼືສີນ້ຳຕານເມື່ອປຸງສຸກ

 

ເຖິງແມ່ນວ່າເນື້ອແດງຈະມີໄຂມັນອີ່ມຕົວສູງ ແຕ່ຫາກບໍລິໂພກໃນປະລິມານທີ່ເໝາະສົມ ເນື້ອແດງທີ່ບໍ່ຜ່ານການແປຮູບຍັງເປັນແຫຼ່ງຂອງໂປຣຕີນ ກົດໄຂມັນ ວິຕາມິນ ແລະ ແຮ່ທາດທີ່ສຳຄັນ ເຊັ່ນ ວິຕາມິນ D, B12, B6 ແລະ ສັງກະສີ

 

ຢ່າງໃດກໍຕາມ ການບໍລິໂພກເນື້ອແດງໃນປະລິມານຫຼາຍ ໂດຍສະເພາະເນື້ອແປຮູບ ເຊັ່ນ: ໄສ້ກອງ ເບຄອນ ແຮມ ຫຼື ຊາລາມິ ອາດເພີ່ມຄວາມສ່ຽງຕໍ່ໂລກຕ່າງໆ ເຊັ່ນ: ຄວາມດັນໂລຫິດສູງ ໂລກຫົວໃຈ ເບົາຫວານຊະນິດທີ 2 ແລະ ມະເຮັງບາງຊະນິດ ເນື່ອງຈາກການແປຮູບມັກໃຊ້ສານເຕີມແຕ່ງ ເຊັ່ນ: ເກືອ ຫຼື ໄນເຕຣດ ຊຶ່ງອາດກາຍເປັນສານກໍ່ມະເຮັງເມື່ອທຳປະຕິກິລິຍາກັບສານອື່ນໃນຮ່າງກາຍ

 

ເນື້ອແດງມີຫຍັງແດ່?

 

ເນື້ອງົວ: ເນື້ອທຸກສ່ວນ ລວມທັງສະເຕັກ ເນື້ອຍ່າງ ແລະ ເນື້ອບົດ ເນື້ອງົວເປັນແຫຼ່ງທີ່ດີຂອງໂປຣຕີນທີ່ມີຄຸນນະພາບສູງ ມີກົດອະມິໂນທີ່ຈຳເປັນທັງໝົດ ແລະ ເອີ້ນວ່າເປັນແຫຼ່ງໂປຣຕີນທີ່ສົມບູນ

 

ເນື້ອໝູ: ເນື້ອໝູສ່ວນໃຫຍ່ ລວມທັງເນື້ອສັບ ແຮມ ແລະເບຄອນ ຍົກເວັ້ນເນື້ອສັນໃນ ເນື້ອໝູອຸດົມໄປດ້ວຍສານອາຫານປະເພດໂປຣຕີນ ກົດໄຂມັນ ກົດອະມິໂນທີ່ຈຳເປັນຕໍ່ການເຈີນເຕີບໂຕຂອງຮ່າງກາຍ

 

ເນື້ອແກະ: ເນື້ອແກະທັງໝົດ ລວມທັງເນື້ອສັບ, ຂາ ແລະ ເນື້ອແກະບົດ ດີຕໍ່ລະບົບພູມຄຸ້ມກັນ ເນື້ອແກະມີວິຕາມິນ ແລະ ແຮ່ທາດຈຳເປັນຫຼາຍ ໂດຍສະເພາະທາດເຫຼັກ ວິຕາມິນບີ ແລະໂອເມກ້າ 3

 

ເນື້ອແບ້: ຖືເປັນເນື້ອແດງທີ່ມີປະໂຫຍດຕໍ່ສຸຂະພາບ ມີໄຂມັນອີ່ມຕົວ ແລະ ຄໍເລັສເຕໍຣອນຕ່ຳ ແລະ ມີທາດເຫຼັກສູງກວ່າເນື້ອແດງ ຫຼື ເນື້ອຂາວຊະນິດອື່ນໆ

 

ເນື້ອກວາງ: ມີໂປຣຕີນສູງຫຼາຍແຕ່ໄຂມັນຕ່ຳ ອີກທັງຍັງຊ່ວຍເສີມທາດເຫຼັກໄດ້ດີ

 

ເປັດແລະຫ່ານ: ເຖິງແມ່ນວ່າຈະເປັນສັດປີກ ແຕ່ເປັດແລະຫ່ານກໍຈັດເປັນເນື້ອແດງ ເນື່ອງຈາກກ້າມເນື້ອຂອງພວກມັນຖືກໃຊ້ຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ມີປະລິມານໄມໂອໂກລບິນທີ່ສູງຂຶ້ນ ໂປຣຕີນສູງ ທາດເຫຼັກຫຼາຍກວ່າເນື້ອງົວ

 

 

ປະໂຫຍດຈາກເນື້ອແດງ

 

  • ທາດເຫຼັກ: ເນື້ອແດງເປັນແຫຼ່ງສຳຄັນຂອງທາດເຫຼັກຮ້ຽມ ຊຶ່ງຮ່າງກາຍດູດຊຶມໄດ້ງ່າຍກວ່າເມື່ອທຽບກັບທາດເຫຼັກທີ່ບໍ່ແມ່ນຮ້ຽມທີ່ພົບໃນອາຫານຈາກພືດ ນີ້ເປັນສິ່ງສຳຄັນຢ່າງຍິ່ງສຳລັບບຸກຄົນທີ່ມີແນວໂນ້ມເປັນໂລກໂລຫິດຈາງຈາກການຂາດທາດເຫຼັກ
  • ວິຕາມິນບີສູງ: ເນື້ອແດງມີວິຕາມິນບີໃນລະດັບສູງ ໂດຍສະເພາະວິຕາມິນບີ 12 ຊຶ່ງຈຳເປັນຕໍ່ການເຮັດວຽກຂອງເສັ້ນປະສາດແລະການສ້າງ DNA ແລະເຊລເມັດເລືອດແດງ ວິຕາມິນບີ 12 ຊຶ່ງບໍ່ສາມາດພົບຕາມທຳມະຊາດໄດ້
  • ສັງກະສີແລະຊີລີນຽມ: ເປັນແຫຼ່ງສັງກະສີທີ່ດີ ມີຄວາມສຳຄັນຕໍ່ການເຮັດວຽກຂອງລະບົບພູມຄຸ້ມກັນ ແລະ ຊີລີນຽມຊຶ່ງມີບົດບາດສຳຄັນໃນການເຜົາຜານ ແລະ ການເຮັດວຽກຂອງຕອມໄທຣອຍ
  • ໂປຣຕີນຄົບຖ້ວນ: ເນື້ອແດງມີໂປຣຕີນຄົບຖ້ວນພ້ອມດ້ວຍກົດອະມິໂນທີ່ຈຳເປັນຕໍ່ການເຮັດວຽກຂອງຮ່າງກາຍ
  • ມີສ່ວນຊ່ວຍໃນການເຈີນເຕີບໂຕ ແລະ ບຳລຸງຮັກສາກ້າມເນື້ອ: ໂປຣຕີນຄຸນນະພາບສູງ ແລະ ກົດອະມິໂນທີ່ຈຳເປັນໃນເນື້ອແດງມີປະໂຫຍດຕໍ່ການຈະເລີນເຕີບໂຕ ການຊ່ອມແຊມ ແລະ ການບຳລຸງຮັກສາຂອງກ້າມເນື້ອ ໂດຍສະເພາະຢ່າງຍິ່ງທີ່ສຳຄັນສຳລັບນັກກິລາ ແລະ ຜູ້ສູງອາຍຸ

 

ເນື້ອຂາວແມ່ນຫຍັງ?

 

ເນື້ອຂາວ ໝາຍເຖິງໂປຣຕີນຈາກສັດທີ່ມີສີຂາວທັງກ່ອນ ແລະ ຫຼັງປຸງສຸກ ໂດຍທົ່ວໄປຈະມາຈາກສັດປີກ ເຊັ່ນ: ໄກ່ ລວມເຖິງປາສ່ວນໃຫຍ່ ສັດເຫຼົ່ານີ້ມີເສັ້ນໃຍກ້າມເນື້ອທີ່ປັບໃຫ້ເຂົ້າກັບກິດຈະກຳຊ່ວງສັ້ນໆ ໂດຍເນື້ອຂາວມີປະລິມານໄມໂອໂກລບິນນ້ອຍກວ່າເນື້ອແດງ ຈຶ່ງມີໄຂມັນອີ່ມຕົວນ້ອຍກວ່າ ແລະ ຈັດວ່າເປັນເນື້ອທີ່ໄຂມັນຕ່ຳ

 

ຢ່າງໃດກໍຕາມ ເນື້ອສັດປີກບາງຊະນິດ ເຊັ່ນ: ໄກ່ ຫຼືໄກ່ງວງ ມີທັງ ເນື້ອຂາວ (light meat) ແລະ ເນື້ອດຳ (dark meat) ຂຶ້ນຢູ່ກັບປະເພດຂອງເສັ້ນໃຍກ້າມເນື້ອ

 

ເນື້ອຂາວ ມີເສັ້ນໃຍກ້າມເນື້ອແບບໄວ (fast-twitch) ສຳລັບການເຄື່ອນໄຫວສັ້ນໆ ວ່ອງໄວ ເຊັ່ນ: ອົກໄກ່

 

ເນື້ອດຳ ມີເສັ້ນໃຍກ້າມເນື້ອແບບຊ້າ (slow-twitch) ໃຊ້ສຳລັບການເຄື່ອນໄຫວຕໍ່ເນື່ອງ ເຊັ່ນ: ຂາໄກ່ ຊຶ່ງມີໄມໂອໂກລບິນ ແລະ ໄຂມັນສູງກວ່າ ເນື້ອດຳຈຶ່ງມີລົດຊາດເຂັ້ມຂຸ້ນກວ່າເນື້ອຂາວ

 

 

ເນື້ອຂາວມີຫຍັງແດ່?

 

ເນື້ອໄກ່: ເນື້ອໄກ່ທຸກສ່ວນເປັນເນື້ອຂາວ ຈັດເປັນແຫຼ່ງໂປຣຕີນທີ່ຍ່ອຍງ່າຍ ໄຂມັນນ້ອຍ ມີວິຕາມິນຫຼາກຫຼາຍ ແລະ ກົດອະມິໂນຈຳເປັນ

 

ເນື້ອປາ: ປາທຸກປະເພດເປັນເນື້ອຂາວ ເນື້ອປາເປັນໂປຣຕີນທີ່ຍ່ອຍງ່າຍ ບຳລຸງສະໝອງ ແລະ ລະບົບປະສາດ ລວມເຖິງມີສ່ວນຊ່ວຍໃນການຫຼຸດຄວາມສ່ຽງໂລກຕ່າງໆ

 

ອາຫານທະເລ: ກຸ້ງ ປູ ກຸ້ງກ້າມກາມ ແລະ ຫອຍອື່ນໆ ອຸດົມໄປດ້ວຍໂປຣຕີນ ກົດໄຂມັນໂອເມກ້າ 3 ແລະ ແຮ່ທາດຕ່າງໆ ທີ່ຈຳເປັນຕໍ່ຮ່າງກາຍ

 

ເນື້ອໝູ: ບາງສ່ວນຂອງເນື້ອໝູ ເຊັ່ນG ສ່ວນສັນໃນ ອາດເອີ້ນໄດ້ວ່າເປັນເນື້ອຂາວ ແຕ່ການຈັດປະເພດທາງວິທະຍາສາດຄວາມຈິງແລ້ວຈັດວ່າເປັນເນື້ອແດງ ເນື່ອງຈາກມີປະລິມານໄມໂອໂກລບິນສູງກວ່າເມື່ອປຽບທຽບກັບສັດປີກ ແລະ ປາ

 

ສັນໃນໝູ

 

ປະໂຫຍດຈາກເນື້ອຂາວ

 

ໄຂມັນອີ່ມຕົວແລະຄໍເລັສເຕໍຣອນຕ່ຳກວ່າ:

 

ເນື້ອຂາວ ໂດຍສະເພາະເນື້ອສັດປີກແລະປາ ມັກມີໄຂມັນອີ່ມຕົວແລະຄໍເລັສເຕໍຣອນນ້ອຍກວ່າເມື່ອທຽບກັບເນື້ອແດງ ເຮັດໃຫ້ເປັນທາງເລືອກທີ່ດີຕໍ່ສຸຂະພາບຂອງຫົວໃຈແລະການຈັດການຄໍເລັສເຕໍຣອນ

 

ໂປຣຕີນຄຸນນະພາບສູງ:

 

ເນື້ອຂາວເປັນແຫຼ່ງໂປຣຕີນໄຮ້ມັນທີ່ດີເລີດ ຊຶ່ງຈຳເປັນສຳລັບການຈະເລີນເຕີບໂຕ ແລະ ການຊ່ອມແຊມກ້າມເນື້ອ ໂດຍບໍ່ມີໄຂມັນອີ່ມຕົວເພີ່ມເຕີມ

 

ອຸດົມໄປດ້ວຍສານອາຫານຫຼາຍຊະນິດ:

 

ປາຊຶ່ງເປັນເນື້ອຂາວຊະນິດໜຶ່ງມີກົດໄຂມັນໂອເມກ້າ 3 ສູງ ຊຶ່ງມີປະໂຫຍດຕໍ່ສຸຂະພາບຂອງຫົວໃຈ ການເຮັດວຽກຂອງສະໝອງ ແລະທການຫຼຸດການອັກເສບ

 

ປະລິມານແຄລໍຣີທີ່ຕ່ຳກວ່າ:

 

ໂດຍທົ່ວໄປແລ້ວ ເນື້ອຂາວມີແຄລໍຣີນ້ອຍກວ່າເນື້ອແດງ ຈຶ່ງເປັນຕົວເລືອກທີ່ດີກວ່າສຳລັບການຄວບຄຸມນ້ຳໜັກ ແລະ ການອົດອາຫານ

 

ຄວາມສ່ຽງດ້ານສຸຂະພາບທີ່ຫຼຸດລົງ:

 

ການບໍລິໂພກເນື້ອຂາວຊ່ວຍຫຼຸດຄວາມສ່ຽງໃນການເກີດໂລກບາງຊະນິດໄດ້ ເຊັ່ນ: ມະເຮັງລຳໄສ້ໃຫຍ່ແລະໂລກຫົວໃຈ

 

ໃຊ້ງານໄດ້ຫຼາກຫຼາຍ:

 

ເນື້ອຂາວສາມາດນຳມາໃຊ້ໃນອາຫານໄດ້ຫຼາກຫຼາຍ ແລະມັກປຸງໄດ້ໄວກວ່າເນື້ອແດງ ເຮັດໃຫ້ເປັນຕົວເລືອກທີ່ສະດວກສຳລັບມື້ອາຫານ

 

ຂໍ້ດີຂໍ້ເສຍ ເນື້ອແດງ-ເນື້ອຂາວ

 

ເນື້ອຂາວ ເປັນເນື້ອທີ່ມີໄຂມັນນ້ອຍ ເສັ້ນໃຍໃນເນື້ອຄ່ອນຂ້າງລະອຽດ ມີຂໍ້ດີຄື ເປັນເນື້ອທີ່ດີຕໍ່ສຸຂະພາບ ມີແຄລໍຣີຕ່ຳ ຍ່ອຍງ່າຍ ມີກິ່ນຄາວນ້ອຍ ແຕ່ວິຕາມິນແລະແຮ່ທາດຕ່າງໆ ຍັງນ້ອຍກວ່າເນື້ອແດງ

 

ເນື້ອແດງ ເປັນແຫຼ່ງໂປຣຕີນ ແລະວິຕາມິນ ແຮ່ທາດທີ່ສຳຄັນຕໍ່ຮ່າງກາຍ ແຕ່ເນື້ອແດງນັ້ນຄ່ອນຂ້າງຍ່ອຍຍາກ ອາດເຮັດໃຫ້ມີບັນຫາກັບລຳໄສ້ຫຼາຍກວ່າ ຈຶ່ງຄວນຮັບປະທານໃນປະລິມານທີ່ເໝາະສົມ

 

ການຕັດສິນໃຈວ່າເນື້ອຂາວຫຼືເນື້ອແດງ “ດີກວ່າ” ຂຶ້ນຢູ່ກັບເປົ້າໝາຍດ້ານສຸຂະພາບຂອງແຕ່ລະຄົນ ຄວາມມັກດ້ານອາຫານ ແລະ ຄວາມຕ້ອງການທາງໂພຊະນາການສະເພາະຂອງແຕ່ລະຄົນ ເນື້ອສັດທັງສອງປະເພດມີຂໍ້ດີສະເພາະຕົວ ແລະ ສາມາດເປັນສ່ວນໜຶ່ງຂອງອາຫານເພື່ອສຸຂະພາບໄດ້

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
_cover (8)
ແທ້ຫຼືບໍ?! ເດັກນ້ອຍທີ່ເກີດໃນ "ເດືອນນີ້" ມີແນວໂນ້ມຈະເປັນ CEO ຫຼາຍກວ່າເດືອນອື່ນໆ ເປີດງານວິໄຈ ມະຫາວິທະໄລຊັ້ນນຳ
_cover (7)
ບິລ ເກດ ບໍລິຈາກຊັບສິນເກືອບທັງໝົດໃຫ້ອາຟິກາ
_cover (6)
"ອີ ແຈ-ມະຢອງ" ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້
_cover (5)
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ
_cover (4)
ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ
_cover (3)
ກະຊວງປ້ອງກັນຄວາມສະຫງົບ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ
ຢ່າລື່ມກົດຕິດຕາມ