ເກີດເຫດນັກໂທດກວ່າ 200 ຄົນ ແຫກຄຸກໃນເຂດມາລີ ເມືອງການາຈີ ຕອນຄືນວັນຈັນທີ 2 ມິຖຸນາ ຫຼັງເກີດຄວາມຕົກໃຈຈາກເຫດແຜ່ນດິນໄຫວ ໂດຍມີລາຍງານວ່າຜູ້ຕ້ອງຂັງບາງສ່ວນປຸ້ນປືນຈາກເຈົ້າໜ້າທີ່ ແລະ ມ້າງປະຕູທາງອອກຂອງຄຸກເຮັດໃຫ້ເກີດການຍິງປະທະ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 1 ລາຍ ບາດເຈັບ 3 ລາຍ
ເຊຍອຸນຮາຊັນ ລັນຈາ ລັດຖະມົນຕີວ່າການກະຊວງກົດໝາຍປະຈຳແຂວງ ເປີດເຜີຍວ່າ ເຫດການເລີ່ມຂຶ້ນໃນຊ່ວງກ່ອນທ່ຽງຄືນວັນຈັນ ເມື່ອຜູ້ຄຸມອະນຸຍາດໃຫ້ນັກໂທດອອກມາຍັງເດີ່ນກາງຄຸກ ຫຼັງເກີດແຮງສັ່ນສະເທືອນຈາກແຜ່ນດິນໄຫວຫຼາຍຮອບ ໂດຍຕອນນັ້ນມີນັກໂທດຢູ່ປະມານ 1,000 ຄົນ ກ່ອນທີ່ຈະເກີດຄວາມໂກລາຫົນເກີດຂຶ້ນທັນທີ
ນັກໂທດບາງສ່ວນສາມາດຍາດອາວຸດຈາກເຈົ້າໜ້າທີ່ໃນຄຸກ ແລ້ວມ້າງປະຕູທາງອອກ ກ່ອນຫຼົບໜີອອກໄປທ່າມກາງຄວາມມືດ ເຈົ້າໜ້າທີ່ຕຳຫຼວດ ແລະ ກອງກຳລັງຮັກສາຄວາມປອດໄພໄລ່ຕາມຈັບນັກໂທດໄປທົ່ວແຖວເຂດຊຸມຊົນອຸດສາຫະກຳ ຊຶ່ງເປັນພື້ນທີ່ແອອັດຂອງເມືອງກາລາຈີ
ກູລາມ ນາບີ ເມມອນ ຫົວໜ້າຕຳຫຼວດປະຈຳຈັງແຂວງລະບຸວ່າ ນັກໂທດສ່ວນໃຫຍ່ທີ່ຫຼົບໜີມີປະຫວັດຄວາມຜິດເລັກນ້ອຍ ເຊັ່ນ: ເສບຢາເສບຕິດ ຫຼື ກໍ່ຄະດີລັກເລັກຂະໂມຍນ້ອຍ
ເຖິງຢ່າງໃດກໍຕາມ ໜຶ່ງໃນຜູ້ຕ້ອງຂັງຖືກຍິງເສຍຊີວິດລະຫວ່າງການຍິງປະທະກັບເຈົ້າໜ້າທີ່ ແລະ ມີເຈົ້າໜ້າທີ່ໃນຄຸກ 3 ຄົນໄດ້ຮັບບາດເຈັບ
ເມລາດ ອາລີ ຊາ ມຸຂມົນຕີແຫ່ງແຄວ້ນສິນ ໃຫ້ສຳພາດວ່າ ຂະນະນີ້ສາມາດຈັບກຸມນັກໂທດກັບມາໄດ້ປະມານ 80 ຄົນ ພ້ອມລະບຸວ່າເປັນ ຄວາມຜິດພາດຮ້າຍແຮງຂອງເຈົ້າໜ້າທີ່ໃນຄຸກ ທີ່ເປີດຫ້ອງຂັງໃຫ້ນັກໂທດອອກມາ ພ້ອມລະບຸວ່າໃຜທີ່ຍັງບໍ່ມອບຕົວຈະຖືກດຳເນີນຄະດີໜັກຈາກຄວາມຜິດລະດັບນ້ອຍ ໂທດກາຍເປັນຄະດີລະດັບກໍ່ການຮ້າຍ
ມີລາຍງານວ່າທີມຂ່າວຂອງລອຍເຕີທີ່ເຂົ້າໄປໃນຄຸກເຊົ້າວັນອັງຄານພົບວ່າ ອຸປະກອນອີເລັກໂທຣນິກຖືກທຳລາຍ ຫ້ອງຢ້ຽມຍາດຖືກຮື້ຄົ້ນຢ່າງໜັກ ຂະນະທີ່ຍາດຜູ້ຕ້ອງຂັງຈຳນວນຫຼາຍຍັງລວມຕົວກັນຢູ່ນອກຄຸກດ້ວຍຄວາມວິຕົກກັງວົນ ນັບວ່າເປັນການແຫກຄຸກຄັ້ງໃຫຍ່ທີ່ສຸດຂອງປາກິສຖານໃນຮອບຫຼາຍປີ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |