_cover (6)
"ອີ ແຈ-ມະຢອງ" ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 June, 2025
ໝວດ: ຂ່າວ

“ອີ ແຈ-ມະຢອງ” ຈາກພັກປະຊາທິປະໄຕ ຄວ້າໄຊຊະນະໃນການເລືອກຕັ້ງປະທານາທິບໍດີເກົາຫຼີໃຕ້ ເຈົ້າຕົວກ່າວວ່າຈະບໍ່ລືມໜ້າທີ່ໃນການລວມປະຊາຊົນເປັນໜຶ່ງ ແລະ ຈະຫາວິທີໃຫ້ປະເທດຢູ່ຮ່ວມກັບເກົາຫຼີເໜືອໄດ້ໂດຍຜ່ານການເຈລະຈາ ແລະ ການສື່ສານ ຂະນະທີ່ປະຊາຊົນແຫ່ມາໃຊ້ສິດ 79.4% ຫຼາຍສຸດໃນຮອບ 28 ປີ

 

ວັນທີ່ 4 ມິຖຸນາ 2025 ຫຼັງຈາກພົບກັບຄວາມວຸ່ນວາຍທາງການເມືອງມານານ 6 ເດືອນເຕັມ ມື້ນີ້ເກົາຫຼີໃຕ້ໄດ້ປະທານາທິບໍດີຄົນໃໝ່ແລ້ວ ຫຼັງເປີດຫີບໃຫ້ປະຊາຊົນໄປລົງຄະແນນສຽງກັນມື້ວານນີ້ ຊຶ່ງຖືວ່າມີຜູ້ມາລົງຄະແນນສຽງຫຼາຍທີ່ສຸດໃນຮອບ 28 ປີ

 

ຜົນກໍເປັນຢ່າງທີ່ຫຼາຍຝ່າຍຄາດການໄວ້ວ່າ “ອີ ແຈ-ມະຢອງ” ຕົວແທນຈາກພັກປະຊາທິປະໄຕ ສາມາດຄວ້າໄຊຊະນະຂຶ້ນເປັນປະທານາທິບໍດີຄົນທີ່ 21 ຂອງເກົາຫຼີໃຕ້

 

ອີ ແຈ-ມະຢອງ ຜູ້ສະໝັກຕຳແຫນ່ງປະທານາທິບໍດີຈາກພັກດີພີ ຊຶ່ງເປັນພັກຝ່າຍຄ້ານຫຼັກ ຂຶ້ນສະເຫຼີມສະຫຼອງໄຊຊະນະເທິງເວທີ ດ້ານນອກສະພາໃນນະຄອນໂຊລຂອງເກົາຫຼີໃຕ້ ທ່າມກາງຜູ້ສະໜັບສະໜູນຈຳນວນຫຼາຍ ໂດຍ ອີ ແຈ-ມະຢອງ ໃຊ້ໂອກາດນີ້ລະບຸວ່າ ຈະບໍ່ລືມໜ້າທີ່ຂອງປະທານາທິບໍດີໃນການລວມປະຊາຊົນເປັນໜຶ່ງ ແລະ ຈະຫາວິທີໃຫ້ປະເທດສາມາດຢູ່ຮ່ວມກັບເກົາຫຼີເໜືອໄດ້ໂດຍຜ່ານການເຈລະຈາ ແລະ ການສື່ສານ

 

 

ທ່າທີນີ້ຂອງອີ ແຈ-ມະຢອງ ມີຂຶ້ນຫຼັງຜົນສຳຫຼວດຄວາມຄິດເຫັນໜ້າສະຖານທີ່ເລືອກຕັ້ງ ຫຼື ເອັກຊິດ ໂພລ ຫຼາຍສຳນັກ ຊີ້ວ່າ ອີ ແຈ-ມະຢອງ ມີຄະແນນນຳມາເປັນອັນດັບໜຶ່ງ ກ່ອນທີ່ຄະນະກຳມະການການເລືອກຕັ້ງເກົາຫຼີໃຕ້ຈະເປີດເຜີຍວ່າ ອີ ແຈ-ມະຢອງ ຈາກພັກດີພີ ໄດ້ຮັບເລືອກເປັນປະທານາທິບໍດີ ຊຶ່ງເມື່ອບໍ່ເທົ່າໃດຊົ່ວໂມງທີ່ຜ່ານມາໄດ້ປະກາດຮັບຮອງໃຫ້ອີ ແຈ-ມະຢອງ ເປັນປະທານາທິບໍດີຄົນໃໝ່ຂອງປະເທດແລ້ວ

 

ໂດຍໃຫ້ເລີ່ມວາລະການດຳລົງຕຳແໜ່ງນັບຕັ້ງແຕ່ເວລາ 06.21 ນ. ຕາມເວລາທ້ອງຖິ່ນເປັນຕົ້ນໄປ

 

 

เກົາຫຼີໃຕ້ຮັບຮອງ “ອີ ແຈ-ມະຢອງ” ເປັນ ປະທານາທິບໍດີ ຄົນທີ່ 21

 

ວັນທີ່ 4 ມິຖຸນາ 2025 ອີ ແຈ-ມະຢອງ ຈະຕ້ອງສາບານຕົນເຂົ້າຮັບຕຳແໜ່ງທັນທີ ໂດຍຈະບໍ່ມີຊ່ວງເວລາ 2 ເດືອນໃນການປ່ຽນຜ່ານລັດຖະບານແບບປົກກະຕິ

 

ເນື່ອງຈາກຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ວ່າງລົງຕັ້ງແຕ່ລັດສະພາລົງມະຕິຖອດຖອນ ຢຸນ ຊອກ-ຢອນ ອະດີດປະທານາທິບໍດີ ອອກຈາກຕຳແໜ່ງ ຈາກກໍລະນີປະກາດກົດໄອຍະການສຶກຢ່າງກະທັນຫັນ ເມື່ອວັນທີ່ 3 ທັນວາ 2025 ກ່ອນທີ່ສານລັດຖະທຳມະນູນຕັດສິນໃຫ້ພົ້ນຈາກຕຳແໜ່ງໃນທີ່ສຸດ ເມື່ອວັນທີ່ 4 ເມສາ 2025 ທີ່ຜ່ານມາ

 

ການເລືອກຕັ້ງປະທານາທິບໍດີເກົາຫຼີໃຕ້ມື້ວານນີ້ (3 ມິຸຖນາ ) ຈັດຂຶ້ນ 6 ເດືອນພໍດີ ຫຼັງການປະກາດກົດໄອຍະການສຶກຂອງຢຸນ ຊອກ-ຢອນ ຊຶ່ງເຮັດໃຫ້ເກົາຫຼີໃຕ້ປະເຊີນ ກັບວິກິດການເສດຖະກິດ ແລະ ວິກິດການການເມືອງຄັ້ງທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍສິບປີ

 

ຂະນະທີ່ຈຳນວນຜູ້ມາໃຊ້ສິດເລືອກຕັ້ງເບື້ອງຕົ້ນຢູ່ທີ່ຮ້ອຍລະ 79.4 ຫຼື 35.24 ລ້ານຄົນ ຈາກຈຳນວນຜູ້ມີສິດເລືອກຕັ້ງທັ້ງໝົດຫຼາຍກວ່າ 44 ລ້ານຄົນ ຖືວ່າສູງທີ່ສຸດນັບຕັ້ງແຕ່ການເລືອກຕັ້ງປະທານາທິບໍດີໃນປີ 1997 ຫຼື ໃນຮອບ 28 ປີ ຊຶ່ງໃນຄັ້ງນັ້ນມີຜູ້ມາໃຊ້ສິດເລືອກຕັ້ງທີ່ຮ້ອຍລະ 80.7

 

 

ຈັບຕາປັນຫາທ້າທາຍຜູ້ນຳເກົາຫຼີໃຕ້ຄົນໃໝ່

 

ຂະນະທີ່ຄາດວ່າຜູ້ນຳຄົນໃໝ່ຈະຕ້ອງພົບກັບຄວາມທ້າທາຍໃນການແກ້ໄຂປັນຫາຕ່າງໆ ທັ້ງຜົນພວງມາຈາກການປະກາດກົດໄອຍະການສຶກຂອງອະດີດປະທານາທິບໍດີ ລວມທັ້ງຕ້ອງຫາວິທີຮັບມືກັບຄວາມບໍ່ແນ່ນອນທາງເສດຖະກິດ ຈາກມາດຕະການພາສີຂອງໂດນາລດ໌ ທຣຳ ປະທານາທິບໍດີສະຫະລັດ ແລະ ການພັດຖະນາໂຄງການນິວເຄລຍ ແລະ ອາວຸດຂອງເກົາຫຼີເໜືອ ຊຶ່ງເປັນໄພຄຸກຄາມສຳຄັນຂອງເກົາຫຼີໃຕ້ດ້ວຍ

 

ນອກຈາກນີ້ອີກໜຶ່ງໂຈດທ້າທາຍຂອງ ອີ ແຈ-ມະຢອງ ຜູ້ນຳຄົນໃໝ່ຂອງເກົາຫຼີໃຕ້ ນັ້ນຄືເລື່ອງຂອງຂໍ້ກ່າວຫາກ່ຽວກັບຄະດີອາຍາທີ່ມີຕິດຕົວ ໂດຍສະເພາະຄະດີທີ່ກ່ຽວຂ້ອງກັບການລະເມີດກົດໝາຍການເລືອກຕັ້ງຈາກການໃຫ້ຂໍ້ມູນທີ່ບໍ່ມີມູນຄວາມຈິງ ໃນຊ່ວງຫາສຽງເລືອກຕັ້ງປະທານາທິບໍດີປີ 2022 ຊຶ່ງ ອີ ແຈ-ມະຢອງ ປະຕິເສດຂໍ້ກ່າວຫາດັ່ງກ່າວ ແລະ ລະບຸວ່າຂໍ້ກ່າວຫານີ້ມີແຮງຈູງໃຈທາງການເມືອງ

 

ໂດຍເມື່ອຕົ້ນເດືອນ ພຶດສະພາ ທີ່ຜ່ານມາ ສານສູງສຸດໄດ້ມີການພິກຄຳຕັດສິນຂອງສານຊັ້ນຕົ້ນທີ່ຕັດສິນໃຫ້ ອີ ແຈ-ມະຢອງ ພົ້ນຜິດຈາກຂໍ້ກ່າວຫາດັ່ງກ່າວ ແລະ ສັ່ງໃຫ້ມີການພິຈາລະນາຄະດີໃໝ່ ແຕ່ເນື່ອງຈາກການເລືອກຕັ້ງໃກ້ເຂົ້າມາຈຶ່ງມີການເລື່ອນການພິຈາລະນາຄະດີອອກໄປຈົນກວ່າຈະມີການລົງຄະແນນສຽງເລືອກຕັ້ງມື້ວານນີ້ (3 ມິຖຸນາ)

 

ຜູ້ຊ່ຽວຊານດ້ານກົດໝາຍຈຳນວນໜຶ່ງ ຄາດວ່າ ດ້ວຍໄຊຊະນະຂອງ ອີ ແຈ-ມະຢອງ ອາດເຮັດໃຫ້ການພິຈາລະນາຄະດີຖືກລະງັບ ເນື່ອງຈາກໄດ້ຮັບເອກສິດຄຸ້ມຄອງຈາກການເປັນປະທານາທິບໍດີ ແລະ ຈະເລີ່ມດຳເນີນການໃໝ່ອີກຄັ້ງຫຼັງຈາກທີ່ລາວດຳລົງຕຳແໜ່ງຄົບ 5 ປີ ໃນປີ 2030

 

 

ນອກຈາກຄະດີດັ່ງກ່າວແລ້ວ ຍັງມີຄະດີທີ່ກ່ຽວຂ້ອງກັບໂຄງການພັດຖະນາອະສັງຫາລິມະສັບ ຊຶ່ງລວມເຖິງຂໍ້ກ່າວຫາເລື່ອງການຕິດສິນບົນ ແລະ ຍັກຍອກຊັບ ຊຶ່ງຕອນນີ້ຍັງຄົງບໍ່ຊັດເຈນວ່າຈະເກີດຫຍັງຂຶ້ນຕໍ່ໄປເນື່ອງຈາກຕອນນີ້ເຂົາໄດ້ຮັບໄຊຊະນະຈາກການເລືອກຕັ້ງຄັ້ງນີ້ແລ້ວ

 

ໄຊຊະນະຄັ້ງນີ້ຖືເປັນສິ່ງທີ່ ອີ ແຈ-ມະຢອງ ລໍຖ້າມາຢ່າງຍາວນານ ຫຼັງຈາກເມື່ອປີ 2022 ເຂົາເຄີຍລົງສູ້ສຶກຊິງຕຳແຫນ່ງປະທານາທິບໍດີກັບ ຢຸນຊອກ-ຢອນ ມາແລ້ວ ແຕ່ກັບແພ້ໄປດ້ວຍຄະແນນທີ່ຫ່າງກັນພຽງເລັກນ້ອຍທີ່ສຸດໃນປະຫວັດສາດຂອງເກົາຫຼີໃຕ້

 

ຂະນະທີ່ເມື່ອຕົ້ນປີ 2024 ລາວຖືກຊາຍຄົນໜຶ່ງທຳຮ້າຍ ຊຶ່ງຜູ້ກໍ່ເຫດສາລະພາບວ່າຕັ້ງໃຈທີ່ຈະສັງຫານ ອີ ແຈ-ມະຢອງ ເພື່ອປ້ອງກັນບໍ່ໃຫ້ລາວໄດ້ເປັນປະທານາທິບໍດີ ແຕ່ ອີ ແຈ-ມະຢອງ ລອດຊີວິດມາໄດ້ ຈົນໄດ້ຂຶ້ນເປັນປະທານາທິບໍດີເກົາຫຼີໃຕ້ຄົນທີ່ 21 ຊຶ່ງຫຼາຍຝ່າຍປະເມີນວ່າເຫດການດັ່ງກ່າວຊ່ວຍເຮັດໃຫ້ໄດ້ຄະແນນສົງສານເຫັນອົກເຫັນໃຈໃຫ້ກັບຕົວລາວອີກດ້ວຍ

 

ເຖິງແມ່ນວ່າຈະຜ່ານມາທັ້ງເຫດການສຽດຕາຍ ການຕໍ່ສູ້ທາງການເມືອງ ຫຼື ຂ່າວລືຕ່າງໆ ແຕ່ສິ່ງເຫຼົ່ານີ້ກໍຍັງບໍ່ສາມາດຢຸດຢັ້ງ ອີ ແຈ-ມະຢອງ ໄດ້ ຊຶ່ງຖ້າຫາກຍ້ອນໄປເບິ່ງເສັ້ນທາງຊີວິດທີ່ຜ່ານມາເລີ່ມຕົ້ນມາຈາກຄວາມຍາກຈົນ ໂດຍໃນຕອນເປັນເດັກຫຼັງຈາກລາອອກຈາກໂຮງຮຽນເພື່ອໄປເຮັດວຽກໃນໂຮງງານເພື່ອຫາລ້ຽງຄອບຄົວ ລາວໄດ້ຮັບບາດເຈັບທີ່ຂໍ້ສອກຈົນໄດ້ຮັບຜົນກະທົບກັບການໃຊ້ຊີວິດຈາກອຸບັດຕິເຫດທາງອຸດສາຫະກຳ

 

ກ່ອນທີ່ຕໍ່ມາລາວໄດ້ຮັບທຶນການສຶກສາເພື່ອສຶກສາຕໍ່ດ້ານກົດໝາຍ ແລະ ເສັງຜ່ານນີຕິບັນດິດຈົນໄດ້ເປັນທະນາຍຄວາມ ຊຶ່ງ ອີ ແຈ-ມະຢອງ ຍັງໃຊ້ເລື່ອງລາວເສັ້ນທາງຊີວິດເຫຼົ່ານີ້ໃນການຫາສຽງສະໜັບສະໜູນ ແລະ ເຮັດໃຫ້ທຸກຄົນເຂົ້າໃຈວ່າລາວເຂົ້າໃຈເຖິງຄວາມຍາກລຳບາກຂອງຜູ້ດ້ອຍໂອກາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
_cover (8)
ແທ້ຫຼືບໍ?! ເດັກນ້ອຍທີ່ເກີດໃນ "ເດືອນນີ້" ມີແນວໂນ້ມຈະເປັນ CEO ຫຼາຍກວ່າເດືອນອື່ນໆ ເປີດງານວິໄຈ ມະຫາວິທະໄລຊັ້ນນຳ
_cover (7)
ບິລ ເກດ ບໍລິຈາກຊັບສິນເກືອບທັງໝົດໃຫ້ອາຟິກາ
_cover (6)
"ອີ ແຈ-ມະຢອງ" ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້
_cover (5)
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ
_cover (4)
ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ
_cover (3)
ກະຊວງປ້ອງກັນຄວາມສະຫງົບ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ
ຢ່າລື່ມກົດຕິດຕາມ