
ບິລ ເກດ ຜູ້ກໍ່ຕັ້ງໄມໂຄຣຊອຟທ໌ຖະແຫຼງມື້ວານນີ້ (3 ມິຖຸນາ) ວ່າ ຊັບສິນ 200,000 ລ້ານໂດລາສະຫະລັດ ຂອງລາວສ່ວນໃຫຍ່ ຈະຖືກນຳໄປໃຊ້ກັບການພັດຖະນາບໍລິການດ້ານສຸຂະພາບແລະການສຶກສາໃນອາຟິກາ
ໃນອີກ 20 ປີຕໍ່ໜ້າ ໂດຍມະຫາເສດຖີຊາວອາເມຣິກັນໄວ 69 ປີຜູ້ນີ້ ກ່າວໃນນະຄອນແອດດິສ ອາບາບາ ນະຄອນຫຼວງຂອງເອທິໂອເປຍວ່າ “ການປົດປ່ອຍສັກກະຍະພາບຂອງມະນຸດຜ່ານດ້ານສຸຂະພາບແລະການສຶກສາ ຈະເຮັດໃຫ້ທຸກປະເທດໃນອາຟິກາສາມາດກ້າວໄປສູ່ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງໄດ້” ລາວຍັງຮຽກຮ້ອງໃຫ້ນັກປະດິດຮຸ່ນໃຫມ່ຂອງອາຟິກາຄິດວິທີການສ້າງປັນຍາປະດິດ (AI) ເພື່ອປັບປຸງສາທາລະນະສຸກໃນທະວີບອາຟິກາ
ກ່ອນໜ້ານີ້ ລາວປະກາດເມື່ອເດືອນທີ່ແລ້ວວ່າ ລາວຈະບໍລິຈາກຊັບສິນມະຫາສານຂອງລາວຮ້ອຍລະ 99 ພາຍໃນປີ 2045 ຊຶ່ງເປັນຊ່ວງເວລາທີ່ມູນນິທິຂອງລາວວາງແຜນຈະຢຸດເຊົາການດຳເນີນງານ
ລາວກ່າວໃນການຖະແຫຼງການ ທີ່ສຳນັກງານໃຫຍ່ຂອງສະຫະພາບອາຟິກາ ຫຼື ເອຢູວ່າ ເມື່ອບໍ່ດົນມານີ້ ລາວໄດ້ໃຫ້ຄຳໝັ້ນວ່າຈະມອບຊັບສົມບັດຂອງຕົນໃຫ້ຜູ້ອື່ນຕະຫຼອດ 20 ປີຂ້າງໜ້າ ໂດຍເງິນສ່ວນໃຫຍ່ຈະຖືກນຳໄປໃຊ້ເພື່ອຊ່ວຍເຫຼືອຜູ້ຄົນໃນການແກ້ໄຂບັນຫາຄວາມທ້າທາຍຕ່າງໆ ໃນອາຟິກາ
ດ້ານກາຊາ ມາເຊນ ອະດີດສະຕີໝາຍເລກໜຶ່ງຂອງໂມຊຳບິກ ສະແດງຄວາມຍິນດີຕໍ່ຄຳປະກາດຂອງບິລເກດ ໂດຍລະບຸວ່າ ການປະກາດດັ່ງກ່າວເກີດຂຶ້ນໃນ “ຊ່ວງເວລາແຫ່ງວິກິດ” ເຮົາຫວັງວ່າບິລເກດຈະມຸ່ງໝັ້ນຢ່າງແນ່ວແນ່ທີ່ຈະເດີນເທິງເສັ້ນທາງແຫ່ງການປ່ຽນແປງນີ້ຄຽງຂ້າງເຮົາຕໍ່ໄປ
ທັງນີ້ ລັດຖະບານສະຫະລັດໄດ້ຕັດການຊ່ວຍເຫຼືອຕໍ່ອາຟິກາ ລວມເຖິງໂຄງການຮັກສາຜູ້ປ່ວຍຕິດເຊື້ອເອັສໄອວີ/ເອດ ຊຶ່ງເປັນສ່ວນໜຶ່ງຂອງນະໂຍບາຍ “ອາເມຣິກາຕ້ອງມາກ່ອນ” ຫຼື America First ຂອງປະທານາທິບໍດີໂດນາລດ໌ ທຣຳ ຊຶ່ງເພີ່ມຄວາມກັງວົນກ່ຽວກັບອະນາຄົດຂອງລະບົບສາທາລະນະສຸກໃນທະວີບອາຟິກາ
ບິລເກດ ບອກວ່າ ມູນນິທິຂອງເຂົາ ຊຶ່ງມີປະຫວັດການດຳເນີນງານມາຍາວນານໃນອາຟິກາ ຈະມຸ່ງເນັ້ນໄປທີ່ການປັບປຸງລະບົບດູແລສຸຂະພາບຂັ້ນພື້ນຖານ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














