_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 June, 2025
ໝວດ: ຂ່າວ

ບໍລິສັດ ດາແກນຟາຍ (Draganfly) ປະກາດຄວາມສຳເລັດໃນການສົ່ງມອບໂດຣນ Flex FPV (First Person View) ຊຸດທຳອິດໃຫ້ໜຶ່ງໃນຜູ້ຮັບເໝົາທາງການທະຫານລາຍໃຫຍ່ຂອງສະຫະລັດອາເມຣິກາ

 

ໂດຍລະບົບດັ່ງກ່າວໄດ້ຮັບການອອກແບບ ແລະ ຜະລິດໃນອາເມຣິກາເໜືອ ເພື່ອຕອບສະໜອງຕໍ່ຍຸດທະວິທີ ທີ່ຫຼາກຫຼາຍຂອງກອງກຳລັງພັນທະມິດ ນັບເປັນກ້າວສຳຄັນຂອງດາແກນຟາຍໃນການຂະຫຍາຍບົດບາດໃນເທັກໂນໂລຢີດ້ານຄວາມໝັ້ນຄົງ

 

ໂດຣນ Flex FPV

 

ໂດຣນ Flex FPV ຖືກພັດທະນາໂດຍສະຖາປັດແບບໂມດູລາທີ່ມີຄວາມຍືດຫຍຸ່ນສູງ ສາມາດປ່ຽນຂະໜາດແຂນ ແລະ ໃບພັດໄດ້ພາຍໃນບໍ່ເທົ່າໃດວິນາທີ ເຮັດໃຫ້ຫນ່ວຍພາກສະໜາມສາມາດປັບແຕ່ງໂດຣນພຽງລຳດຽວໃຫ້ເໝາະສົມກັບພາລະກິດທີ່ແຕກຕ່າງກັນ ທັງການລາດຕະເວນລະຍະໃກ້ ຫຼື ການຂົນສົ່ງອຸປະກອນສະເພາະ ໂດຍບໍ່ຕ້ອງໃຊ້ເຄື່ອງມືພິເສດ

 

ຄາເມລອນ ເຊລ (Cameron Chell) ປະທານ ແລະ ປະທານເຈົ້າໜ້າທີ່ບໍລິຫານຂອງດາແກນຟາຍ ກ່າວວ່າ

 

“ແພລດຟອມໂດຣນ Flex FPV ເກີດຂຶ້ນຈາກປະສົບການພາກສະໜາມໃນຢູເຄຣນ ແລະ ໄດ້ຮັບການປັບປຸງຜ່ານການທົດສອບຈາກພັນທະມິດດ້ານຄວາມໝັ້ນຄົງຫຼາຍບໍລິສັດ ເຮົາພູມໃຈຢ່າງຍິ່ງທີ່ລະບົບນີ້ໄດ້ຮັບເລືອກຈາກໜຶ່ງໃນບໍລິສັດດ້ານການປ້ອງກັນປະເທດຊັ້ນນຳຂອງໂລກ”

 

ໂດຣນ Flex FPV ລະບົບຂັບເຄື່ອນ 4 ໃບພັດ ສາມາດບິນດ້ວຍຄວາມໄວສູງສຸດກວ່າ 149 ກິໂລແມັດຕໍ່ຊົ່ວໂມງ ຕິດຕັ້ງເຂັນຈັບພິເສດສຳລັບໃຊ້ຍົກສິ່ງຂອງໜັກສູງສຸດເຖິງ 10 ປອນ ຫຼື 4.5 ກິໂລກຣາມ

 

ການຄວບຄຸມຮອງຮັບທັງໂໝດການຄວບຄຸມແບບ FPV ແມນນວນ ແລະ ໂໝດເຄິ່ງອັດຕະໂນມັດ ພ້ອມຟັງຊັນພາລະກິດແບບ Waypoint ຫຼື ບິນໄປຕາມຈຸດທີ່ວາງແຜນໄວ້ ຊ່ວຍໃຫ້ຄວບຄຸມການບິນເຊີງ ຍຸດທະວິທີໄດ້ຢ່າງມີປະສິດທິພາບ ຕົວໂດຣນສາມາດບັນທຸກອຸປະກອນ ໂດຍໃຊ້ລາງ Picatinny ຫຼື ລາງຍິງໂດຣນບິນຂຶ້ນສູ່ທ້ອງຟ້າມາດຕະຖານ ຫຼື ລະບົບຕິດຕັ້ງແບບສະເພາະພາລະກິດ

 

ພາລະກິດທີ່ເໝາະກັບໂດຣນ Flex FPV

 

  1. ການລາດຕະເວນແລະເຝົ້າລະວັງ ດ້ວຍຄວາມໄວແລະຄວາມຄ່ອງຕົວຂອງໂດຣນຊ່ວຍໃຫ້ສາມາດລາດຕະເວນລ່ວງໜ້າກອງກຳລັງໄດ້ເຖິງແມ່ນວ່າຈະຢູ່ໃນເມືອງ ຫຼື ພູມສັນຖານປະເທດໜາແໜ້ນກໍຕາມ
  2. ການສົ່ງສິນຄ້າ ຄວາມສາມາດໃນການຮັບນ້ຳໜັກໄດ້ເຖິງ 10 ປອນ ເຮັດໃຫ້ເໝາະສຳລັບການຂົນສົ່ງວັດຖຸສິ່ງຂອງຕ່າງໆ ເຊັ່ນ: ຊຸດອຸປະກອນປະຖົມພະຍາບານ, ອຸປະກອນສື່ສານ ຫຼື ເຄື່ອງມືຕ່າງໆ ໄປທີ່ຕຳແໜ່ງແນວໜ້າ
  3. ການຝຶກຊ້ອມ ໂດຍການແບ່ງສ່ວນລະບົບແລະໂໝດການບິນເຮັດໃຫ້ເໝາະສຳລັບການຈຳລອງແລະການຝຶກນັກບິນໃນລະດັບທັກສະຫຼາຍລະດັບ
  4. ການປະຕິບັດການທາງຍຸດທະວິທີ ໃນພາລະກິດໄລຍະປະຊິດ ຫຼື ຫນ່ວຍຮົບພິເສດ ລະບົບສາມາດເຝົ້າລະວັງຢ່າງສຳຄັນ ຫຼື ສະໜັບສະໜູນການນຳໃຊ້ງານບັນທຸກສະເພາະໄດ້

 

ໂດຣນ Flex FPV ເປີດຕົວຄັ້ງທຳອິດໃນປີ 2024 ແລະ ຜ່ານການປະເມີນຈາກຫນ່ວຍງານດ້ານຄວາມໝັ້ນຄົງ ກອງທັບ ແລະ ອົງກອນຝຶກອົບຮົມໃນຫຼາຍປະເທດ ຊຸດທີ່ສົ່ງມອບຫຼ້າສຸດປະກອບດ້ວຍອຸປະກອນຫຼັກ ແລະ ອຸປະກອນເສີມແບບໂມດູລາທີ່ປັບແຕ່ງໄດ້ຕາມຄວາມຕ້ອງການສະເພາະຂອງຜູ້ໃຊ້ງານ

 

ໃນຂະນະທີ່ການເມືອງໂລກມີການປ່ຽນແປງຢ່າງວ່ອງໄວ ຫນ່ວຍງານດ້ານຄວາມໝັ້ນຄົງຂອງສະຫະລັດ ແລະ ພັນທະມິດໃຫ້ຄວາມສຳຄັນກັບລະບົບ UAS ທີ່ພັດທະນາໃນອາເມຣິກາເໜືອ ເພື່ອຄວາມໝັ້ນຄົງ ແລະ ການຄວບຄຸມເທັກໂນໂລຢີ Flex FPV ຈຶ່ງເປັນທາງເລືອກທີ່ຕອບໂຈດ ທັງດ້ານຄວາມທົນທານ ຄວາມຍືດຫຍຸ່ນ ແລະ ຄວາມສາມາດໃນການຂະຫຍາຍຂີດຄວາມສາມາດຕາມພາລະກິດ

 

ການສົ່ງມອບຄັ້ງນີ້ບໍ່ພຽງເນັ້ນຢ້ຳເຖິງຄວາມກ້າວໜ້າທາງເທັກໂນໂລຢີຂອງດາແກນຟາຍ ໃນຖານະຜູ້ນຳດ້ານລະບົບອາກາດຍານໄຮ້ຄົນຂັບເພື່ອການທະຫານ ແຕ່ຍັງສະທ້ອນເຖິງຄວາມໄວ້ວາງໃຈທີ່ເພີ່ມຂຶ້ນໃນເທັກໂນໂລຢີໂດຣນທີ່ອອກແບບມາສຳລັບສະພາບແວດລ້ອມທີ່ທ້າທາຍທີ່ສຸດທົ່ວໂລກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ