_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 June, 2025
ໝວດ: ຂ່າວ

ບລູມເບີກ ລາຍງານວ່າ ປະທານາທິບໍດີໂດນານດ໌ ທຣຳ ລົງນາມຄຳສັ່ງເມື່ອວັນອັງຄານ (3 ມິຖຸນາ) ເພື່ອຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມປັນ 50% ຈາກ 25% ມີຜົນເລີ່ມຕັ້ງແຕ່ວັນທີ່ 4 ມິຖຸນານີ້  ເນື່ອງຈາກຄຳໝັ້ນສັນຍາທີ່ຈະຂຶ້ນພາສີນຳເຂົ້າເພື່ອຊ່ວຍເຫຼືອຜູ້ຜະລິດໃນປະເທດ

 

ການຂຶ້ນພາສີຂອງທຣຳຈະມີຜົນບັງຄັບໃຊ້ເວລາ 00.01 ນ. ຂອງວັນພຸດຕາມ​ (4 ມິຖຸນາ) ເວລາທ້ອງຖິ່ນ ໂດຍຄຳສັ່ງດັ່ງກ່າວລະບຸວ່າມີຄວາມຈຳເປັນເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ

 

ຄຳສັ່ງດັ່ງກ່າວລະບຸວ່າຄຳສັ່ງກ່ອນໜ້ານີ້ຍັງບໍ່ເຮັດໃຫ້ ອຸດສາຫະກຳໃນປະເທດ “ສາມາດພັດທະນາ ແລະ ຮັກສາອັດຕາການໃຊ້ກຳລັງການຜະລິດທີ່ຈຳເປັນຕໍ່ຄວາມຍືນຍົງຂອງອຸດສາຫະກຳ ແລະ ຄວາມຕ້ອງການດ້ານການປ້ອງກັນປະເທດທີ່ຄາດການໄວ້ໄດ້”

 

“ການເພີ່ມອັດຕາພາສີອາກອນຈະໃຫ້ການສະໜັບສະໜູນອຸດສາຫະກຳເຫຼົ່ານີ້ຫຼາຍຂຶ້ນ ແລະ ຫຼຸດຫຼືກຳຈັດໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດທີ່ເກີດຈາກການນຳເຂົ້າຜະລິດຕະພັນເຫຼັກ ແລະ ອະລູມິນຽມ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ” ຄຳສັ່ງດັ່ງກ່າວລະບຸ ຊຶ່ງທຳນຽບຂາວໂພສລົງໃນເວັບໄຊ X

 

  • ເຫຼັກອັງກິດບໍ່ຮັບຜົນກະທົບຈາກພາສີໃໝ່

 

ອັດຕາພາສີອາກອນ ໂລຫະສຳລັບການນຳເຂົ້າຈາກສະຫະລາຊະອານາຈັກຈະຍັງຄົງຢູ່ທີ່ອັດຕາເກົ່າ 25% ເພື່ອໃຫ້ທັງສອງປະເທດສາມາດດຳເນີນການຈັດເກັບພາສີ ຫຼື ກຳນົດໂຄວຕານຳເຂົ້າໃໝ່ໄດ້ພາຍໃນກຳນົດເສັ້ນຕາຍວັນທີ່ 9 ກໍລະກົດ

 

ອົງປະກອບສຳຄັນຂອງຂອບການເຮັດວຽກ ທີ່ບັນລຸກັບອັງກິດເມື່ອເດືອນທີ່ຜ່ານມາ ຄືຄວາມພະຍາຍາມທີ່ຈະຫຼຸດອຸປະສັກທາງການຄ້າສຳລັບເຫຼັກ ເຖິງແມ່ນວ່າທັງສອງຝ່າຍຈະບໍ່ເຫັນດີກັບຂອບເຂດຂອງການ ຜ່ອນຜັນຕໍ່ອຸດສາຫະກຳເຫຼັກຂອງອັງກິດ ແລະ ຂໍ້ຕົກລົງກໍຍັງບໍ່ໄດ້ມີຜົນບັງຄັບໃຊ້

 

  • ສົງຄາມການຄ້າຮຸນແຮງຂຶ້ນຈາກພາສີເຫຼັກ

 

ການຕັດສິນໃຈຂອງທຣຳເຮັດໃຫ້ຄວາມຕຶງຄຽດທາງການຄ້າເພີ່ມຄວາມຮຸນແຮງຂຶ້ນ ໃນຊ່ວງເວລາທີ່ສະຫະລັດກຳລັງເຈລະຈາກັບຫຸ້ນສ່ວນທາງການຄ້າຈຳນວນຫຼາຍກ່ຽວກັບພາສີອາກອນແບບ “ຕອບໂຕ້” ກ່ອນກຳນົດເສັ້ນຕາຍວັນທີ່ 9 ກໍລະກົດ

 

ການເອີ້ນເກັບພາສີອາກອນຝ່າຍດຽວຂອງທຣຳນັ້ນ ຕັ້ງຢູ່ເທິງຖານທາງກົດໝາຍທີ່ສັ່ນຄອນຫຼາຍຂຶ້ນ ຫຼັງຈາກເມື່ອອາທິດທີ່ຜ່ານມາ ສານລັດຖະບານກາງໄດ້ຍົກເລີກພາສີອາກອນຂອງລາວຫຼາຍຢ່າງທີ່ບັງຄັບໃຊ້ພາຍໃຕ້ກົດໝາຍສຸກເສີນ

 

  • ພາສີເຫຼັກບໍ່ໄດ້ຮັບຜົນກະທົບຈາກຄຳຕັດສິນຂອງສານ

 

ເຖິງຢ່າງໃດກໍຕາມ ການເກັບພາສີເຫຼັກຂອງທຣຳບໍ່ໄດ້ຮັບຜົນກະທົບຈາກຄຳຕັດສິນຂອງສານ ແລະ ປະທານາທິບໍດີກໍພະຍາຍາມສະແດງໃຫ້ເຫັນວ່າ ລາວບໍ່ຫຍໍ້ທໍ້ທີ່ຈະຂຶ້ນພາສີ ແລະ ຮຽກຮ້ອງໃຫ້ປະເທດຕ່າງໆ ສະເໜີຂໍ້ສະເໜີທີ່ໂຕະເຈລະຈາ

 

ເມື່ອວັນສຸກທີ່ຜ່ານມາ (30 ພຶດສະພາ)  ທຣຳປະກາດການຕັດສິນໃຈດັ່ງກ່າວລະຫວ່າງການກ່າວຄຳປາໄສທີ່ໂຮງງານ United States Steel Corp ໃນລັດເພນຊິລເວເນຍ

 

ໂດຍລາວໃຫ້ການຮັບຮອງການຂາຍບໍລິສັດໃຫ້ກັບ Nippon Steel Corp ຂອງຍີ່ປຸ່ນ ພ້ອມທັງໃຫ້ຄຳໝັ້ນວ່າບໍລິສັດຈະຍັງຄົງຢູ່ພາຍໃຕ້ການຄວບຄຸມຂອງອາເມຣິກາໃນຮູບແບບໃດຮູບແບບໜຶ່ງ

 

“ນັ້ນໝາຍຄວາມວ່າຈະບໍ່ມີໃຜສາມາດຂະໂມຍອຸດສາຫະກຳຂອງເຈົ້າໄດ້” ທຣຳກ່າວກັບຄົນງານເຫຼັກ “ທີ່ 25% ພວກເຂົາຈະສາມາດຂ້າມຮົ້ວເຂົ້າມາໄດ້ ແລະ ທີ່ 50% ພວກເຂົາຈະບໍ່ສາມາດຂ້າມຮົ້ວໄດ້ອີກຕໍ່ໄປ”

 

ຕໍ່ມາ ລາວປະກາດໃນໂພສສື່ສັງຄົມວ່າພາສີອະລູມິນຽມຈະເພີ່ມຂຶ້ນເປັນລະດັບດຽວກັນ

 

ລັດຖະບານຂອງທຣຳກຳລັງຕໍ່ສູ້ທາງກົດໝາຍກ່ຽວກັບພາສີ ສ່ວນໃຫຍ່ທີ່ບັງຄັບໃຊ້ພາຍໃຕ້ກົດໝາຍອຳນາດທາງເສດຖະກິສຸກເສີນລະຫວ່າງປະເທດ

 

ພາສີນຳເຂົ້າເຫຼັກ ແລະ ອະລູມິນຽມບໍ່ໄດ້ຮັບຜົນກະທົບຈາກການຟ້ອງຮ້ອງຄະດີດັ່ງກ່າວ ເພາະທຣຳໃຊ້ອຳນາດທາງກົດໝາຍທີ່ແຕກຕ່າງກັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ