_cover (13)
ທຣຳ" ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 June, 2025
ໝວດ: ຂ່າວ

ໂດນັລດ໌ ທຣຳ ປະທານາທິບໍດີສະຫະລັດ ປະກາດຫ້າມພົນລະເມືອງ 12 ປະເທດ ເດີນທາງເຂົ້າສະຫະລັດ ອີກ 7 ປະເທດຖືກຈຳກັດການເຂົ້າເມືອງ

 

ສຳນັກຂ່າວຕ່າງປະເທດ BBC ລາຍງານວ່າ ໂດນັລດ໌ ທຣຳ ປະທານາທິບໍດີສະຫະລັດອາເມລິກາ ໄດ້ລົງນາມຄຳສັ່ງຫ້າມພົນລະເມືອງຈາກ 12 ປະເທດເດີນທາງເຂົ້າສະຫະລັດ ໂດຍອ້າງອີງຄວາມສ່ຽງດ້ານຄວາມປອດໄພ ໂດຍ 12 ປະເທດດັ່ງກ່າວທີ່ພົນລະເມືອງຖືກຫ້າມເຂົ້າສະຫະລັດ ໄດ້ແກ່

 

  1. ອັຟການິສຖານ
  2. ມຽນມາ
  3. ຊາດ
  4. ສາທາລະນະລັດຄອງໂກ
  5. ອີເຄົວທໍເຣຍລ໌ກີນີ
  6. ເອຣີເທຣຍ
  7. ໄຮຕິ
  8. ອີຣ່ານ
  9. ລີເບຍ
  10. ໂຊມາເລຍ
  11. ຊູດານ
  12. ເຢເມນ

 

ນອກຈາກນີ້ ຍັງມີພົນລະເມືອງຈາກອີກ 7 ປະເທດທີ່ຈະຖືກຈຳກັດການເຂົ້າເມືອງບາງສ່ວນ ໄດ້ແກ່

 

  1. ບູຣຸນດີ
  2. ຄິວບາ
  3. ລາວ
  4. ເຊຍຣາລີໂອນ
  5. ໂຕໂກ
  6. ເຕີກເມນິສຖານ
  7. ເວເນຊູເອລາ

 

ປະກາດດັ່ງກ່າວຈະມີຂໍ້ຍົກເວັ້ນສຳລັບຜູ້ອາໄສຖາວອນທີ່ຖືກກົດໝາຍ, ຜູ້ຖືວີຊ່າປະຈຸບັນ, ວີຊ່າບາງປະເພດ ແລະ ບຸກຄົນທີ່ການເດີນທາງເຂົ້າປະເທດເພື່ອຜົນປະໂຫຍດຂອງຊາດສະຫະລັດ

 

ໂດນັລດ໌ ທຣຳ ໄດ້ຕັດສິນໃຈລົງນາມໃນປະກາດນີ້ຫຼັງຈາກການໂຈມຕີຕ້ານຄົນຢິວໃນເມືອງໂບລເດີ ລັດໂຄໂລຣາໂດ

 

ໂດຍເຈົ້າໜ້າທີ່ທຳນຽບຂາວເປີດເຜີຍວ່າ ທຣຳໄດ້ພິຈາລະນາເລື່ອງນີ້ຢູ່ກ່ອນແລ້ວ ແຕ່ການໂຈມຕີເມື່ອວັນທີ 1 ມິຖຸນາ ເຮັດໃຫ້ມີຜົນບັງຄັບໃຊ້ໄວຂຶ້ນ ໂດຍທຳນຽບຂາວຍົກຍ້ອງຄຳສັ່ງຫ້າມເດີນທາງຂອງປະທານາທິບໍດີທຣຳວ່າເປັນ “ການປະຕິບັດຕາມສັນຍາ ” ທີ່ຈະ ” ປົກປ້ອງຄົນອາເມລິກັນຈາກຜູ້ກະທຳຜິດຄົນຕ່າງປະເທດທີ່ເປັນອັນຕະລາຍທີ່ຕ້ອງການເຂົ້າມາໃນປະເທດຂອງພວກເຮົາແລະທຳຮ້າຍພວກເຮົາ”

 

ຕໍ່ມາ ແອບີເກລ ແຈັກສັນ ຮອງໂຄສົກທຳນຽບຂາວ ໄດ້ອອກແຖລງການວ່າ ປະທານາທິບໍດີທຣຳກຳລັງປະຕິບັດຕາມສັນຍາທີ່ຈະປົກປ້ອງຊາວອາເມລິກັນຈາກຜູ້ກະທຳຜິດຄົນຕ່າງປະເທດທີ່ເປັນອັນຕະລາຍທີ່ຕ້ອງການເຂົ້າມາໃນປະເທດຂອງພວກເຮົາ ແລະ ທຳຮ້າຍພວກເຮົາ

 

ຂໍ້ຈຳກັດຕາມສາມັນສຳນຶກເຫຼົ່ານີ້ມີຄວາມສະເພາະເຈາະຈົງໃນແຕ່ລະປະເທດ ແລະ ລວມເຖິງສະຖານທີ່ທີ່ຂາດການກວດກາຢ່າງເໝາະສົມ, ມີອັດຕາການຢູ່ເກີນວີຊ່າສູງ, ຫຼື ລົ້ມເຫຼວໃນການແບ່ງປັນຂໍ້ມູນປະຈຳຕົວ ແລະ ໄພຄຸກຄາມ

 

ກ່ອນໜ້ານີ້ ໃນຊ່ວງດຳລົງຕຳແໜ່ງປະທານາທິບໍດີສະໄໝແລກ ທຣຳເຄີຍຫ້າມພົນລະເມືອງຈາກ 7 ປະເທດທີ່ມີປະຊາກອນສ່ວນໃຫຍ່ເປັນມຸສລິມເດີນທາງເຂົ້າສະຫະລັດ ແຕ່ນະໂຍບາຍດັ່ງກ່າວຖືກຍົກເລີກໂດຍອະດີດປະທານາທິບໍດີ ໂຈ ໄບເດນ ໃນປີ 2021

 

ຂະນະທີ່ ພັກເດໂມແຄຣັດບາງສ່ວນ ໄດ້ອອກມາສະແດງຄວາມບໍ່ພໍໃຈ ໂດຍ ປຣາມິລາ ຈາຢາປານ ສະມາຊິກສະພາຜູ້ແທນລາດສະດອນຈາກນະຄອນວໍຊິງຕັນ ກ່າວໃນໂພສ໌ຢູ່ໂຊຊຽວມີເດຍລະບຸວ່າ

 

“ການຫ້າມຄັ້ງນີ້ທີ່ຂະຫຍາຍຂອບເຂດຈາກການຫ້າມຊາວມຸສລິມຂອງທຣຳໃນວາລະທຳອິດຂອງລາວ ຈະຍິ່ງເຮັດໃຫ້ພວກເຮົາຖືກແຍກອອກຈາກກັນໃນເວທີໂລກຫຼາຍຂຶ້ນ ການຫ້າມກຸ່ມຄົນທັງໝົດພຽງແຕ່ເພາະວ່າທ່ານບໍ່ເຫັນດີກັບໂຄງສ້າງຫຼືໜ້າທີ່ຂອງລັດຖະບານຂອງພວກເຂົາ … ຖືເປັນການໂຍນຄວາມຜິດໄປຜິດບ່ອນ”

 

ດ້ານ ດອນ ເບເຢີ ສະມາຊິກສະພາຜູ້ແທນລາດສະດອນຈາກພັກເດໂມແຄຣັດ ກ່າວວ່າ ທຣຳ “ທໍລະຍົດ” ຕໍ່ອຸດົມການຂອງຜູ້ກໍ່ຕັ້ງສະຫະລັດ ການທີ່ທຣຳໃຊ້ຄວາມລຳອຽງ ແລະ ຄວາມຮັກຊາດແບບສຸດໂຕ່ງເພື່ອຫ້າມຜູ້ຄົນເດີນທາງເຂົ້າສະຫະລັດ ບໍ່ໄດ້ເຮັດໃຫ້ພວກເຮົາປອດໄພຂຶ້ນ ແຕ່ກັບເຮັດໃຫ້ພວກເຮົາແຕກແຍກແລະເຮັດໃຫ້ຄວາມເປັນຜູ້ນຳລະດັບໂລກຂອງພວກເຮົາອ່ອນແອລົງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ