_cover (17)
"ທຣຳ-ອີລອນ ມັສກ໌" ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 June, 2025
ໝວດ: ຂ່າວ

ຫຸ້ນ Tesla ຫຼຸດລົງ 14% ມູນຄ່າຕະຫຼາດຫາຍໄປກວ່າ 1.52 ແສນລ້ານໂດລາ ຫຼັງປະທານາທິບໍດີທຣຳ ຂູ່ລະງັບສັນຍາລັດກັບບໍລິສັດຂອງ ອີລອນ ມັສກ໌

 

ປະທານາທິບໍດີໂດນັລດ໌ ທຣຳ ຜູ້ນຳສະຫະລັດ ກັບ ອີລອນ ມັສກ໌ ມະຫາເສດຖີລະດັບໂລກ ແລະ ຊີອີໂອຂອງເທັສລາ Tesla ອອກມາຕອບໂຕ້ກັນຢ່າງດຸເດືອດ ຫຼັງຈາກທີ່ ມັສກ໌ ຊຶ່ງຂະນະນີ້ໄດ້ອອກຈາກຕຳແໜ່ງທາງການເມືອງແລ້ວ

 

ໄດ້ອອກມາວິພາກວິຈານ ຮ່າງກົດໝາຍພາສີ “One Big Beautiful Bill Act” ຂອງທຣຳ ຊີ້ວ່າຈະເຮັດໃຫ້ປະເທດລົ້ມລະລາຍ ພ້ອມເອີ້ນຮ່າງກົດໝາຍນີ້ວ່າ ເປັນສິ່ງຮ້າຍແຮງທີ່ໜ້າລັງກຽດຫຼາຍ ແລະ ເຊີນໃຫ້ຄົນອາເມລິກາທຸກຄົນອອກມາຕໍ່ຕ້ານ

 

ດ້ານປະທານາທິບໍດີທຣຳ ຕອບໂຕ້ກັບວ່າ ອີລອນ ມັສກ໌ ນັ້ນວິພາກວິຈານ ຮ່າງກົດໝາຍພາສີຂອງລາວ ເພາະບໍ່ພໍໃຈທີ່ຮ່າງກົດໝາຍດັ່ງກ່າວຕັດເຄຣດິດພາສີສຳລັບລົດຍົນໄຟຟ້າອອກ ແລະ ເປັນເພາະທຣຳບໍ່ຍອມແຕ່ງຕັ້ງຜູ້ທີ່ ອີລອນ ມັສກ໌ເສຍໃຫ້ດຳລົງຕຳແໜ່ງຜູ້ອຳນວຍການອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ (ນາຊາ)

 

ທຣຳກ່າວກັບນັກຂ່າວທີ່ທຳນຽບຂາວວ່າ “ຂ້ອຍຜິດຫວັງໃນອີລອນຫຼາຍ ເພາະຂ້ອຍຊ່ວຍອີລອນມາຕະຫຼອດ”

 

ແນວໃດກໍຕາມມັສກ໌ຕອບໂຕ້ທັນທີຜ່ານແພລດຟອມ X ຂອງລາວວ່າ “ຖ້າບໍ່ມີຂ້ອຍ ທຣຳແພ້ເລືອກຕັ້ງໄປແລ້ວ ເດໂມແຄຣັດຈະຄຸມສະພາຜູ້ແທນປະຊາຊົນ ແລະ ຣີພັບບລິກັນຈະມີສຽງມີແຕ່ 51-49 ໃນວຸດທິສະພາ”

 

ເນື່ອງຈາກມັສກ໌ເປັນຜູ້ສະໜັບສະໜູນທາງການເງິນລາຍໃຫຍ່ທີ່ສຸດໃຫ້ແກ່ທຣຳ ໃນການລົງຫາສຽງເລືອກຕັ້ງປະທານາທິບໍດີໃນປີທີ່ຜ່ານມາ ໂດຍໃຊ້ເງິນໄປຫຼາຍກວ່າ 250 ລ້ານໂດລາ ສະໜັບສະໜູນໃຫ້ທຣຳເປັນປະທານາທິບໍດີສະຫະລັດ

 

ກ່ອນໜ້ານີ້ເມື່ອອາທິດທີ່ຜ່ານມາ ຫຼັງຈາກທີ່ທຣຳຫາກໍຍົກຍ້ອງມັສກ໌ໃນພິທີ ທີ່ຈັດຂຶ້ນທີ່ທຳນຽບຂາວ ທຣຳກໍໄດ້ປະກາດວ່າລາວຈະບໍ່ແຕ່ງຕັ້ງ “ຈາເຣັດ ໄອແຊັກແມນ” ມະຫາເສດຖີສາຍເທັກໂນໂລຢີທີ່ມັສກ໌ ເສຍຊື່ໃຫ້ເປັນຜູ້ອຳນວຍການນາຊາ

 

ທຣຳກ່າວວ່າ “ຂ້ອຍມັກອີລອນ ມັສກ໌ນະ ຂ້ອຍຢາກໃຫ້ລາວວິຈານຕົວຂ້ອຍຫຼາຍກວ່າຕົວຮ່າງກົດໝາຍ ເພາະຮ່າງກົດໝາຍນີ້ດີຫຼາຍ” ພ້ອມກ່າວອ້າງວ່າ ສາເຫດທີ່ມັສກ໌ບໍ່ພໍໃຈເພາະລັດຖະບານຕັດງົບສະໜັບສະໜູນລົດຍົນ EV ຫຼາຍພັນລ້ານໂດລາ ເພາະອີລອນຮູ້ເລື່ອງການຈັດທຳຮ່າງກົດໝາຍນີ້ດີຢູ່ແລ້ວ ແຕ່ບໍ່ເຄີຍມີບັນຫາຫຍັງ ຈົນຮູ້ວ່າຈະຖືກຕັດງົບ ແລະ ມັນບໍ່ຍຸດຕິທຳເລີຍ

 

ທຣຳຍັງໄດ້ເວົ້າເຖິງໄອແຊັກແມນວ່າ “ຂ້ອຍໝັ້ນໃຈວ່າມັສກ໌ເຄົາລົບລາວ ແຕ່ຖ້າໃຫ້ລາວມາບໍລິຫານນາຊາ ຂ້ອຍວ່າຄົງຈະບໍ່ເໝາະ ເພາະລາວເປັນເດໂມແຄຣັດເຕັມຕົວ ພວກເຮົາຊະນະເລືອກຕັ້ງ ເຮົາກໍຄວນໄດ້ສິດທິບາງຢ່າງ ແລະ ໜຶ່ງໃນສິ່ງນັ້ນຄືເຮົາບໍ່ຈຳເປັນຕ້ອງແຕ່ງຕັ້ງຄົນທີ່ເປັນເດໂມແຄຣັດ ເພາະນາຊາເປັນອົງການທີ່ມີຄວາມສຳຄັນ”

 

ນອກຈາກນີ້ຜູ້ນຳສະຫະລັດຍັງໂພສຂໍ້ຄວາມໃນ Truth Social ທີ່ສ້າງແຮງສັ່ນສະເທືອນຄັ້ງໃຫຍ່ ເມື່ອລາວບອກວ່າ “ວິທີທີ່ງ່າຍທີ່ສຸດໃນການປະຢັດເງິນໃນງົບປະມານຂອງເຮົາຫຼາຍພັນລ້ານໂດລາ ຄືການຍົກເລີກເງິນອຸດໜູນ ແລະ ສັນຍາພາກລັດຂອງອີລອນ ມັສກ໌ ຂ້ອຍແປກໃຈສະເໝີທີ່ໄບເດນບໍ່ເຮັດເລື່ອງນີ້”

 

ສຳນັກຂ່າວ CNBC ລາຍງານວ່າ ຫຸ້ນຂອງ Tesla ຫຼຸດລົງ 14% ໃນວັນພະຫັດ (5 ມິຖຸນາ 2025) ຫຼັງຈາກປະທານາທິບໍດີໂດນັລດ໌ ທຣຳ ຂູ່ຈະລະງັບສັນຍາຂອງລັດກັບບໍລິສັດຂອງອີລອນ ມັສກ໌ ເຮັດໃຫ້ຄວາມຂັດແຍ້ງລະຫວ່າງສອງຝ່າຍຮຸນແຮງຂຶ້ນກ່ຽວກັບຮ່າງກົດໝາຍງົບປະມານ

 

ຄວາມເຄື່ອນໄຫວນີ້ເຮັດໃຫ້ມູນຄ່າຕະຫຼາດຂອງຜູ້ຜະລິດລົດຍົນໄຟຟ້າຫຼຸດລົງເຖິງ 1.52 ແສນລ້ານໂດລາ ຊຶ່ງເປັນການສູນເສຍຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງບໍລິສັດ ເຮັດໃຫ້ມູນຄ່າຕະຫຼາດຫຼຸດລົງຕ່ຳກວ່າໜັກ 1 ລ້ານລ້ານໂດລາ ແລະ ປິດການຊື້ຂາຍວັນພະຫັດທີ 9.16 ແສນລ້ານໂດລາ

ປະທານາທິບໍດີທຣຳໂພສໃນ Truth Social ວ່າ “ອີລອນເລີ່ມເຮັດຕົວໜ້າລຳຄານ ຂ້ອຍຈຶ່ງຂໍໃຫ້ລາວອອກ ຂ້ອຍຍົກເລີກຄຳສັ່ງ EV Mandate ທີ່ບັງຄັບໃຫ້ຄົນຕ້ອງຊື້ລົດຍົນໄຟຟ້າທີ່ບໍ່ມີໃຜຕ້ອງການ ແລ້ວເຂົາກໍເປັນບ້າເລີຍ!”

 

ການຫຼຸດລົງຂອງລາຄາຫຸ້ນເກີດຂຶ້ນເຖິງແມ່ນ Tesla ລາຄາຫຸ້ນຈະສູງຂຶ້ນ 22% ໃນເດືອນພຶດສະພາ ເຖິງແມ່ນຍອດຂາຍຈະອ່ອນແອ ໂດຍມັສກ໌ຫາກໍສິ້ນສຸດການດຳລົງຕຳແໜ່ງຫົວໜ້າຫົວໜ່ວຍງານ “Department of Government Efficiency” ຫຼື DOGE ຊຶ່ງເປັນຫົວໜ່ວຍງານຂອງລັດຖະບານທຣຳ ໂດຍຫຸ້ນ Tesla ຫຼຸດລົງເກືອບ 18% ໃນອາທິດນີ້ ແລະ ຫຼຸດລົງເກືອບ 30% ນັບຕັ້ງແຕ່ຕົ້ນປີ ໂດຍຫ່າງໄກຈາກລະດັບສູງສຸດທີ 488.54 ໂດລາຕໍ່ຫຸ້ນໃນວັນທີ 18 ທັນວາ 2024

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ