_cover (20)
'ທຣຳ' ກຽມສົ່ງກອງກຳລັງປ້ອງກັນຊາດ 2,000 ນາຍ ປາບຜູ້ປະທ້ວງ ໃນລອສແອນເຈລິສ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 June, 2025
ໝວດ: ຂ່າວ

ລັດຖະບານຂອງ ປະທານາທິບໍດີໂດນັລ ທຣຳ ເປີດເຜີຍວ່າ ຈະສົ່ງ ກອງກຳລັງປ້ອງກັນຊາດ (National Guard) 2,000 ນາຍ ໄປປະຈຳການໃນພື້ນທີ່ ໃນຂະນະທີ່ເຈົ້າໜ້າທີ່ລັດຖະບານກາງໃນລອສແອນເຈລິສ ປະເຊີນໜ້າກັບຜູ້ປະທ້ວງສອງສາມຮ້ອຍຄົນ ໃນວັນປະທ້ວງວັນທີ 2 ຫຼັງຈາກມີການປາບປາມຜູ້ອົບພະຍົບ

 

ພີທ ເຮກເຊັດ ລັດຖະມົນຕີກະຊວງປ້ອງກັນຊາດສະຫະລັດ ເຕືອນວ່າກະຊວງ ພ້ອມລະດົມທະຫານປະຈຳການ “ຖ້າຫາກຍັງຄົງມີຄວາມຮຸນແຮງເກີດຂຶ້ນ” ໃນລອສແອນເຈລິສ ແລະ ວ່າ ນາວິກໂຍທິນ ໃນຄ່າຍເພນເດີລຕັນ ທີ່ຕັ້ງຢູ່ໃກ້ຄຽງ “ຢູ່ໃນສະພາບເຝົ້າລະວັງ ແລະ ກຽມພ້ອມລະດັບສູງ”

 

ໜ່ວຍງານຄວາມໝັ້ນຄົງລັດຖະບານກາງໄດ້ປະເຊີນໜ້າກັບຜູ້ຊຸມນຸມປະທ້ວງໃນພື້ນທີ່ພາຣາເມົາທ໌ ທາງຕາເວັນອອກສຽງໃຕ້ຂອງລອສແອນເຈລິສ ເມື່ອວັນເສົາ (ວັນທີ່່ 7 ) ຊຶ່ງເປັນພື້ນທີ່ທີ່ມີຜູ້ປະທ້ວງບາງຄົນຖືປ້າຍ ແລະ ທຸງປະເທດເມັກຊິໂກຮ່ວມຊຸມນຸມ

 

ໃນຂະນະທີ່ຈຸດປະທ້ວງທີ່ 2 ເກີດຂຶ້ນໃນໃຈກາງເມືອງລອສແອນເຈລິສໃນຄືນວັນເສົາ ໂດຍມີຜູ້ຄົນຮ່ວມຊຸມນຸມປະມານ 60 ຄົນ ແລະ ພາກັນຮ້ອງສະໂລແກນປະທ້ວງຫຼາຍຢ່າງ ເຊັ່ນ: ICE out of L.A.! ຊຶ່ງໝາຍເຖິງ ໃຫ້ສຳນັກງານກວດຄົນເຂົ້າເມືອງ ແລະ ໜ່ວຍງານທີ່ຮັບຜິດຊອບຄວບຄຸມຄົນເຂົ້າເມືອງແລະພາສີ ໃນອາເມລິກາ.

 

ສະຫະລັດອາເມລິກາ (U.S. Immigration and Customs Enforcement: ICE) ຢຸດຕິການດຳເນີນງານໃນແອລເອ ຫຼື ລອສແອນເຈລິສ

 

 

ດ້ານທຳນຽບຂາວຖະແຫຼງການວ່າ ທຣຳ ໄດ້ລົງນາມບັນທຶກຂໍ້ຕົກລົງຂອງປະທານາທິບໍດີ ຈະສົ່ງກອງກຳລັງປ້ອງກັນຊາດໄປແກ້ໄຂບັນຫາການຊຸມນຸມທີ່ບໍ່ມີຄວາມເປັນລະບຽບທີ່ລຸກລາມຫຼາຍຂຶ້ນ

 

ທອມ ໂຮແມນ ຜູ້ນຳຂອງທຣຳທີ່ທຳໜ້າທີ່ເບິ່ງແຍງຊາຍແດນ ເປີດເຜີຍກັບຟັອກຊ໌ນິວສ໌ວ່າ ກອງກຳລັງປ້ອງກັນຊາດສົ່ງກອງທັບໄປລອສແອນເຈລິສຕັ້ງແຕ່ວັນເສົາແລ້ວ

 

ກາວິນ ນິວຊຳ ຜູ້ວ່າການລັດແຄລິຟໍເນຍ ກ່າວວ່າ ການຕັດສິນໃຈຂອງລັດຖະບານໃນຄັ້ງນີ້ເປັນການ “ຕັ້ງໃຈຍຸໂຢງ” ໂດຍນິວຊຳໄດ້ໂພສໃນ X ວ່າທຣຳກຳລັງສົ່ງກອງກຳລັງປ້ອງກັນຊາດ “ບໍ່ແມ່ນເພາະຂາດແຄນເຈົ້າໜ້າທີ່ ແຕ່ເພາະຕ້ອງການໃຫ້ເກີດການປະທ້ວງ” ແລະ ເສີມວ່າ “ຢ່າເຮັດຕາມຄວາມປະສົງພວກເຂົາ ຢ່າໃຊ້ຄວາມຮຸນແຮງ ປະທ້ວງຢ່າງສັນຕິ”

 

ນິວຊຳບອກອີກວ່າ ການທີ່ເຮກເຊັດ “ຂູ່ຈະສົ່ງນາວິກໂຍທິນທີ່ປະຈຳການຢູ່ໄປຕ້ານພົນລະເມືອງຂອງຕົນເອງນັ້ນເປັນ “ການປະພຶດທີ່ກໍ່ໃຫ້ເກີດຄວາມວຸ່ນວາຍ”

 

ທຣຳຕອບໂຕ້ນິວຊຳຜ່ານທຣູດໂຊຊ້ຽວວ່າ ຖ້ານິວຊຳ ແລະ ແຄເຣນ ບາສ ຜູ້ວ່າການລອສແອນເຈລິສ ບໍ່ສາມາດເຮັດໜ້າທີ່ໄດ້ ລັດຖະບານກາງຈຶ່ງເຂົ້າມາມີສ່ວນຮ່ວມ ແລະ ແກ້ໄຂບັນຫາ “ການຈະລາຈົນ ແລະ ການປຸ້ນສະດົມ” ຄວນໄດ້ຮັບການຈັດການ

 

ການປະທ້ວງດັ່ງກ່າວ ຖືເປັນການຕໍ່ສູ້ລະຫວ່າງລອສແອນເຈລິສ ພື້ນທີ່ທີ່ພັກເດໂມແຄຣັດເບິ່ງແຍງ ຊຶ່ງມີປະຊາກອນສ່ວນໃຫຍ່ເປັນຄົນຮິສແປນິກ ແລະ ປະຊາກອນທີ່ເກີດໃນຕ່າງປະເທດ ກັບລັດຖະບານທຣຳຊຶ່ງເປັນພັກຣີພັບລິກັນ ທີ່ມີນະໂຍບາຍປາບປາມຜູ້ອົບພະຍົບເປັນນະໂຍບາຍສຳຄັນໃນການດຳລົງຕຳແໜ່ງສະໄໝທີ່2 ຂອງທຣຳ

 

ຕາມຄຳບອກເລົ່າຂອງພະຍານຂອງຣອຍເຕີ ເປີດເຜີຍວ່າວິດີໂອທີ່ບັນທຶກພາບການປະທ້ວງໃນພາຣາເມົາທ໌ ສະແດງໃຫ້ເຫັນ ເຈົ້າໜ້າທີ່ໃນຊຸດສີຂຽວຫຼາຍສິບຄົນພ້ອມຫນ້າກາກກັນແກັສຢືນຮຽງແຖວເທິງຖະໜົນຫົນທາງ ພ້ອມກັບບໍລິເວນທີ່ເຕັມໄປດ້ວຍກະປ໋ອງແກັສຂະໜາດນ້ອຍທີ່ລະເບີດທີ່ສົ່ງຄວັນໄປທົ່ວພື້ນທີ່ ແລະ ເຈົ້າໜ້າທີ່ໄດ້ເລີ່ມຄວບຄຸມຕົວຜູ້ປະທ້ວງບາງສ່ວນແລ້ວ

 

 

 

ທັງນີ້ ກົດໝາຍປີ 1807 ໃຫ້ສິດປະທານາທິບໍດີສົ່ງກອງທັບສະຫະລັດ ໄປບັງຄັບໃຊ້ກົດໝາຍ ແລະ ປາບປາມເຫດການຕ່າງໆ ເຊັ່ນ: ຄວາມບໍ່ສະຫງົບທາງສັງຄົມ ຊຶ່ງຄັ້ງສຸດທ້າຍທີ່ມີການບັງຄັບໃຊ້ກົດໝາຍນີ້ແມ່ນຊ່ວງຈະລາຈົນໃນລອສແອນເຈລິສໃນປີ 1992 ຕາມຄຳຮ້ອງຂໍຂອງຜູ້ວ່າການລັດແຄລິຟໍເນຍ

 

ດ້ານເຈົ້າໜ້າທີ່ຕຳຫລວດລອສແອນເຈລິສໂພສໃນ X ວ່າ “ມີຄົນຖືກຄວບຄຸມຕົວຫຼາຍຄົນເພາະບໍ່ຍອມປ່ອຍຕົວ ຫຼັງຈາກມີການອອກຄຳເຕືອນຫຼາຍຄັ້ງ” ແຕ່ຍັງບໍ່ໃຫ້ລາຍລະອຽດເພີ່ມເຕີມ ແລະ ຂະນະນີ້ຍັງບໍ່ມີຂໍ້ມູນກ່ຽວກັບການຈັບກຸມຢ່າງເປັນທາງການ

 

ທັງນີ້ ການປະທ້ວງວັນທຳອິດມີຂຶ້ນໃນຄືນວັນສຸກ (6 ມິຖຸນາ) ຫຼັງຈາກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະ ໜ່ວຍງານທີ່ຮັບຜິດຊອບຄວບຄຸມຄົນເຂົ້າເມືອງແລະພາສີ ໃນອາເມລິກາ ດຳເນີນການບັງຄັບໃຊ້ກົດໝາຍ ແລະ ຈັບກຸມຜູ້ຕ້ອງສົງໄສຢ່າງໜ້ອຍ 44 ລາຍ ຂໍ້ຫາລະເມີດກົດໝາຍກວດຄົນເຂົ້າເມືອງ

 

ດ້ານກະຊວງຄວາມໝັ້ນຄົງແຫ່ງມາຕຸພູມິ ( Department of Homeland Security) ລະບຸໃນຖະແຫຼງການວ່າ ມີຜູ້ກໍ່ຈະລາຈົນປະມານ “1,000 ຄົນ” ໃນການປະທ້ວງເມື່ອວັນສຸກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ