ລັດຖະບານບຣາຊິວເປີດເຜີຍວ່າ ໂຮງງານຜະລິດເຄື່ອງດື່ມຂອງບໍລິສັດ Solar ຊຶ່ງເປັນໜຶ່ງໃນຜູ້ຜະລິດນ້ຳອັດລົມລາຍໃຫຍ່ຂອງປະເທດ ແລະ ເປັນຜູ້ຮັບຈ້າງຜະລິດໃຫ້ໂຄຄາ-ໂຄລ່າ ໄດ້ຖືກສັ່ງລະງັບການຜະລິດຊົ່ວຄາວ ຫຼັງເຈົ້າໜ້າທີ່ກວດສອບພົບຄວາມຜິດປົກກະຕິໃນລະບົບລໍ່ເຢັນຂອງສາຍການຜະລິດ ຢູ່ໂຮງງານໃນລັດເຊອາຣາ
ຈາກການກວດສອບພາຍໃນ ພົບວ່າຂອງແຫຼວທີ່ໃຊ້ໃນລະບົບຫຼໍ່ເຢັນຂອງໂຮງງານໄດ້ສຳຜັດກັບຜະລິດຕະພັນລະຫວ່າງກະບວນການບັນຈຸຂວດ ເຖິງແມ່ນຂອງແຫຼວດັ່ງກ່າວຈະເປັນແອລກອຮອລເກຣດອາຫານຊຶ່ງບໍ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ບໍ່ມີສານພິດທີ່ເປັນອັນຕະລາຍ ແຕ່ເພື່ອຄວາມປອດໄພສູງສຸດ ທາງການໄດ້ສັ່ງຢຸດການຜະລິດທັນທີ
ລັດຖະມົນຕີກະຊວງກະສິກຳຂອງບຣາຊິວເປີດເຜີຍວ່າ ເຄື່ອງດື່ມທີ່ອາດໄດ້ຮັບຜົນກະທົບຈາກເຫດການນີ້ຍັງຄົງຖືກເກັບຮັກສາໄວ້ພາຍໃນຄັງສິນຄ້າຂອງບໍລິສັດທັງໝົດ ແລະ ຍັງບໍ່ມີຜະລິດຕະພັນໃດທີ່ຖືກສົ່ງອອກສູ່ຕະຫຼາດ ຫຼື ຮອດມືຜູ້ບໍລິໂພກ
ກະຊວງກະສິກຳລະບຸວ່າ ການລະງັບການຜະລິດຈະດຳເນີນຕໍ່ໄປຈົນກວ່າບໍລິສັດຈະດຳເນີນການແກ້ໄຂກະບວນການຜະລິດໃຫ້ປອດໄພ ແລະ ສາມາດພິສູດໄດ້ວ່າບໍ່ມີຄວາມສ່ຽງໃນການຜະລິດອີກຕໍ່ໄປ ໂດຍອາດສາມາດເລີ່ມການຜະລິດໃໝ່ໄດ້ໄວທີ່ສຸດໃນຊ່ວງປາຍອາທິດນີ້
ບໍລິສັດ Solar ແລະ Coca-Cola ອອກຖະແຫຼງການຮ່ວມ ຢືນຢັນວ່າກຳລັງດຳເນີນການທົດສອບຄຸນນະພາບຂອງຜະລິດຕະພັນຢ່າງເຂັ້ມງວດ ພ້ອມໃຫ້ຄວາມຮ່ວມມືເຕັມທີ່ກັບໜ່ວຍງານລັດເພື່ອໃຫ້ສາມາດກັບມາຜະລິດໄດ້ຢ່າງປອດໄພໂດຍໄວທີ່ສຸດ ແລະ ຢ້ຳວ່າສະຖານະການທີ່ເກີດຂຶ້ນບໍ່ມີຜົນກະທົບຕໍ່ໂຮງງານອື່ນໆ ຫຼື ສາຍການຜະລິດອື່ນໃນປະເທດ
ໃນຂະນະນີ້ ຕົວຢ່າງເຄື່ອງດື່ມຈຳນວນກວ່າ 9 ລ້ານລິດ ຢູ່ລະຫວ່າງການວິເຄາະໃນຫ້ອງປະຕິບັດການ ໂດຍຜົນການທົດສອບຄາດວ່າຈະແລ້ວພາຍໃນ 5 ວັນ ເພື່ອຢືນຢັນຄວາມປອດໄພຂອງຜະລິດຕະພັນທັງໝົດ
ເຫດການນີ້ນັບເປັນກໍລະນີລ່າສຸດທີ່ສະແດງໃຫ້ເຫັນເຖິງຄວາມເຂັ້ມງວດດ້ານຄວາມປອດໄພໃນອຸດສາຫະກຳອາຫານ ແລະ ເຄື່ອງດື່ມໃນບຣາຊິວ ຊຶ່ງມີບົດບາດສຳຄັນໃນຕະຫຼາດລາຕິນອາເມລິກາ ໂດຍສະເພາະເມື່ອກ່ຽວຂ້ອງກັບແບຣນລະດັບໂລກຢ່າງໂຄຄາ-ໂຄລ່າ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |