ທີມນັກວິທະຍາສາດຂອງຈີນເປີດຕົວການຜ່າຕັດຝັງ “ຈໍປະສາດຕາທຽມ” ແບບໃໝ່ ຊຶ່ງນອກຈາກອາດຟື້ນຟູການມອງເຫັນໃຫ້ຜູ້ພິການທາງສາຍຕາ ຍັງອາດເພີ່ມຄວາມສາມາດມອງເຫັນແສງອິນຟຣາເຣດທີ່ຢູ່ນອກເໜືອຂອບເຂດການມອງເຫັນຂອງມະນຸດປົກກະຕິທົ່ວໄປອີກດ້ວຍ
ຜົນການສຶກສາຈາກວາລະສານໄຊເອນ (Science) ເມື່ອວັນສຸກ (6 ມິຖຸນາ) ລະບຸວິທີການທີ່ເສັ້ນໄຍນາໂນເທລລູລ້ຽມ (tellurium nanowire) ທີ່ບາງເປັນພິເສດສາມາດທົດແທນເຊລຮັບແສງທີ່ເສຍຫາຍໃນດວງຕາຂອງຫນູທົດລອງຕາບອດ ແລະ ແປງຄື່ນແສງໃກ້ອິນຟຣາເຣດເປັນສັນຍານໄຟຟ້າທີ່ສະໝອງຂອງລິງແມັກແຄກສາມາດຕີຄວາມເປັນພາບທີ່ເບິ່ງເຫັນໄດ້
ຄວາມເປັນໄປໄດ້ ແລະ ແນວໂນ້ມຄວາມປອດໄພສູງຂອງເທັກໂນໂລຊີໃໝ່ຖືເປັນຄວາມຫມາຍສຳຄັນໃນການພັດທະນາການ້ບິ່ງເຫັນທຽມ ຊຶ່ງອາດເປັນປະໂຫຍດຢ່າງຍິ່ງຕໍ່ຜູ້ປ່ວຍທີ່ສູນເສຍການເບິ່ງເຫັນ ຫຼື ປ່ວຍພະຍາດຈໍປະສາດຕາ 200 ລ້ານຄົນທົ່ວໂລກ
ທີມນັກວິໄຈຈາກນະຄອນຊຽງໄຮ້ໄດ້ທົດສອບອຸປະກອນກັບຫນູທົດລອງຕາບອດ ຊຶ່ງກັບມາມີປະຕິກິລິຍາຕອບສະໜອງໃນຮູໝານຕາ ແລະ ກະຕຸ້ນການເຮັດວຽກຂອງເຊລປະສາດໃນເປືອກສະໝອງສ່ວນການເຫັນ ເຮັດໃຫ້ພວກມັນສາມາດເຮັດແບບທົດສອບຈຳແນກຮູບແບບການເບິ່ງເຫັນໄດ້ມີປະສິດທິພາບເກືອບທຽບເທົ່າກັບຫນູປົກກະຕິ
ນອກຈາກນັ້ນມີການຝັງອຸປະກອນດັ່ງກ່າວໃນລິງແມັກແຄກສຳເລັດ ຊຶ່ງສະທ້ອນວ່າອຸປະກອນດັ່ງກ່າວມີຄວາມປອດໄພ ແລະ ຄວາມສາມາດໃນການກວດຈັບຄື້ນແສງໃກ້ອິນຟຣາເຣດລະຍະ 1,550 ນາໂນແມັດ
ສຳລັບຜູ້ປ່ວຍພະຍາດຕາຂັ້ນຮຸນແຮງ ເຊັ່ນ: ພະຍາດຈຸດພາບຊັດເສື່ອມ ການເບິ່ງເຫັນແສງອິນຟຣາເຣດອາດຊ່ວຍໃຫ້ເຫັນໃນທີ່ແສງນ້ອຍ ແລະ ມືດຕາມຫຼັກການ ໂດຍອຸປະກອນດັ່ງກ່າວອາດເປັນປະໂຫຍດຢ່າງຫຼາຍໃນສະພາບແສງນ້ອຍ
ຈາງເຈຍອີ ຈາກມະຫາວິທະຍາໄລຟູ່ຕັ້ນ ຊຶ່ງເປັນໜຶ່ງໃນນັກວິໄຈຫຼັກ ກ່າວວ່າເສັ້ນໄຍນາໂນມີຄວາມບາງທີ່ສຸດ ມັນບາງກວ່າເຊລຮັບແສງທຽມຮຸ່ນກ່ອນໜ້າປະມານ 10 ເທົ່າ ເຮັດໃຫ້ປູກຖ່າຍໄດ້ງ່າຍຂຶ້ນ ແລະ ເຂົ້າກັນກັບໂຄງສ້າງທີ່ບອບບາງຂອງດວງຕາໄດ້ດີກວ່າ
ການປູກຖ່າຍຈໍປະສາດຕາທຽມນີ້ອາດເປັນຕົວປ່ຽນເກມດ້ວຍເປັນຂັ້ນຕອນດຽວທີ່ມີການຮຸກຮານເຂົ້າສູ່ຮ່າງກາຍນ້ອຍທີ່ສຸດ ແລະ ສາມາດຟື້ນຄືນກັບສູ່ສະພາບເດີມໄດ້ ທັງຍັງຊ່ວຍຟື້ນຄືນການເບິ່ງເຫັນຕາມທຳມະຊາດໂດຍບໍ່ຕ້ອງໃສ່ແວ່ນຕາທີ່ໜາ ຫຼື ຊາກໄຟເລື້ອຍໆ
ທີມນັກວິໄຈໄດ້ອອກແບບເສັ້ນໄຍນາໂນສຳລັບຈໍປະສາດຕາໂດຍໃຊ້ເທລລູລຽມ ຊຶ່ງເປັນທາດທີ່ມີຄວາມໄວຕໍ່ແສງສີຂາວເງີນທີ່ໃຊ້ເປັນສານກຶ່ງຕົວນຳ (semiconductor) ແລະ ສານເຂົ້າກັນຈົນກາຍເປັນໂຄງຂ່າຍຕາຂ່າຍແບບປູກຖ່າຍໄດ້ ໂດຍແມດທີຍ ມາໂຣໂຊ ບັນນາທິການວາລະສານ ຊີ້ວ່າອຸປະກອນດັ່ງກ່າວສະແດງຄວາມເຂົ້າກັນໄດ້ທາງຊີວະພາບທີ່ດີ ແລະ ບໍ່ຈຳເປັນຕ້ອງໃຊ້ແຫຼ່ງຈ່າຍໄຟພາຍນອກ
ຄະນະນັກວິໄຈ ລະບຸວ່າການສຶກສາກັບສັດທີ່ປະສົບຄວາມສຳເລັດຄັ້ງນີ້ຈະປູທາງສູ່ການທົດລອງກັບມະນຸດໃນອະນາຄົດ ແລະ ຍັງສະເໜີແນວທາງທີ່ປອດໄພ ມີປະສິດທິພາບຫຼາຍກວ່າ ແລະ ຄອບຄຸມກວ່າເທັກໂນໂລຊີທີ່ມີຢູ່ໃນປັດຈຸບັນ
ມາໂຣໂຊ ຍັງເວົ້າອີກວ່າອຸປະກອນດັ່ງກ່າວອາດຊ່ວຍປັບປຸງປະສິດທິພາບຂອງອຸປະກອນຈໍປະສາດຕາທຽມທີ່ຊ່ວຍຟື້ນຟູການເບິ່ງເຫັນໃຫ້ຜູ້ພິການທາງສາຍຕາ ແລະ ຜູ້ມີບັນຫາການເບິ່ງເຫັນຢ່າງມີໄລຍະສຳຄັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |