
ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51%
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເມື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ທ່ານກ່າວວ່າ: ລັດຖະບານ ກຳລັງຄົ້ນຄວ້າ ພິຈາລະນາ ການສະເໜີຂອງ ບໍລິສັດ COMAC ໃນການຮ່ວມທຶນ “COMAC”
ການສະເໜີຂໍເປັນຜູ້ຖືຮຸ້ນໃນອັດຕາ 51%, ແລະ ສະເໜີນຳໃຊ້ເຮືອບິນ ທີ່ເປັນຜະລິດຕະພັນຂອງ ບໍລິສັດ “COMAC” ເຂົ້າໃນການດໍາເນີນທຸລະກິດໃນການໃຫ້ບໍລິການດ້ານການບິນ ແລະ ສະເໜີແກ້ໄຂ ຫຼື ຍົກໜີ້ ຜ່ານຂອງການບິນລາວ ອອກຈາກບັນຊີ ຂອງການບິນລາວ…
ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນໄດ້ກ່າວຕື່ມວ່າ ລັດຖະບານ ພວມເລັ່ງໃຫ້ ບໍລິສັດກວດສອບເອກະລາດ ມາກວດ ແລະ ຢັ້ງຢືນມູນຄ່າຊັບສິນ ຂອງລັດວິສາຫະກິດ ການບິນລາວ ໃຫ້ໄດ້ຂໍ້ສະຫຼຸບຢ່າງເປັນທາງການ,
ແຕ່ຢ່າງໃດກໍຕາມ,
“ໃນບົດລາຍງານເຕັມຂອງລັດຖະບານ ກໍໄດ້ລະບຸໄວ້ວ່າ: ການສະເໜີເຂົ້າມາຖື ຮຸ້ນ 51% ນັ້ນບໍ່ສອດຄ່ອງກັບທິດທາງທີ່ລັດຖະບານກໍານົດໃຫ້ຮັກສາຮຸ້ນສ່ວນໃຫຍ່ ຂອງຫົວໜ່ວຍຍຸດທະສາດໄວ້ຢ່າງຕໍ່າ 51%”
(ຖ້າຕົກລົງກັນບໍ່ໄດ້ ແມ່ນ ຈະຕ້ອງໄດ້ສະເໜີຂັ້ນເທິງພິຈາລະນາ) ຄາດວ່າຈະສາມາດ ເຊັນສັນຍາຮ່ວມທຶນໄດ້ໃນໄຕມາດ 3 ຂອງປີ 2025.
ຜ່ານມາ ລັດວິສາຫະກິດ ການບິນລາວ ໄດ້ສຸມປະຕິຮູບຫຼາຍດ້ານ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກພັກລັດ ໃນການແກ້ໄຂພາລະໜີ້ສິນ ໃນຖານະສາຍການບິນແຫ່ງຊາດ
The Commercial Aircraft Corporation of China, Ltd COMAC ແມ່ນບໍລິສັດອະວະກາດແຫ່ງລັດຂອງຈີນໄດ້ສ້າງຕັ້ງຂຶ້ນໃນວັນທີ 11 ພຶດສະພາ 2008 ຢູ່ນະຄອນຊຽງໄຮ, ສໍານັກງານໃຫຍ່ແມ່ນຢູ່ໃນ ປູດົງ, ຊຽງໄຮ, ບໍລິສັດມີທຶນຈົດທະບຽນ 19 ຕື້ຢວນ.
ຂໍ້ມູນຈາກ: ແອໂຣລາວ, ສະພາແຫ່ງຊາດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














