_cover (34)
ສະຫະລັດ - ຈີນ ບັນລຸກອບການເຮັດວຽກຮ່ວມກັນຫຼັງເຈລະຈາການຄ້າຮອບ 2 ສຳເລັດລົງໃນວັນທີ 10 ມິຖຸນາ 2025 ນີ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 June, 2025
ໝວດ: ຂ່າວ

ສະຫະລັດ ແລະ ຈີນ ບັນລຸ “ກອບການເຮັດວຽກ” (Framework) ຮ່ວມກັນ ເພື່ອຫຼຸດຄວາມຕຶງຄຽດທາງການຄ້າລະຫວ່າງ 2 ມະຫາອຳນາດທາງເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກແລ້ວ

 

ຫຼັງຈາກການເຈລະຈາລະຫວ່າງຜູ້ແທນລະດັບສູງຂອງສະຫະລັດ ແລະ ຈີນ ໃນຮອບ 2 ທີ່ກຸງລອນດອນ ຊຶ່ງໃຊ້ເວລາການເຈລະຈາທັງໝົດ 2 ວັນ ສຳເລັດລົງມື້ວານນີ້ (10 ມິຖຸນາ) ແລະ ໃນຂັ້ນຕອນຕໍ່ໄປແມ່ນການສົ່ງມອບແຜນທີ່ ທີ່ໄດ້ຕົກລົງຮ່ວມກັນໄປຍັງປະທານາທິບໍດີຂອງທັງ 2 ຝ່າຍ ຄື “ທຣຳ” ແລະ “ສີ ຈິ້ນຜິງ” ໃຫ້ມີການລົງນາມອະນຸມັດຢ່າງເປັນທາງການ

 

ຮາວເວີດ ລຸດນິກ ລັດຖະມົນຕີກະຊວງການຄ້າສະຫະລັດ ກ່າວວ່າຂໍ້ຕົກລົງນີ້ຄວນຄອບຄຸມ ເຖິງຂໍ້ຈຳກັດກ່ຽວກັບແຮ່ທາດຫາຍາກ ຫຼື ແຣຣ໌ເອີດ (rare earth) ທີ່ເປັນໜຶ່ງປະເດັນສຳຄັນທີ່ມີການປຶກສາຫາລືໃນທີ່ປະຊຸມ

 

ລຸດນິກກ່າວດ້ວຍວ່າທັງ 2 ປະເທດໄດ້ບັນລຸກອບການເຮັດວຽກທີ່ເປັນໄປຕາມຂໍ້ຕົກລົງຮ່ວມກັນໃນການປະຊຸມທີ່ນະຄອນເຈນີວາ ແລະ ເມື່ອປະທານາທິບໍດີລົງນາມອະນຸມັດແລ້ວ ການດຳເນີນງານຕ່າງໆກໍຈະເປັນໄປຕາມຂໍ້ຕົກລົງ

 

ເຊັ່ນດຽວກັບ ຫລີ່ ເຊີງກັງ ລັດຖະມົນຕີຊ່ວຍວ່າການກະຊວງການຄ້າຂອງຈີນ ທີ່ກ່າວວ່າ ຜົນການຫາລື ໂດຍຫຼັກການແລ້ວສາມາດບັນລຸກອບການເຮັດວຽກຕາມຂໍ້ຕົກລົງຮ່ວມກັນຂອງຜູ້ນຳທັງ 2 ຝ່າຍ ທີ່ໄດ້ມີການສົນທະນາທາງໂທລະສັບເມື່ອວັນທີ່ 5 ມິຖຸນາ ຊຶ່ງການຫາລືທາງໂທລະສັບຂອງທຣຳ ແລະ ສີ ຈິ້ນຜິງ ໃນຄັ້ງນັ້ນ ທຣຳບອະທິບາຍວ່າມັນເປັນການສົນທະນາທີ່ຍອດຢ້ຽມ

 

ເຖິງຢ່າງໃດກໍ່ຕາມ ເດືອນທີ່ຜ່ານມາສະຫະລັດ ແລະ ຈີນ ບັນລຸຂໍ້ຕົກລົງທີ່ຈະຢຸດສົງຄາມພາສີ ຕອບໂຕ້ລະຫວ່າງກັນຊົ່ວຄາວ ແຕ່ໃນເວລາຕໍ່ມາທັງສອງຝ່າຍ ຕ່າງກ່າວຫາກັນໄປມາວ່າອີກຝ່າຍລະເມີດຂໍ້ຕົກລົງ

 

ໂດຍສະຫະລັດກ່າວຫາວ່າຈີນປ່ອຍການສົ່ງອອກແຮ່ທາດຫາຍາກຢ່າງຊ້າໆ ຊຶ່ງສົ່ງຜົນກະທົບຕໍ່ການຜະລິດອຸປະກອນອີເລັກໂທຣນິກຫຼາກຫຼາຍຊະນິດ ຕັ້ງແຕ່ສະມາດໂຟນໄປຈົນເຖິງລົດຍົໄຟຟ້າ ເຮັດໃຫ້ສະຫະລັດຕ້ອງຕອບໂຕ້ດ້ວຍການຈຳກັດການເຂົ້າເຖິງສິນຄ້າສະຫະລັດຂອງຈີນ ທັງສານກຶ່ງຕົວນຳ ຫຼື ເຊມິຄອນດັກເຕີ ລວມໄປເຖິງສິນຄ້າເທັກໂນໂລຍີອື່ນທີ່ກ່ຽວຂ້ອງກັບປັນຍາປະດິດ (AI) ດ້ວຍ

 

ໃນຂະນະທີ່ຈີນກ່າວວ່າສະຫະລັດເປັນຝ່າຍລະເມີດຂໍ້ຕົກລົງທັງການຢຸດຂາຍຊອບແວຣ໌ອອກແບບຊິບຄອມພິວເຕີໃຫ້ກັບບໍລິສັດຈີນ ລວມເຖິງການເຕືອນບໍ່ໃຫ້ໃຊ້ຊິບທີ່ຜະລິດໂດຍ “ຫົວເວ່ຍ” (Huawei) ແລະ ຍັງເກີດກໍລະນີທີ່ລັດຖະບານສະຫະລັດສັ່ງຍົກເລີກວີຊ່າສຳລັບນັກສຶກສາຊາວຈີນດ້ວຍ

 

ຈຶ່ງເຮັດໃຫ້ບັນຍາກາດຄວາມສຳພັນຂອງຈີນ ແລະ ສະຫະລັດໃນຊ່ວງອາທິດທີ່ຜ່ານມາເຄັ່ງຄຽດ ແຕ່ກໍຍັງສາມາດກັຍມາເຈລະຈາກັນໄດ້ ແລະ ບັນລຸກອບການເຮັດວຽກໄດ້ໃນທີ່ສຸດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
ຢ່າລື່ມກົດຕິດຕາມ