_cover (38)
ຈີນຂຸດ "ນ້ຳແຂງຕິດໄຟ" ສຳເລັດ ມີຜົນປ່ຽນແປງອະນາຄົດຕໍ່ພະລັງງານຂອງໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 12 June, 2025
ໝວດ: ຂ່າວ

“ນ້ຳແຂງຕິດໄຟ” ພະລັງງານແຫ່ງອະນາຄົດ ຄວາມສຳເລັດຂອງຈີນທີ່ອາດປ່ຽນໂຊມຕະຫຼາດພະລັງງານໂລກ

 

ຈີນປະກາດຄວາມສຳເລັດຄັ້ງສຳຄັນກັບການຂຸດ ແລະ ນຳນ້ຳແຂງຕິດໄຟ ຫຼື ທີ່ຮູ້ຈັກໃນຊື່ “Combustible Ice” ຂຶ້ນມາຈາກໃຕ້ທະເລບໍລິເວນເມືອງເສິ່ນຫູ ໃນທະເລຈີນໃຕ້ ທີ່ລະດັບຄວາມເລິກເຖິງ 1,266 ເມັດ ຫ່າງຈາກເກາະຮ່ອງກົງໄປທາງຕາເວັນອອກສຽງໃຕ້ປະມານ 285 ກິໂລເມັດ ຖືເປັນກ້າວສຳຄັນທີ່ອາດປະຕິວັດແຫຼ່ງພະລັງງານຂອງໂລກໃນອະນາຄົດ

 

ນ້ຳແຂງຕິດໄຟ ຫຼື ມີຊື່ທາງວິທະຍາສາດວ່າ Natural Gas Hydrate (NGH) ຫຼື Methane Hydrate ແມ່ນສານປະກອບແຂງລະຫວ່າງ ແກັສມີເທນກັບນ້ຳ ທີ່ກໍ່ຕົວຂຶ້ນໃນສະພາວະແຮງດັນສູງ ແລະ ອຸນຫະພູມຕ່ຳ

 

 

ໂດຍມັກພົບໄດ້ຕາມພື້ນມະຫາສະມຸດ ຫຼື ໃນຊັ້ນດິນແຂງແກ່ວຂອງໂລກ ນ້ຳແຂງຊະນິດນີ້ມີຄຸນສົມບັດສະເພາະທີ່ສາມາດປ່ອຍແກັສມີເທນອອກມາໃນປະລິມານມະຫາສານ ເມື່ອໄດ້ຮັບຄວາມຮ້ອນ ຫຼື ຄວາມດັນຫຼຸດລົງ ໂດຍນ້ຳແຂງຕິດໄຟພຽງ 1 ແມັດກ້ອນ ສາມາດປ່ອຍແກັສທຳມະຊາດໄດ້ຫຼາຍເຖິງ 160-164 ແມັດກ້ອນ

ສັກຍະພາບຂອງນ້ຳແຂງຕິດໄຟນີ້ ຈຶ່ງເຮັດໃຫ້ທົ່ວໂລກຈັບຕາເບິ່ງ ເພາະນອກຈາກຈະໃຫ້ພະລັງງານສູງແລ້ວ ຍັງປ່ອຍມົນລະພິດນ້ອຍກວ່າຖ່ານຫິນ ນ້ຳມັນ ແລະ ແກັສທຳມະຊາດທົ່ວໄປ ອີກທັງຍັງມີປະລິມານສຳຮອງມະຫາສານ

 

ນັກວິໄຈຄາດວ່າພຽງພໍຕໍ່ຄວາມຕ້ອງການຂອງມະນຸດໄດ້ດົນເກືອບ 1,000 ປີ ແລະ ອາດຫຼາຍກວ່າປະລິມານສຳຮອງຫີນດິນດານເຖິງ 10 ເທົ່າ ຫາກຈີນສາມາດນຳມາໃຊ້ໃນເຊີງການຄ້າ ໄດ້ສຳເລັດໃນອະນາຄົດ ຍ່ອມສົ່ງຜົນກະທົບຕໍ່ລາຄານ້ຳມັນໂລກ ແລະ ອາດສັ່ນສະເທື່ອນໄປເຖິງຄວາມໝັ້ງມີຂອງປະເທດຜູ້ຜະລິດນ້ຳມັນໃນຕາເວັນອອກກາງ

ແນວໃດກໍ່ຕາມ ການນຳພະລັງງານຊະນິດໃໝ່ນີ້ມາໃຊ້ຢ່າງແຜ່ຫຼາຍຍັງຄົງມີຄວາມທ້າທາຍ ໂດຍສະເພາະດ້ານສິ່ງແວດລ້ອມ ເພາະແກັສມີເທນເປັນແກັສເຮືອນແກ້ວ ທີ່ມີສັກຍະພາບເຮັດໃຫ້ໂລກຮ້ອນຫຼາຍກວ່າຄາບອນໄດອອກໄຊດ໌ເຖິງ 25 ເທົ່າ ຫາກຮົ່ວໄຫຼສູ່ຊັ້ນບັນຍາກາດໂດຍບໍ່ໄດ້ຮັບການຄວບຄຸມ ອາດເລັ່ງໃຫ້ເກີດພາວະໂລກຮ້ອນໄວຍິ່ງຂຶ້ນ ນັກສິ່ງແວດລ້ອມຈຶ່ງເຕືອນໃຫ້ມີມາດຕະການຄວບຄຸມ ແລະ ກຳກັບດູແລທີ່ຮັດກຸມ

ຈີນເອງຄຳນຶງ ເຖິງປະເດັນນີ້ ແລະ ໄດ້ປະກາດຈັດຕັ້ງຫ້ອງປະຕິບັດການໃຕ້ນ້ຳເລິກ 2,000 ແມັດເພື່ອສຶກສາທັງສັກຍະພາບຂອງແຫຼ່ງພະລັງງານ ແລະ ຜົນກະທົບຕໍ່ສິ່ງແວດລ້ອມຢ່າງລະອຽດ ຄວາມສຳເລັດໃນຄັ້ງນີ້ເຖິງແມ່ນຈະຖືເປັນກ້າວທຳອິດທີ່ໜ້າຕື່ນເຕັ້ນ ແຕ່ເສັ້ນທາງສູ່ການໃຊ້ປະໂຫຍດໃນທາງການຄ້າ ຢ່າງປອດໄພຍັງຄົງຕ້ອງອາໄສເວລາ ເທັກໂນໂລຍີ ແລະ ຄວາມຮ່ວມມືຈາກນານາຊາດຢ່າງຮອບຄອບຕໍ່ໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
ຢ່າລື່ມກົດຕິດຕາມ