_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 12 June, 2025
ໝວດ: ຂ່າວ

ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງບັນຊາການ ປກສ ແຂວງອຸດົມໄຊ ເລກທີ 277/ຈຂ ອຊ, ລົງວັນທີ 16 ສິງຫາ 2022, ຄຳສັ່ງຂອງທ່ານເຈົ້າແຂວງອຸດົມໄຊ ເລກທີ 277/ຈຂ ອຊ, ລົງວັນ 03 ເມສາ 2019 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນແຂວງ,

 

ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ສະເພາະກິດລົງແກ້ໄຂບັນດາຮ້ານກິນດື່ມທີ່ມີສາວບໍລິການ, ຕູ້ເກມໄຟຟ້າ ຢູ່ບ້ານກິວຈະລຸ ເມືອງໄຊ ແລະ ບ້ານໝາກຈຸກ ເມືອງນາໝໍ້ ແຂວງອຸດົມໄຊ.

 

 

ດັ່ງນັ້ນ ໃນລະຫວ່າງວັນທີ 4-5 ມີຖຸນາ 2025 ທາງຄະນະຮັບຜິດຊອບຊີ້ນຳຈຸສະເພາະກິດ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວກວດກາຄືນບັນດາຫ້າງຮ້ານທີ່ແອບແຝງມີສາວບໍລິການ ແລະ ເຄີຍສຶກສາອົບຮົມມາແລ້ວວ່າມີການຢຸດເຊົາຫຼືບໍ່, ແຕ່ຜ່ານການຕິດຕາມກວດກາຄືນເຫັນວ່າ ສ່ວນຫຼາຍແມ່ນຍັງບໍ່ຢຸດເຊົາ

 

 

ໃນນັ້ນມີຈຳນວນ 02 ຈຸດຄື: ບ້ານກີວຈະລຸ ເມືອງໄຊ ແລະ ບ້ານໝາກຈຸກ ເມືອງນາໝໍ້ ແຂວງອຸດົມໄຊ, ບ້ານກີວຈະລຸ ມີ 03 ຮ້ານ, ສາວບໍລິການ 14 ຄົນ ແລະ ບ້ານໝາກຈຸກ ມີ 05 ຮ້ານ, ມີສາວບໍລິການ 25 ຄົນ, ມີລັກສະນະປ່ຽນຮູບການໃໝ່ໄປເລື້ອຍໆ;

 

 

ເຊິ່ງຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ໄດ້ເຊົ່າສະຖານທີ່ເພື່ອເປີດຮ້ານອາຫານ, ຮ້ານກິນດື່ມແລ້ວຮັບເອົາສາວບໍລິການ, ບາງຄົນກໍສະໝັກໃຈມາຢູ່ເອງ, ສາວບໍລິການສ່ວນຫຼາຍແມ່ນມາແຕ່ຕ່າງເມືອງ, ຕ່າງແຂວງ,

 

 

ສາວບໍລິການເຂົ້າມາຮ້ານແມ່ນຈະບໍ່ມີເງິນເດືອນໃຫ້ ເຊິ່ງຍິງສາວດັ່ງກ່າວຈະອາໄສສະຖານທີ່ຂອງຮ້ານເປັນບ່ອນພົວພັນ ແລະ ຄ້າຂາຍປະເວນີ, ເວລາມີແຂກເຂົ້າມາໃຊ້ບໍລິການແມ່ນອາໄສສະຖານທີ່ພັກເຊົາເປັນການຊົ່ວຄາວ, ບາງຄັ້ງກໍໄປໃຊ້ບໍລິການທາງນອກ, ສ່ວນເຈົ້າຂອງຮ້ານແມ່ນຈະເກັບຄ່າບໍລິການຊົ່ວຄາວແມ່ນ 100,000 ກີບຕໍ່ຄັ້ງ, ຖ້າເປັນຄ້າງຄືນແມ່ນ 300,000 ກີບຕໍ່ຄັ້ງຕໍ່ຄົນ.

 

 

ຕໍໍ່ກັບເຈົ້າຂອງຮ້ານກິນດື່ມດັ່ງກ່າວ ທາງເຈົ້າໜ້າທີ່ແມ່ນໄດ້ສືກສາອົບຮົມ ແລະ ປັບໄໝຕາມລະ ບຽບກົດໝາຍ, ສ່ວນສາວບໍລິການແມ່ນໄດ້ສືກສາອົບຮົມ ແລ້ວມອບໃຫ້ເຈົ້າຂອງຮ້ານສົ່ງກັບບ້ານໃຫ້ຜູ້ປົກຄອງສືບຕໍ່ສືກສາອົບຮົມຕໍ່ໄປ.

 

ໃນໂອກາດນີ້ ທາງເຈົ້າໜ້າທີຄະນະຮັບຜິດຊອບຊີ້ນຳສະເພາະກິດ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຮຽກຮ້ອງມາຍັງບັນດາພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຕ່າງປະເທດ ທີ່ມາດໍາລົງຊິວິດປະກອບອາຊີບດໍາເນີນທຸລະກິດ, ຄ້າຂາຍຢູ່ໃນແຂວງອຸດົມໄຊ

 

 

ຈົ່ງເພີ່ມທະວີເອົາໃຈໃສ່ປະຕິບັດໃຫ້ຖືກ ຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ຮຽກຮ້ອງໃຫ້ບັນດາຊາຍໜຸ່ມ, ຍິງສາວທີ່ມາຈາກຕ່າງແຂວງ, ນັບທັງຕົວເມືອງ ທີ່ມີຈຸດປະສົງຊອກວຽກເຮັດງານທໍາ ຈົ່ງມີສະຕິເຄົາລົບກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ບໍ່ດັ່ງນັ້ນຈະຕົກເປັນເຫຍື່ອຂອງການຄ້າມະນຸດ ຫຼື ຄ້າໂສເພນີ.

 

ຂ່າວ: ປກສ ແຂວງອຸດົມໄຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
site cover1 (90)
Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຢ່າລື່ມກົດຕິດຕາມ