_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 12 June, 2025
ໝວດ: ຂ່າວ

ເຈົ້າໜ້າທີ່ສະຫະລັດ ຈັບກຸມຜູ້ອົບພະຍົບຫຼາຍກວ່າ 70 ຄົນຫຼັງລົງກວດໂຮງງານແປງຮູບອາຫານແຫ່ງໜຶ່ງເມືອງໂອມາຮາ ທ່າມກາງສຽງຄັດຄ້ານຕໍ່ຕ້ານການຈັບກຸມຜູ້ອົບພະຍົບໃນຫຼາຍເມືອງທົ່ວສະຫະລັດ

 

ມື້ນີ້ (12 ມິຖຸນາ 2025) ເຈົ້າໜ້າທີ່ທາງການສະຫະລັດອາເມລິກາ ນຳໂດຍສຳນັກງານກວດຄົນເຂົ້າເມືອງ ແລະ ພາສີອາກອນ ລົງກວດຄົ້ນໂຮງງານແປງຮູບອາຫານແຫ່ງໜຶ່ງໃນເມືອງໂອມາຮາ ລັດເນແບຣສກາ ພ້ອມຈັບກຸມຄົນງານປະມານ 75-80 ຄົນ ຈາກທັງໝົດປະມານ 140 ຄົນ

 

ກະຊວງຄວາມໝັ້ນຄົງພາຍໃນ ລະບຸວ່າ ເປັນການປະຕິບັດການກວດຄົ້ນຄັ້ງໃຫຍ່ທີ່ສຸດຂອງລັດນີ້ ນັບຕັ້ງແຕ່ໂດນາດ໌ ທຣຳ ດຳລົງຕຳແໜ່ງປະທານາທິບໍດີສະຫະລັດອາເມລິກາ ສະໄໝທີ 2

 

ດ້ານເຈົ້າຂອງໂຮງງານເປີດເຜີຍວ່າ ການປະຕິບັດການດັ່ງກ່າວເກີດຂຶ້ນໂດຍບໍ່ໄດ້ແຈ້ງລ່ວງໜ້າ ແລະ ການກວດຄົ້ນຄັ້ງນີ້ອາດເຮັດໃຫ້ກຳລັງການຜະລິດລົດລົງເຫຼືອພຽງຮ້ອຍລະ 20

 

ຂະນະທີ່ກຸ່ມຜູ້ຄ້າຂາຍສັດ ແລະ ນັກວິເຄາະ ສະແດງຄວາມກັງວົນວ່າການປະຕິບັດການເຫຼົ່ານີ້ອາດຍິ່ງສົ່ງຜົນກະທົບຕໍ່ອຸດສາຫະກຳອາຫານໃນສະຫະລັດ ຊຶ່ງຢູ່ໃນຊ່ວງທີ່ລາຄາເນື້ອງົວສູງຫຼາຍ ແລະ ມີລາຍງານວ່າໂຮງງານແປງຮູບເນື້ອສັດຫຼາຍແຫ່ງຂາດແຄນຄົນງານ

 

 

ການດຳເນີນງານຂອງທາງການສະຫະລັດ ສວນທາງກັບກະແສການຊຸມນຸມປະທ້ວງຕໍ່ຕ້ານການຈັບກຸມຜູ້ອົບພະຍົບທີ່ຍັງຄົງຂະຫຍາຍຕົວໃນຫຼາຍເມືອງທົ່ວປະເທດ ທັງນິວຢອກ ແອັດແລນຕາ ແລະ ຊິຄາໂກ ເຖິງແມ່ນວ່າທາງການທ້ອງຖິ່ນຫຼາຍແຫ່ງຈະເພີ່ມມາດຕະການຮັບມືການຊຸມນຸມທີ່ເກີດຂຶ້ນ

 

ສ່ວນທີ່ລອສ ແອນເຈລິສ ຊຶ່ງເປັນເມືອງທີ່ການຊຸມນຸມເລີ່ມຕົ້ນຂຶ້ນ ກຸ່ມຜູ້ຊຸມນຸມບາງສ່ວນຍັງລວມຕົວກັນໃນຊ່ວງທີ່ມີການປະກາດເຄີຟິວ ສົ່ງຜົນໃຫ້ຕຳຫຼວດເຂົ້າຈັບກຸມຜູ້ຊຸມນຸມຫຼາຍສິບຄົນ ເມື່ອວັນທີ 10 ມິຖຸນາ ທີ່ຜ່ານມາ

 

ຂະນະທີ່ຜູ້ບັນຊາການກອງກຳລັງເນຊັນແນລ ກາດ ແລະ ນາວິກໂຍທິນ ທີ່ລັດຖະບານກາງສົ່ງລົງພື້ນທີ່ໃນລອສ ແອນເຈລິສ ລະບຸວ່າ ກອງກຳລັງດັ່ງກ່າວບໍ່ມີອຳນາດຈັບກຸມຜູ້ຊຸມນຸມ ແຕ່ຄວບຄຸມຕົວເອົາໄວ້ໄດ້ ຈົນກວ່າຕຳຫຼວດຈະເຂົ້າມາຈັບກຸມ ທ່າມກາງຄວາມສົງໃສຈາກເຈົ້າໜ້າທີ່ຂອງທາງການທ້ອງຖິ່ນເຖິງອຳນາດຂອງກອງກຳລັງເຫຼົ່ານີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ