ອີລອນ ມັສກ໌ ໂພສຂໍ້ຄວາມ “ຮູ້ສຶກຜິດ” ທີ່ເມື່ອອາທິດທີ່ແລ້ວລາວກ່າວໂຈມຕີ ປະທານາທິບໍດີໂດນານດ໌ ທຣຳ ຢ່າງຫນັກນັບຕັ້ງແຕ່ທີ່ມັສກ໌ລາອອກຈາກການເຮັດວຽກໃນລັດຖະບານຂອງທຣຳ
ຈົນເກີດເປັນຄວາມຂັດແຍ້ງຕໍ່ກັນ ແລະ ບໍ່ມີວີ່ແວວຂອງການຄືນດີ ໂດຍທີ່ໂພສລ່າສຸດຂອງ ອີລອນ ມັສກ໌ ເທິງ X ລະບຸວ່າ ລາວຮູ້ສຶກເສົ້າທີ່ໂພສຂອງເຂົາກ່ຽວກັບປະທານາທິບໍດີທຣຳ ເມື່ອອາທິດທີ່ແລ້ວເບິ່ງຄືວ່າລາວຈະ “ໂຈມຕີແຮງເກີນໄປ” ຫຼື ນີ້ອາດເປັນສັນຍານເລີ່ມຕົ້ນຂອງການຄືນດີກັນລະຫວ່າງທຣຳ ແລະ ອີລອນ ມັສກ໌ ອີກຄັ້ງ
ອີລອນ ມັສກ໌ ແລະ ທຣຳ ຕ່າງຝ່າຍຕ່າງກ່າວໂຈມຕີກັນອອກສື່ໂດຍບໍ່ສົນພາບລັກສະນະສາທາລະນະຂອງພວກເຂົາ ໂດຍມີຈຸດເລີ່ມຕົ້ນມາຈາກອີລອນ ມັສກ໌ ກ່າວໂຈມຕີຮ່າງກົດໝາຍພາສີ ແລະ ຄ່າໃຊ້ຈ່າຍຂອງທຣຳທີ່ເອີ້ນວ່າ “One Big Beautiful Bill Act”
ວ່າຂັດຕ້ອງຫຼັກການເຮັດວຽກຂອງກະຊວງເພີ່ມປະສິດທິພາບລັດຖະບານ ຫຼື ດອຈ (DOGE) ທີ່ລາວເຄີຍດູແລກ່ອນປະກາດລາອອກ ແລະ ຍັງໂຈມຕີວ່າຮ່າງກົດໝາຍດັ່ງກ່າວເປັນ “ແມ່ນຫຍັງທີ່ໜ້າລັງກຽດ” ອີກດ້ວຍ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |