_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 12 June, 2025
ໝວດ: ຂ່າວ

ເມື່ອວັນທີ 11 ມິຖຸນາທີ່ຜ່ານມາ ໄດ້ເກີດໄຟໄໝ້ໃຫຍ່ໃກ້ກັບຕະຫຼາດຄອມພິວເຕີຊື່ຊຽວຜູ່ ໃນເຂດຈິ່ວຫລົງປໍ ເມືອງຊົງຊິ່ງ ໂດຍພົບວ່າຈຸດເກີດເຫດເປັນສະຖານທີ່ຈອດລົດຈັກໄຟຟ້າ ເຮັດໃຫ້ລົດໄດ້ຮັບຄວາມເສຍຫາຍຈຳນວນຫຼາຍ

 

ໄຟໄໝ້ເກີດຂຶ້ນໃນຊ່ວງທ່ຽງຂອງວັນທີ 11 ມິຖຸນາ ຕາມເວລາທ້ອງຖິ່ນ ທີ່ບໍລິເວນທີ່ຈອດລົດຈັກນອກຕະຫຼາດຄອມພິວເຕີຊື່ຊຽວຜູ່ ໄຟໄໝ້ໄດ້ລຸກລາມຢ່າງວ່ອງໄວຈົນມີຂະໜາດໃຫຍ່ ສົ່ງຜົນໃຫ້ເກີດກຸ່ມຄວັນຫນາທຶບ ແລະ ມີສຽງລະເບີດດັງສະນັ່ນເປັນລະຍະໆ

 

ໄຟໄໝ້ລຸກລາມໄປຍັງລົດຈັກຫຼາຍຄັນທີ່ຈອດຢູ່ຕິດກັນຢ່າງວ່ອງໄວ ກ່ອນທີ່ລົດດັບເພີງຈະມາຮອດ ແລະ ສາມາດຄວບຄຸມໄຟໄດ້ໃນເວລາຕໍ່ມາ ຕາມລາຍງານຂອງໜ່ວຍດັບເພີງ ແລະ ກູ້ໄພເຂດຈິ່ວຫລົງປໍ ລະບຸວ່າໄດ້ຈັດການຈຸດເກີດເຫດແລ້ວ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ ສ່ວນສາເຫດທີ່ຊັດເຈນຂອງໄຟໄໝ້ ແລະ ຄວາມເສຍຫານຂອງຊັບສິນຍັງຢູ່ລະຫວ່າງການສອບສວນ

 

ແຫຼ່ງຂ່າວສ່ວນໃຫຍ່ລະບຸວ່າໄຟໄໝ້ເກີດຈາກລົດຈັກໄຟຟ້າທີ່ເກີດໄຟໄໝ້ ພະຍານບາງຄົນກ່າວວ່າລົດຈັກອາດໄຟໄໝ້ເນື່ອງຈາກແບັດເຕີຣີຂັດຂ້ອງ ຫຼື ກຳລັງຊາກແບັດ ແຕ່ລາຍລະອຽດຍັງບໍ່ຊັດເຈນ ນອກຈາກນີ້ຍັງມີຂ່າວລືວ່າລົດຈັກໄຟຟ້າຜ່ານການດັດແປງ ຫຼື ແບັດເຕີຣີຂອງລົດ ເປັນສາເຫດຂອງໄຟໄໝ້ ແຕ່ຍັງບໍ່ໄດ້ຮັບການຢືນຢັນຢ່າງເປັນທາງການ

 

ທັງນີ້ ບ່ອນຈອດລົດດັ່ງກ່າວເປັນແບບເປີດໂລ່ງ ແລະ ໄຟໄໝ້ບໍ່ລຸກລາມໄປຍັງຕົວອາຄານຫຼັກ ວິດີໂອທີ່ເຜີຍແຜ່ທາງອອນລາຍສະແດງ ໃຫ້ເຫັນຜູ້ຄົນຈຳນວນຫຼາຍທີ່ຫຼົບຫນີລົງມາຈາກຂັນໄດຫນີໄຟ ແຕ່ບໍ່ໄດ້ສົ່ງຜົນກະທົບຕໍ່ການກູ້ໄພໂດຍລວມ

 

ເນື່ອງຈາກເຂດທຸລະກິດຊື່ຊຽວຜູ່ ມີປະຊາກອນຫນາແໜ້ນ ແລະ ເປັນພື້ນທີ່ຫຼັກຂອງອຸດສາຫະກຳໄອທີຂອງເມືອງຊົງຊິ່ງ ເຫດການດັ່ງກ່າວຈຶ່ງລິເລີ່ມໃຫ້ເກີດການອະພິປາຍກ່ຽວກັບການຈັດການບ່ອນຈອດລົດ ແລະ ສິ່ງອຳນວຍຄວາມສະດວກ

 

ສຳລັບການດັບໄຟຂອງລົດໄຟຟ້າ ແລະ ລົດຈັກ ທັງລັດຖະບານ ແລະ ປະຊາຊົນຮຽກຮ້ອງໃຫ້ມີການເສີມສ້າງການປ້ອງກັນອັກຄີ ພາຍໃນສະພາບອາກາດຮ້ອນ ແລະ ຫຼີກເວັ້ນການດັດແປງແບັດເຕີຣີໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການຈອດລົດຜິດກົດໝາຍ

 

ເຂດທຸລະກິດຊື່ຊຽວຜູ່ ເປັນໜຶ່ງໃນ 6 ເຂດທຸລະກິດໃນເມືອງຊົງຊິ່ງ ຊຶ່ງລວບລວມຕະຫຼາດດິຈິຕອລຂະໜາດໃຫຍ່ ແລະ ມີຜູ້ຄົນຫຼັ່ງໄຫຼເຂົ້າມາເປັນຈຳນວນຫຼາຍທຸກມື້ ເຖິງແມ່ນວ່າໄຟໄໝ້ຈະບໍ່ກໍ່ໃຫ້ເກີດຄວາມສູນເສຍຄັ້ງໃຫຍ່ ແຕ່ຄວາມສ່ຽງຕໍ່ຄວາມປອດໄພຈາກອັກຄີໄພ ອາດສົ່ງຜົນກະທົບຕໍ່ນະໂຍບາຍການຈັດການລະດັບພູມິພາກໃນພາຍຫຼັງ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ